ສຳນັກຂ່າວຕ່າງປະເທດລາຍງານ 30 ເມສາ 2017 ວ່າ: ທຳນຽມຂາວອອກຖະແຫຼງການເມື່ອວັນອາທິດທີ່ຜ່ານມາ ເລື່ອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ສົນທະນາທາງໂທລະສັບກັບ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີຂອງໄທ ໃນບັນຫາກ່ຽວກັບສະຖານະການຢູ່ແຫຼມເກົາຫຼີ ໂດຍຜູ້ນຳສະຫະລັດເລັງເຫັນເຖິງຄວາມສຳຄັນຂອງການຮ່ວມມືກັບປະເທດທີ່ເປັນຮຸ້ນສ່ວນທາງຍຸດທະສາດໃນພູມມິພາກ ເພື່ອເພີ່ມແຮງກົດດັນທາງເສດຖະກິດ ແລະ ການທູດຕໍ່ເກົາຫຼີເໜືອ.
ນອກຈາກນີ້ໃນວັນດຽວກັນ ປ.ທຣຳ ຍັງສົນທະນາທາງໂທລະສັບກັບທ່ານ ລີ ຊຽງ ລຸງ ຜູ້ນຳສິງກະໂປ ໃນບັນຫາກ່ຽວກັບຄວາມຂັດແຍ່ງລະຫວ່າງສະຫະລັດອາເມຣິກາກັບເກົາຫຼີເໜືອເຊັ່ນກັນ ແລະ ຜູ້ນຳສະຫະລັດໄດ້ເຊີນທັງນາຍົກຂອງໄທ ແລະ ສິງກະໂປໃຫ້ເດີນທາງໄປຢ້ຽມຢາມນະຄອນຫຼວງວໍຊິງຕັນອີກດ້ວຍ.
ໃນດ້ານຂອງທ່ານ ໂຣດຼິໂກ ດູເຕີເຕ ປະທານປະເທດຟິລິບປິນ ທຳນຽມຂາວກໍ່ໄດ້ລາຍງານວ່າ ປ.ທຣຳ ໄດ້ສົນທະນາທາງໂທລະສັບກັບຜູ້ນຳຟິລິບປິນເມື່ອວັນເສົາທີ່ຜ່ານມາ ເຊິ່ງໄດ້ສົນທະນາກັນຫຼາຍບັນຫາ ແລະ ລວມເຖິງບັນຫາຢູ່ແຫຼມເກົາຫຼີ ນອກຈາກນີ້ກໍ່ຍັງໄດ້ເຊີນທ່ານຜູ້ນຳຟິລິບປິນເດີນທາງໄປຢ້ຽມຢາມນະຄອນຫຼວງວໍຊິງຕັນເຊັ່ນກັນ.
ໂດຍເຈົ້າໜ້າທີ່ປະຈຳທຳນຽມຂາວກ່າວວ່າ: ສະຖານະການຢູ່ແຫຼມເກົາຫຼີໃນເວລານີ້ບົ່ງຊີ້ໃຫ້ເຫັນວ່າ ການປະສານງານ ແລະ ຮ່ວມມືກັບພັນທະມິດຂອງສະຫະລັດອາເມຣິກາໃນພູມມິພາກນີ້ເປັນເລື່ອງຈຳເປັນຢ່າງຍິ່ງ ເພື່ອໃຫ້ການດຳເນີນແນວທາງປະຕິບັດ ແລະ ນະໂຍບາຍເປັນໄປໃນທິດທາງດຽວກັນ.
วันอาทิตย์ที่ 30 เมษายน พ.ศ. 2560
วันศุกร์ที่ 28 เมษายน พ.ศ. 2560
ຄິມ ສົ່ງໜັງສືເຖິງ 10 ຊາດອາຊຽນ ຈົ່ງຊ່ວຍສະໜັບສະໜູນເຂົາ ຕໍ່ຕ້ານສັດຕູຜູ່ຮຸກຮານ..
ສຳນັກຂ່າວ ເອເອຟພີ ລາຍງານເຊົ້ານີ້ ວ່າ ກະຊວງການຕ່າງປະເທດ ເກົາຫຼີເໜືອ ໄດ້ສົ່ງຈົດໝາຍ ມາຍັງປະທານອາຊຽນ ເພື່ອຂໍແຮງສະໜັບສະໜູນຈາກ 10 ຊາດອາຊຽນຕໍ່ເກົາຫຼີເໜືອ ຕໍ່ຕ້ານຊາດມະຫາອຳນາດ ທີ່ໃຊ້ອິດທິພົນເຖື່ອນ ກົດດັນແລະຮຸກຮານເກົາຫຼີເໜືອ ເພື່ອຫຼີກລຽງໂສກະນາຕກຳ ຕໍ່ມະນຸດຊາດ ທີ່ອາດເກີດຂຶ້ນໃນສົງຄາມຄັ້ງນີ້..
ໃນຈົດໝາຍຍັງຊີ້ໃຫ້ເຫັນພຶດຕິກຳການກົດຂີ່ຊາດອື່ນຂອງເມກາ ທີ່ມາສ້າງສະຖານະການໃນແຫຼມເກົາຫຼີໃຫ້ຕຶງຄຽດ ໂດຍເອົາເຫດການ ພັດທະນາອາວຸດ ເພື່ອການປົກປ້ອງຊາດ ຂອງເກົາຫຼີເໜືອເປັນຂໍ້ອ້າງ ທັງທີ່ອເມຣິກາແລະພັກພວກກໍລ້ວນພັດທະນາແລະທົດລອງອາວຸດເປັນປະຈຳ.. ໆລໆ
ຈົດໝາຍຍັງຍົກໃຫ້ເຫັນ ເຖິງຄວາມສຳຄັນ ຂອງການຮ່ວມພະລັງ ຕໍ່ຕ້ານ ຊາດມະຫາອຳນາດ ທີ່ທຳຕົວເປັນອັນຕະພານໂລກ. ເພື່ອຮັກສາໄວ້ເຊິ່ງກຽດຕິພູມ, ຄວາມເປັນເອກະລາດ ແລະອຳນາດ ອະທິປະໄຕຂອງຕົນ. ໆລໆ..ເນື້ອຫານີ້ ຈະນຳເຂົ້າຫາລື ໃນກອງປະຊຸມອາຊຽນ ທີ່ຈະຈັດຂຶ້ນ ຢູ່ສິງຄະໂປ ໃນອາທິດໜ້ານີ້..

วันพฤหัสบดีที่ 27 เมษายน พ.ศ. 2560
ເປັນຄົນລາວຕ້ອງຮູ້ໄວ້ "ມີຈັກປະເທດທີ່ຍ ົກເວັ້ນການນຳໃຊ້ Visa ສຳລັບພົນລະເມືອງລາວ ແລະ ສຳລັບການບິນລາວປະຈຸບັນມີເສັ້ນທາ ງບິນກົງໄປຈັກປະເທດ"
ປະເທດທີ່ຍົກເວັ້ນການນຳໃຊ້ Visa ສຳລັບພົນລະເມືອງລາວ (ຫນັງສືຜ່ານແດນທຳມະດາ)
ປັດຈຸບັນບໍ່ແມ່ນເລື່ອງຍາກໃນການເດີນທາງທ່ອງ ໂດຍສະເພາະໃນບັນດາປະເທດສະມາຊິກ ອາຊຽນ ແຕ່ກໍມີຫຼາຍປະເທດທີ່ມີຂໍ້ຈຳກັດ ແລະ ກົດລະບຽບການເຂົ້າອອກທີ່ເຂັ້ມງວດເຊັ່ນ ການນຳໃຊ້ Visa ປະກອບກັບໜັງສືຜ່ານແດນເພື່ອເຂົ້າປະເທດນັ້ນ ມື້ນີ້ການບິນລາວຈະມາແນະນຳສຳລັບ 10 ປະເທດ ທີ່ທ່ານສາມາດເດີນທາງເຂົ້າອອກໄດ້ສະດວກສ ໂດຍບໍ່ຈຳເປັນຕ້ອງຂໍ Visa
ໄທ (ກຳນົດພັກເຊົາ 30 ວັນ)
ຫວຽດນາມ (ກຳນົດພັກເຊົາ 30 ວັນ)
ກຳປູເຈຍ (ກຳນົດພັກເຊົາ 30 ວັນ)
ມຽນມາ (ກຳນົດພັກເຊົາ 14 ວັນ)
ສິງກະໂປ (ກຳນົດພັກເຊົາ 30 ວັນ)
ຟີລິປິນ (ກຳນົດພັກເຊົາ 30 ວັນ)
ບຣູໄນ (ກຳນົດພັກເຊົາ 14 ວັນ)
ອິນໂດເນເຊຍ (ກຳນົດພັກເຊົາ 30 ວັນ)
ມາເລເຊຍ (ກຳນົດພັກເຊົາ 30 ວັນ)
ມົງໂກລີ (ກຳນົດພັກເຊົາ 30 ວັນ)
ສຳລັບການບິນລາວປະຈຸບັນມີເສັ້ນທາງບິນກົງໄປຍັ ໄທ ຫວຽດນາມ ກຳປູເຈຍ ທີ່ພົນລະເມືອງລາວເດີນທາງໂດຍໃຊ້ພຽງໜັງສືຜ່ ລວມ 6 ເສັ້ນທາງບິນ ແລະ ຈະເພີ່ມເສັ້່ນທາງບິນອີກໃນໄວໆນີ້
ແຫລ່ງຂໍ້ມູນຈາກ: ປະເທດລາວ Pathedlao

ການແກ້ໄຂຜົນກວດສອບການເງິນ ທາງກະຊວງໄດ້ດຳເນີນການແກ້ໄຂສ່ວນຫຼາຍແລ້ວ ຄາດສຳເລັດໃນທ້າຍເດືອນມິຖຸນາ 2017
ໃນວັນທີ 27 ເມສາ 2017 ຜ່ານມາ ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ດໍາເນີນມາເປັນວັນທີ 4 ເຊິ່ງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ກໍໄດ້ຂຶ້ນລາຍງານ ແລະຊີ້ແຈງ ຄຳຖາມ ການປະກອບຄຳເຫັນ ແລະຂໍ້ສະເໜີ ຂອງກຳມາທິການແຜນການ ແລະການເງິນ ການກວດສອບບັນດາຜູ້ແທນສະພາແຫ່ງຊາດ
ຕໍ່ກັບການສະເໜີໃຫ້ມີການຕິດຕາມກວດກາຢ່າງລະອຽດ ກ່ຽວກັບຮ່ວງເງິນ 400 ຕື້ກີບ ເພື່ອແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ແລະ 300 ຕື້ກີບ ເພື່ອແກ້ໄຂໜີ້ພັນທະບັດ ເພື່ອຮັບປະກັນໃຫ້ແກ່ການນຳໃຊ້ຮ່ວງເງິນດັ່ງກ່າວຖືກເປົ້າໝາຍ ແລະ ມີປະສິດທິຜົນ ແລະ ການຊຳລະໜີ້ສິນຂອງລັດຖະບານ
ສຳລັບໂຄງການຈັດຕັ້ງປະຕິບັດສຳເລັດ 100% ເຫັນວ່າມີຄວາມຊັກຊ້າ ແລະບໍ່ທັນໄດ້ຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ການຄຸ້ມຄອງການຊຳລະໜີ້ສິນມີຄວາມປອດໃສ ຫັນເຂົ້າສູ່ລະບຽບກົດໝາຍ ແລະປະຕິບັດຕາມພາລະບົດບາດຂອງແຕ່ລະຂະແໜງການ ເຊິ່ງໄດ້ມີການປັບປຸງກົນໄກການຊຳລະໜີ້ສິນ ລະຫວ່າງກະຊວງແຜນການ ແລະການລົງທຶນຄຸ້ມຄອງ ແລະ ກະຊວງການເງິນຄຸ້ມຄອງຢ່າງຈະແຈ້ງ ພາຍຫຼັງຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງແຜນການຊຳລະໜີ້ສິນໂຄງການລົງທຶນຂອງລັດ 400 ຕື້ກີບ ກະຊວງການເງິນໄດ້ມອບເພດານ ແຜນການຊຳລະໜີ້ສິນໃຫ້ກະຊວງແຜນການ ແລະ ການລົງທຶນ ເພື່ອຄົ້ນຄວ້າຈັດສັນເປັນແຕ່ລະຂະແໜງການ ແລະ ໂຄງການ ສະເພາະການຊຳລະໜີ້ສິນພັນທະບັດ 300 ຕື້ກີບນັ້ນ ກະຊວງການເງິນໄດ້ມີການແຕ່ງຕັ້ງຄະນະ ໂດຍການເຂົ້າຮ່ວມຈາກກະຊວງແຜນການ ແລະ ການລົງທຶນ ແລະ ທະນາຄານແຫ່ງ ສປປ ລາວ ເພື່ອຄົ້ນຄວ້າກົນໄກ ຫຼັກການ ແລະ ວິທີການ ແລະເປັນບ່ອນອີງໃນການຈັດສັນແຜນຊຳລະ ໂດຍຄຳນຶງເຖິງຄວາມໂປ່ງໃສ ແລະສາມາດກວດສອບໄດ້.
ນອກຈາກນີ້ ທ່ານລັດຖະມົນຕີກະຊວງການເງິນ ຍັງໄດ້ຊີ້ແຈງຕໍ່ກັບບັນຫາພະນັກງານຂະແໜງການເງິນຈຳນວນໜຶ່ງ ຍັງມີທັດສະນະແນວຄິດການເມືອງບໍ່ໜັກແໜ້ນ ໃນການປະຕິບັດໜ້າທີ່ວິຊາສະເພາະ ບັນຫາກ່ຽວກັບພະນັກງານອາສາສະໝັກ ຫຼື ສັນຍາຈ້າງເປັນຈຳນວນຫຼວງຫຼາຍ ຂະແໜງການເງິນ ທັງສູນກາງ ແລະທ້ອງຖິ່ນ ເປັນຕົ້ນແມ່ນ ຂະແໜງລາຍຮັບສ່ວຍສາອາກອນພາສີ ແລະ ອື່ນໆ ເຊິ່ງເປັນສາເຫດໜຶ່ງເຮັດໃຫ້ການເກັບລາຍຮັບມີລັກສະນະຮົ່ວໄຫຼ ແລະບໍ່ບັນລຸຕາມແຜນການ ແລະບັນຫາອື່ນທີ່ກ່ຽວຂ້ອງກັບຂະແໜງການເງິນ.
ສຳລັບການແກ້ໄຂຜົນກວດສອບກະຊວງການເງິນ ໄດ້ດຳເນີນການແກ້ໄຂເປັນສ່ວນໃຫຍ່ແລ້ວ ເນື່ອງຈາກວ່າການແກ້ໄຂບັນຫາດັ່ງກ່າວ ໄດ້ຕິດພັນກັບບັນດາຫົວໜ່ວຍທຸລະກິດຢູ່ຂັ້ນທ້ອງຖິ່ນ ຈຶ່ງຕ້ອງໄດ້ໃຊ້ເວລາລົງສົມທົບຕົວຈິງສຳລັບພາຍໃນ ບັນດາກົມຢູ່ກະຊວງການເງິນ ແມ່ນໄດ້ແຕ່ງຕັ້ງຄະນະຮັບຜິດຊອບແກ້ໄຂຢູ່ແຕ່ລະກົມ ໂດຍມີທ່ານຮອງນາຍົກລັດຖະມົນຕີເປັນຫົວໜ້າຄະນະ ເພື່ອຊີ້ນຳແກ້ໄຂແຕ່ລະບັນຫາຕາມຜົນການກວດສອບ ຄາດວ່າທ້າຍເດືອນມິຖຸນາ 2017 ຈະສຳເລັດ.
ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ທຣຳ ເຜີຍກົນລະຍຸດເພີ່ມເພື່ອຂວ້ຳບາດ ສປປ ເກົາຫລີ
ອາເມລິກາກຽມອອກມາດຕະການຂວ້ຳບາດເພີ່ມອີກ ແລະ ໃຊ້ການທູດກົດດັນໃຫ້ ສປປ
ເກົາຫລີ ຢຸດໂຄງການພັດທະນານິວເຄຼຍ
ແລະ ລູກສອນໄຟ.
ກົນລະຍຸດຂອງປະທານາທິບໍດີ ໂດນັນ ທຣຳ ຖືກປະກາດພາຍຫລັງການບັນລະຍາຍສະຫລຸບຕໍ່ສະມາຊິກວຸດທິສະພາອາເມລິກາ 100 ຄົນ.
ກ່ອນໜ້ານີ້, ຜູ້ບັນຊາການກອງທັບອາເມລິກາໃນພາກພື້ນປາຊີຟິກ ໄດ້ກ່າວປົກປ້ອງການສົ່ງລະບົບປ້ອງກັນລູກສອນໄຟໄປຕິດຕັ້ງຢູ່ ສ.ເກົາຫລີ ໂດຍຄວາມເຄັ່ງຕຶງພວມເພີ່ມຂຶ້ນ ທ່າມກາງຄວາມກັງວົນວ່າ: ສປປ ເກົາຫລີ ພວມວາງແຜນຈະທົດລອງອາວຸດເທື່ອໃໝ່.
ຖະແຫລງການຮ່ວມຂອງທ່ານ ເຣັກ ທິວເລີສັນ ລັດຖະມົນຕີຕ່າງປະເທດອາເມລິກາ, ທ່ານ ຈິມ ແມດທິສ ລັດຖະມົນຕີປ້ອງກັນປະເທດ ແລະ ທ່ານ ແດນ ໂຄສ ຜູ້ອຳນວຍການສຳນັກງານຂ່າວແຫ່ງຊາດອາເມລິກາ ລະບຸວ່າ: ອາເມລິກາຕ້ອງການໃຫ້ເກີດສະຖຽນລະພາບ ແລະ ການປົດອາວຸດນິວເຄຼຍຢ່າງສັນຕິຢູ່ແຫລມເກົາຫລີ.
ຖະແຫລງການຂອງອາເມລິກາ ລະບຸວ່າ: ພວກເຮົາຍັງເປີດຮັບການເຈລະຈາ ເພື່ອໃຫ້ບັນລຸເປົ້າໝາຍນັ້ນ, ແຕ່ພວກເຮົາກໍກຽມພ້ອມ ເພື່ອປ້ອງກັນຕົນເອງ ແລະ ພັນທະມິດ. ເປົ້າໝາຍຂອງປະທານາທິບໍດີ ຄືການກົດດັນ ສປປ ເກົາຫລີ ໃຫ້ຍົກເລີກໂຄງການນິວເຄຼຍ, ລູກສອນໄຟ ແລະ ຢຸດການແຜ່ກະຈາຍອາວຸດ ໂດຍໃຊ້ວິທີຂວ້ຳບາດທາງເສດຖະກິດເພີ່ມອີກ ແລະ ໃຊ້ມາດຕະການທາງການທູດຮ່ວມກັບປະເທດພັນທະມິດ
ແລະ ຫຸ້ນສ່ວນຂອງພວກເຮົາ.
ທ່ານ ບາຣບາຣາ ເພລັດ ອາເຊີ ນັກຂ່າວ BBC ປະຈຳນະຄອນຫລວງວໍຊິງຕັນ ຂອງອາເມລິກາ ພວມກັງວົນຕໍ່ຄວາມກ້າວໜ້າໃນເຕັກໂນໂລຊີດ້ານປ້ອງກັນປະເທດຂອງ ສປປ
ເກົາຫລີ ເຊິ່ງອາດຈະມີຂີດຄວາມສາມາດໂຈມຕີອາເມລິກາ ດ້ວຍຫົວຮົບນິວເຄຼຍໄດ້ກ່ອນວາລະການດຳລົງຕຳແໜ່ງຂອງປະທານາທິບໍດີ ທຣຳ ຈະໝົດລົງ.
ຖ້າອາເມລິກາຈະແຊກແຊງດ້ວຍການທະຫານ ເພື່ອຢັບຢັ້ງຄວາມສ່ຽງນັ້ນ ຈະຕ້ອງຖືກຕໍ່ຕ້ານທ່າມກາງອັນຕະລາຍ, ແຕ່ປະທານາທິບໍດີ ທຣຳ ໄດ້ພະຍາຍາມໃຊ້ວິທີການເວົ້າເພື່ອສື່ສານວ່າ: ນີ້ເປັນຄວາມສ່ຽງທີ່ເຊື່ອຖືໄດ້.
ກຸນແຈສຳຄັນຂອງແຜນນີ້ ຄືການກົດດັນໃຫ້ຈີນໃຊ້ອິດທິພົນໄປກົດດັນໃຫ້ ສປປ ເກົາຫລີ ຍົກເລີກໂຄງການອາວຸດນິວເຄຼຍ ເຖິງວ່າຖະແຫລງການຂອງອາເມລິກາຈະລະບຸວ່າ: ເປີດຮັບການເຈລະຈາ, ແຕ່ຫລາຍຝ່າຍ ກະທັ້ງຜູ້ຊ່ຽວຊານຢູ່ນະຄອນຫລວງວໍຊິງຕັນເອງ ເບິ່ງວ່າລັດຖະບານ ສປປ ເກົາຫລີ ຍັງບໍ່ມີທາງຍອມຮັບເງື່ອນໄຂດັ່ງກ່າວ.
ທ່ານ ຄຣິສໂຕເຟີ ຄູນສ໌ ສະມາຊິກວຸດທິສະພາຈາກພັກເດໂມແຄຣດ ກ່າວຕໍ່ນັກຂ່າວວ່າ: ມີການເວົ້າເຖິງທາງເລືອກດ້ານການທະຫານລະຫວ່າງການບັນລະຍາຍສະຫລຸບຂອງປະທານາທິບໍດີ ໂດຍທ່ານຮູ້ສຶກວ່າ: ເປັນການບັນລະຍາຍສະຫລຸບທີ່ສຸຂຸມ
ເຊິ່ງມີຄວາມຈະແຈ້ງວ່າ: ລັດຖະບານອາເມລິກາຄິດ ແລະ ວາງແຜນເພື່ອກໍລະນີຈຳເປັນຈະຕ້ອງໃຊ້ທາງເລືອກດ້ານການທະຫານ
ແລະ ກົນລະຍຸດທາງການທູດກໍເໝາະສົມຕໍ່ຄວາມສ່ຽງແລ້ວ.
ເຖິງຢ່າງໃດກໍຕາມ, ປັດຈຸບັນນີ້ ສປປ ເກົາຫລີ ພວມຖືກສະຫະປະຊາດໃຊ້ມາດຕະການຂວ້ຳບາດທີ່ເຂັ້ມງວດຕໍ່ໂຄງການອາວຸດຢູ່ແລ້ວ.
ກ່ອນໜ້ານີ້, ພົນເຮືອເອກແຮຣີ ແຮຣິສ ຜູ້ບັນຊາການກອງທັບອາເມລິກາພາກພື້ນປາຊີຟິກ ກ່າວວ່າ: ອາເມລິກາກຽມພ້ອມດ້ວຍເຕັກໂນໂລຊີດີທີ່ສຸດ ເພື່ອກຳຈັດຄວາມສ່ຽງໃດໆກໍຕາມຈາກລູກສອນໄຟ ແລະ ອ້າງວ່າການຕິດຕັ້ງລະບົບປ້ອງກັນລູກສອນໄຟ THAAD ຢູ່ ສ.ເກົາຫລີ ມີຈຸດປະສົງເພື່ອໃຫ້ທ່ານ ກິມຈຸງອິນ ຜູ້ນຳ ສປປ ເກົາຫລີ ຄົ້ນຄິດຄືນໃໝ່. ພົນເຮືອເອກ ແຮຣິສ ເຊື່ອວ່າ: ສປປ
ເກົາຫລີ ຈະພະຍາຍາມໂຈມຕີອາເມລິກາທັນທີທີ່ມີຂີດຄວາມສາມາດທາງດ້ານການທະຫານ.
ສ່ວນຈີນເບິ່ງວ່າ: ການຕິດຕັ້ງລະບົບປ້ອງກັນລູກສອນໄຟ THAAD ຈະສົ່ງຜົນກະທົບຕໍ່ສະຖຽນລະພາບ ແລະ ຢູ່ ສ.ເກົາຫລີ ເອງກໍມີຜູ້ອອກມາປະທ້ວງ ເຊິ່ງເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 3 ຄົນ ລະຫວ່າງປະທະກັບຕຳຫລວດ. ຂະນະທີ່ຂະບວນລົດບັນທຸກລະບົບປ້ອງກັນລູກສອນໄຟເຄື່ອນທີ່ເຂົ້າໄປສະໜາມກ໊ອຟເກົ່າ
ໃນວັນທີ 26 ເມສາ.

วันพุธที่ 26 เมษายน พ.ศ. 2560
ວິເຄາະລັດທິ
ແມ່ນບໍ່ວ່າ ລັດທິມາກ - ເລນິນ “ມາຈາກ ພາຍນອກ, ເລີ່ມຈາກໂລກຕາເວັນຕົກ ດັ່ງນັ້ນ ຈຶ່ງບໍ່ສອດຄ່ອງກັບຫວຽດນາມ” ຫຼືແນວໃດ?
ວ.ກ.ອອນໄລ - ຄວາມເປັນຈິງແຫ່ງປະຫວັດສາດໃຫ້ເຫັນວ່າ, ນັບແຕ່ມື້ເປັນຮູບເປັນຮ່າງ ຂະຫຍາຍຕົວ ແລະ ກໍ່ຕັ້ງຂຶ້ນ ໃນທ້າຍສະຕະວັດທີ XIX, ທິດສະດີມາກ-ເລນິນ
ແລະ ບັນດາມູນຫຼັກ ກົດເກນເສດຖະກິດ-ສັງຄົມ ຊຶ່ງທິດສະດີດັ່ງກ່າວຄົ້ນເຜີຍອອກມານັ້ນ ນັບມື້ນັບໄດ້ຮັບການພິສູດຢັ້ງຢືນ ດ້ວຍພຶດຕິກຳແຫ່ງຊີວິດ, ໄດ້ຮັບການຮັບຮູ້ຢ່າງກວ້າງຂວາງ ແລະ ກາຍເປັນຮາກຖານແນວຄິດ ເປັນເຂັມທິດຊີ້ທາງ ໃຫ້ແກ່ການເຄື່ອນໄຫວປະຕິວັດ ຂອງຊົນຊັ້ນກຳມະກອນ, ເປັນອາວຸດທິດສະດີອັນແຫຼມຄົມ ຂອງຊົນຊັ້ນກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານ
ແລະ ຂອງບັນດາພັກການເມືອງຜູ້ນຳໜ້າ ທີ່ແທ້ຈິງ ຂອງຊົນຊັ້ນດັ່ງກ່າວຢູ່ໃນໂລກ ຊຶ່ງໃນນັ້ນມີຫວຽດນາມ.
ໃນຕະຫຼອດສະຕະວັດທີ່ຜ່ານມາ, ເປັນຕົ້ນແມ່ນໃນສອງສາມທົດສະວັດທ້າຍສະຕະວັດທີ XX, ພິເສດແມ່ນພາຍຫຼັງທີ່ລັດທິສັງຄົມນິຍົມ
ເປັນຈິງ ຢູ່ສະຫະພາບໂຊວຽດແລະຢູ່ບັນດາປະເທດເອີຣົບຕາເວັນອອກ ຖືກພັງທະລາຍລົງ, ລັດທິມາກ - ເລນິນໄດ້ຖືກບິດເບືອນ ເສກສັນປັ້ນແຕ່ງຢ່າງສວຍໂອກາດ ຫຼືຄຳພີຊີຊົງທຸກຊະນິດ. ນັບແຕ່ຕົ້ນສະຕະວັດທີ XXI ມາເຖິງປັດຈຸບັນ, ກົນອຸບາຍບິດເບືອນ ເສກສັນປັ້ນແຕ່ງລັດທິມາກ - ເລນິນ ຊ້ຳພັດເພີ່ມທະວີຂຶ້ນທາງດ້ານຂະໜາດ ກໍ່ຄືຮູບການ, ມີລັກສະນະອັນຕະລາຍ ແລະໂຫດຫ້ຽມເລິກແລບກວ່າເກົ່າ. ບັນດາອິດທິກຳລັງສັດຕູມີກົນອຸບາຍບຸກໂຈມຕີໂດຍກົງໃສ່ ທິດສະດີວິທະຍາສາດ ແລະປະຕິວັດດັ່ງກ່າວນັ້ນ ເພື່ອແນໃສ່ຍຸບຍອບອິດທິພົນ, ນັບທັງປ້າຍສີຊີວິດສ່ວນຕົວ ແລະພາລະກິດປະຕິວັດຂອງ ກ.ມາກ, ຟ.ອັງແກນ ແລະ ວ.ອີ.ເລນິນ; ພວກເຂົາພະຍາຍາມປະຕິບັດກົນອຸບາຍປະຕິເສດ ລົບລ້າງລັດທິມາກ - ເລນິນ ທັງໝັດໃນໂລກ, ຜິປອງທຳລາຍ ມ້າງເພຮາກຖານແນວຄິດການເມືອງຂອງພັກກອມມູນິດຫວຽດນາມ. ອາດຈະເຫັນໄດ້ຢ່າງງ່າຍດາຍວ່າ ພວກເຂົາກຳລັງພະຍາຍາມໂຄສະນາ ຕີຄ້ອງຮ້ອງປ່າວໃຫ້ແກ່ທັດສະນະທີ່ວ່າ: “ທິດສະດີມາກແມ່ນຜະລິດຕະພັນຂອງສະຕະວັດທີ XIX, ດັ່ງນັ້ນເມື່ອເອົາມາຕັ້ງໄວ້ໃນສະພາບແວດລ້ອມຂອງສະຕະວັດທີ XXI ຖ້າຫາກມັນບໍ່ຫຼ້າຫຼັງ ມັນກໍ່ບໍ່ອາດເປັນວິທະຍາສາດໄດ້”(!); “ລັດທິມາກ - ເລນິນເປັນສິ່ງທີ່ມາຈາກພາຍນອກ, ເລີ່ມຈາກໂລກຕາເວັນຕົກ ດັ່ງນັ້ນຈຶ່ງບໍ່ສອດຄ່ອງກັບຫວຽດນາມ”,
ໆລໆ.. (!).
ແຕ່, ຄວາມຈິງແມ່ນຄືກັບສິ່ງທີ່ບັນດາອິດທິກຳລັງສັດຕູຂອງລັດທິມາກ - ເລນິນ ໄດ້ໂຄສະນາ ຫຼືແນວໃດ?
ກ.ມາກ, ຟ.ອັງແກນ, ວ.ອີ.ເລນິນ ແມ່ນບັນດານັກວິທະຍາສາດ - ນັກປະຕິວັດ. ອຸດົມຄະຕິຂອງພວກເພີ່ນ ແມ່ນຄວາມມຸ່ງມາດປາຖະໜາ ຂອງມະນຸດຊາດຜູ້ກ້າວໜ້າ ນັ້ນຄື: ມະນຸດໄດ້ຮັບການປົດປ່ອຍຢ່າງສົມບູນໃຫ້ພົ້ນອອກຈາກການກົດຂີ່ຂູດຮີດທຸກຢ່າງ, ໄດ້ກິນອິ່ມນຸ່ງອຸ່ນສຸກກາຍສະບາຍໃຈ ມີເສລີພາບ
ແລະຜາສຸກ. ຂໍຖາມ, ແມ່ນບໍ່ວ່າ ສິ່ງສັກສິດຄືແນວນັ້ນມີພຽງໂລກຕາເວັນຕົກຕ້ອງການແຕ່ຜູ້ດຽວ ແລະ ອຸດົມຄະຕິຂອງພວກເພີ່ນພຽງແຕ່ສອດຄ່ອງກັບໂລກຕາເວັນຕົກເທົ່ານັ້ນ ຫຼືແນວໃດ ຊຶ່ງລັດທິທຶນນິຍົມ ພວມຢຽບຢ່ຳຍ່ຳຍີ່ຢ່າງເລິກແລບແນບນຽນ ໃສ່ຊາຕາກຳຂອງແຕ່ລະຄົນ ກໍ່ຄືຂອງບັນດາຊົນຊາດ? ທິດສະດີທີ່ພວກເພີ່ນກໍ່ຕັ້ງຂຶ້ນ
ແລະພະຍາຍາມປົກປັກຮັກສາຢ່າງບໍ່ອິດເໝື່ອຍນັ້ນ ແມ່ນເພື່ອແນໃສ່ຫັນອຸດົມຄະຕິດັ່ງກ່າວໃຫ້ເປັນຄວາມຈິງ, ບົນພື້ນຖານປະຫວັດສາດຕົວຈິງ, ຢ່າງພາວະວິໄສຕາມ ໂລຊິກແຫ່ງການພັດທະນາຈຳເປັນແນ່ນອນຂອງມະຂຸດຊາດ , ດ້ວຍວິທີ “ຜ່າຕັດ” ແລະຫັນປ່ຽນປະຕິວັດຕໍ່ກັບສັງຄົມໃນສະໄໝນັ້ນໆ. ເວົ້າຢ່າງອື່ນ, ທິດສະດີຂອງພວກເພີ່ນພຽງແຕ່ຊ່ວຍໃຫ້ມະຂຸດຊາດ ຄັດເລືອກເອົາສິ່ງທີ່ຄວນ ແລະ ຕ້ອງໄປຕາມເສັ້ນທາງ ພາໄປເຖິງສັງຄົມທີ່ບໍ່ມີຄົນຂູດຮີດຄົນ , ດ້ວຍບັນດາ ກຳລັງ ຕັດສິນເບື້ອງຕົ້ນ ບັນດາເງື່ອນໄຂ ທີ່ມີລັກສະນະຕ້ອງການ ແລະພຽງພໍ, ເມື່ອຢືນຢູ່ສາມແຍກປະຫວັດສາດແຫ່ງການ ຄັດເລືອກ ແລະຕ້ອງຕັດສິນຕົກລົງ . ຂໍຖາມ,
ໂລກຕາເວັນອອກ ຊຶ່ງເປັນບ່ອນທີ່ລັດທິລ່າເມືອງຂຶ້ນພວມກົດຂີ່ຂົ່ມເຫັງ ບັນດາປະຊາຊາດນັ້ນ ຈະຕ້ອງການສິ່ງດັ່ງກ່າວຫຼືບໍ່? ຫຼືວ່າ ມີພຽງໂລກຕາເວັນຕົກ ຊຶ່ງເປັນບ່ອນທີ່ປະຊາຊົນຜູ້ອອກແຮງງານ ໃນບັນດາປະເທດທຶນນິຍົມ ກຳລັງຖືກຊົນຊັ້ນນາຍທຶນ ກົດຂີ່ຂູດຮີດ, ຈຶ່ງຕ້ອງການສິ່ງດັ່ງກ່າວນັ້ນ?
ຄວາມຕ້ອງການ, ຄວາມສອດຄ່ອງ, ບົດບາດເປັນຮາກຖານ, ພື້ນຖານແນວຄິດທິດສະດີ, ເປັນເຂັມທິດຊີ້ທາງໃຫ້ແກ່ການເຄື່ອນໄຫວປະຕິວັດ ຂອງລັດທິມາກ - ເລນິນ ຕໍ່ກັບປະຫວັດສາດແຫ່ງການຂະຫຍາຍຕົວຂອງການປະຕິວັດໂລກ ແລະ ຫວຽດນາມນັ້ນ ອາດຈະສັງລວມຢູ່ໃນບາງຈຸດຕົ້ນຕໍລຸ່ມນີ້ :
1- ການເຄື່ອນເໜັງ, ການຂະຫຍາຍຕົວແຕ່ຍຸກບູຮານມາເຖິງປັດຈຸບັນຂອງມະນຸດຊາດ
ແລະຂອງປະຫວັດສາດແຫ່ງຊາດຫວຽດນາມ
ເປັນຫຼັກຖານພະຍານອັນຈະແຈ້ງ ທີ່ຢືນຢັນວ່າ, ທິດສະດີຮູບຖານເສດຖະກິດ-ສັງຄົມຂອງລັດທິມາກ - ເລນິນ ແມ່ນວິທະຍາສາດ ຖືກຕ້ອງ
ແລະສ່ອງແສງຢ່າງຊັດເຈນເຖິງປະຫວັດສາດແຫ່ງການເຄື່ອນເໜັງ ຂະຫຍາຍຕົວຈະເລີນກ້າວໜ້າ ຂອງມະນຸດຊາດທັງໝົດ, ໃນນັ້ນມີຊາດຫວຽດນາມ.
ທຸກຄົນລ້ວນແຕ່ຮູ້ແລ້ວວ່າ, ທິດສະດີຮູບຖານເສດຖະກິດ-ສັງຄົມ ແມ່ນພື້ນຖານທິດສະດີ
ແລະວິທີວິທະຍາຂອງລັດທິມາກ - ເລນິນ ທີ່ໃຊ້ເພື່ອເຂົ້າເຖິງການຄົ້ນຄວ້າ, ອະທິບາຍ, ຄາດຄະເນການຂະຫຍາຍຕົວທີ່ມີລັກສະນະປະຫວັດສາດ - ທຳມະຊາດ ຂອງສັງຄົມມະນຸດເວົ້າລວມ, ຂອງແຕ່ລະຊາດເວົ້າໂດຍສະເພາະ,
ໃນນັ້ນມີການຂະຫຍາຍຕົວຂອງປະຫວັດສາດຫວຽດນາມ. ທິດສະດີດັ່ງກ່າວໄດ້ຊີ້ແຈ້ງ:
- ປະຫວັດສາດການຂະຫຍາຍຕົວຂອງມະນຸດຊາດ ແມ່ນປະຫວັດສາດແຫ່ງການຂະຫຍາຍຕົວ ແລະ ປ່ຽນແທນຊຶ່ງກັນແລະກັນ
ລະຫວ່າງບັນດາຮູບຖານເສດຖະກິດ-ສັງຄົມ,
ໃນນັ້ນ ມີການຂະຫຍາຍຕົວຂອງບັນດາການພົວພັນການຜະລິດ ຕາມທິດກ້າວໜ້າ ທີ່ເປັນພື້ນຖານໂຄງລ່າງ ຊຶ່ງຢູ່ເທິງນັ້ນ ໂຄງບົນທີ່ສອດຄ່ອງໄດ້ຮັບການສ້າງຕັ້ງຂຶ້ນ.
- ປະຫວັດສາດສັງຄົມມະນຸດໄດ້ ແລະ ພວມຜ່ານ 5 ຮູບຖານເສດຖະກິດ-ສັງຄົມ. ນັ້ນແມ່ນກົດເກນລວມແຫ່ງການຂະຫຍາຍຕົວ ຂອງສັງຄົມມະນຸດ; ສ່ວນສຳລັບແຕ່ລະປະຊາຊາດ
ແມ່ນອາດຈະປະຂ້າມຮູບຖານໃດໜຶ່ງ ໂດຍແລ້ວແຕ່ເງື່ອນໄຂປະຫວັດສາດຂອງຍຸກສະໄໝ
ແລະ ຂອງຊາດ. ຫວຽດນາມປະຂ້າມການຂະຫຍາຍຕົວຂອງຮູບຖານເສດຖະກິດ-ສັງຄົມ ກຳມະສິດຂ້າທາດ ແລະ ຮູບຖານເສດຖະກິດ-ສັງຄົມທຶນນິຍົມ ນັ້ນແມ່ນຄວາມຈິງປະຫວັດສາດພາວະວິໄສ ທີ່ບໍ່ອາດຈະປະຕິເສດໄດ້.
ເປັນອັນວ່າ, ບັນດາຜູ້ກໍ່ຕັ້ງລັດທິມາກ -
ເລນິນ ບໍ່ພຽງແຕ່ “ຜ່າຕັດ” ບັນດາຮູບຖານເສດຖະກິດ-ສັງຄົມແບບງ່າຍດາຍເທົ່ານັ້ນ ຫາກຍັງໄດ້ວິໄຈໄຈ້ແຍກໃຫ້ເຫັນແຈ້ງທາດແທ້
ແລະ ບັນດາຄວາມຂັດແຍ່ງພື້ນຖານ ຢູ່ໃນແຕ່ລະຮູບຖານເສດຖະກິດ-ສັງຄົມ ແລະ ສຸດທ້າຍ ກໍ່ໄດ້ຄາດຄະເນການປ່ຽນແທນລະຫວ່າງບັນດາຮູບຖານເສດຖະກິດ-ສັງຄົມ ຈາກຕ່ຳຂຶ້ນສູ່ສູງຕາມລຳດັບ ຫຼືຕາມແບບກ້າວກະໂດດຢ່າງສັດຈະວິພາກ, ຕາມກົດເກນ. ຢ່າງເປັນແບບປະຫວັດສາດ - ທຳມະຊາດ, ຊຶ່ງຄືກັນກັບການກ້າວແຕ່ລະບອບກອມມູນິດປະຖົມບູຮານ ມະນຸດຊາດໄດ້ຂຶ້ນສູ່ລະບອບກຳມະສິດຂ້າທາດ
ແລ້ວຂຶ້ນລະບອບສັກດິນາ ແລະຂຶ້ນສູ່ລະບອບທຶນນິຍົມ, ດັ່ນນັ້ນ ຫຼັງຈາກຮູບຖານເສດຖະກິດ-ສັງຄົມທຶນນິຍົມ ຕ້ອງແມ່ນຮູບຖານເສດຖະກິດ-ສັງຄົມທີ່ກ້າວໜ້າກວ່າ, ນັ້ນແມ່ນສັງຄົມກອມມູນິດນິຍົມ. ນັ້ນແມ່ນຄວາມຈຳເປັນປະຫວັດສາດທີ່ຖືກກັບກົດເກນ ຊຶ່ງວິທະຍາສາດມາກຊິດໄດ້ຊີ້ອອກ.
ຍ້ອນລັດທິມາກ - ເລນິນ ແມ່ນວິທະຍາສາດ ແລະ ປະຕິວັດຢ່າງເຖິງຖອງ ດັ່ງນັ້ນ ມັນຈຶ່ງແກ້ໄຂຄວາມຕຶກຕອງ ຄວາມຕ້ອງການເພື່ອກ້າວໜ້າທຸກຢ່າງ ຂອງມະນຸດຊາດຜູ້ອອກແຮງງານ, ເຖິງວ່າຈະຢູ່ໂລກຕາເວັນອອກ ຫຼືຢູ່ໂລກຕາເວັນຕົກກໍ່ຕາມ, ຄືທີ່ກະໂຕມັນສ່ອງແສງແຈ້ງສະຫວ່າງ. ຄວາມຈິງແຫ່ງປະຫວັດສາດໃຫ້ເຫັນວ່າ, ນັບແຕ່ເມື່ອລັດທິມາກເປັນຮູບເປັນຮ່າງ ແລະຂະຫຍາຍຕົວ ໃນລະຫວ່າງກາງສະຕະວັດທີ XIX, ລະບົບບັນດາແນວຄິດ ທັດສະນະ ແລະບັນດາມູນຫຼັກ ກົກເກນເສດຖະກິດ-ສັງຄົມ ຊຶ່ງລະບົບວິທະຍາສາດນັ້ນຄົ້ນເຜີຍອອກມາ ກໍ່ນັບມື້ນັບໄດ້ຮັບການພິສູດຢັ້ງຢືນດ້ວຍພຶດຕິກຳແຫ່ງຊີວິດການເປັນຢູ່, ໄດ້ຮັບການຮັບຮູ້ຢ່າງກວ້າງຂວາງ
ແລະກາຍເປັນຮາກຖານແນວຄິດ ເປັນເຂັມທິດຊີ້ທາງໃຫ້ແກ່ການເຄື່ອນໄຫວປະຕິວັດ ຂອງຊົນຊັ້ນກຳມະກອນທົ່ວໂລກ, ເປັນອາວຸດທິດສະດີອັນແຫຼມຄົມຂອງຊົນຊັ້ນກຳມະກອນ ແລະປະຊາຊົນຜູ້ອອກແຮງງານ ໃນທະວີບຕ່າງໆ ແລະຂອງບັນດາພັກທີ່ນຳໜ້າ ແທ້ຈິງຂອງຊົນຊັ້ນດັ່ງກ່າວນັ້ນ, ໂດຍບໍ່ວ່າຈະຢູ່ຫວຽດນາມ ຫຼືປະເທດອື່ນໃດ, ຊາດອື່ນໃດ ຫຼືທະວີບໃດ.
ໃຜໆກໍ່ອາດຈະເຫັນວ່າ, ນັບແຕ່ເມື່ອຫາກໍ່ເປັນພຽງ “ເງົາຜີ” ຢູ່ທະວີບເອີຣົບ ລັດທິກອມມູນິດວິທະຍາສາດກໍ່ໄດ້ຮັບການທົດລອງໃນພາກປະຕິບັດ ດ້ວຍການປະຕິວັດກຳມາຊີບ, ຊຶ່ງໄດ້ລະເບີດຂຶ້ນ ແລະສຳເລັດຜົນ, ອຳນາດການປົກຄອງຂອງກຳມະກອນຊາວນາ ຖືກສ້າງຕັ້ງຂຶ້ນໃນພາກຕົວຈິງ, ລັດທິສັງຄົມນິຍົມຕົວຈິງໄດ້ຄົງຕົວຢູ່ໃນຖານະນາມເປັນລະບົບໜຶ່ງ ທີ່ມີລັກສະນະດີເດັ່ນທຸກຢ່າງ ແລະກຳລັງຊີວິດອັນແຮງກ້າຂອງມັນ ຢູ່ໃນໂລກ. ມັນແມ່ນວິນຍານຂອງບັນດາຂະບວນການກ້າວໜ້າ, ຊ່ວຍໃຫ້ບັນດາປະຊາຊາດທັບມ້າງລັດທິຟາດຊິດ, ປົດປ່ອຍຕົນເອງອອກຈາກແອກຄອບຄອງ ຂອງລັດທິລ່າເມືອງຂຶ້ນແບບເກົ່າ ແລະໃໝ່, ຍາດເອົາເອກະລາດແຫ່ງຊາດ ສິດທິພົນລະເມືອງ ແລະເສລີພາບມາໃຫ້ມະນຸດຊາດຜູ້ອອກແຮງງານທັງໝົດ ໂດຍບໍ່ແມ່ນໃຫ້ພຽງແຕ່ພາກຟ້າໃດໜຶ່ງເທົ່ານັ້ນ.
ກ.ມາກ ເປັນນັກວິທະຍາສາດທີ່ປີຊາສາມາດ ແລະເປັນນັກປະຕິວັດທີ່ເຖິງຖອງທີ່ສຸດ
ເພີ່ນໄດ້ເຜີຍແບຢ່າງຊັດເຈນທາດແທ້ຂູດຮີດ ຂອງລະບອບທຶນນິຍົມ ຄືຂູດຮີດຄຸນຄ່າສ່ວນເກີນ ຊຶ່ງເປັນຕົວການທີ່ໄດ້ຄຸມຂັງປະຊາຊົນຜູ້ອອກແຮງງານ ຢູ່ໃນປະເທດມັນເອງ ຫຼືຢູ່ປະເທດເມືອງຂຶ້ນ ຂອງຊົນຊັ້ນນາຍທຶນ, ຜູ້ທີ່ໄດ້ຢຽບຢ່ຳຍ່ຳຍີ່ໃສ່ເອກະລາດ ອິດສາລະພາບ ຂອງບັນດາປະຊາຊາດໃນໂລກ. ທາດແທ້ຂູດຮີດຂອງລັດທິທຶນນິຍົມບໍ່ມີການປ່ຽນແປງ, ທາດແທ້ປະຕິການຮອບດ້ານຂອງພື້ນຖານການເມືອງນາຍທຶນປັດຈຸບັນຍັງຄົງຕົວຢູ່, ທາດແທ້ຂັດແຍ່ງ ວິກິດການ
ແລະ ທ່າອຽງຫາຍະນະອັນຈຳເປັນແນ່ນອນ
ຂອງລັດທິທຶນນິຍົມ ຍັງຄົງເປັນບັນຫາສົດໆຮ້ອນໆ ຂອງສະໄໝທີ່ ກ.ມາກ ມີຊີວິດຢູ່ ກໍ່ຄືຂອງສະໄໝປັດຈຸບັນ. ວ.ອີ.ເລນິນ ຊີ້ແຈ້ງວ່າ: “ທິດສະດີຂອງມາກ ແມ່ນທິດສະດີທີ່ສັກສິດຮອບດ້ານ ຍ້ອນວ່າມັນແມ່ນທິດວະດີທີ່ຊັດເຈນ (1) ” . ທ່ານປະທານໂຮ່ຈີມິນ ຂຽນວ່າ: “ລັດທິເລນິນ... ບໍ່ພຽງແຕ່ເປັນ “ຕຳລາ” ທີ່ສັກສິດ, ບໍ່ພຽງແຕ່ເປັນເຂັມທິດຊີ້ທາງເທົ່ານັ້ນ ຫາກຍັງເປັນດວງຕາເວັນສ່ອງເຍືອງເສັ້ນທາງໃຫ້ພວກເຮົາໄປເຖິງໄຊຊະນະສຸດທ້າຍ, ໄປເຖິງລັດທິສັງຄົມນິຍົມ ແ
ລະ ສັງຄົມກອມມູນິດ” (2) .
ແຕ່ວ່າ, ບັນດາທັດສະນະຜິດພາດ ແລະປະຕິການພັດອີງໃສ່ການພັງທະລາຍລົງຂອງຕົວແບບສັງຄົມນິຍົມ ຢູ່ເອີຣົບຕາເວັນອອກ ແລະ ສະຫະພາບໂຊວຽດ ເພື່ອຕີຄ້ອງຮ້ອງປ່າວຂຶ້ນວ່າ: “ລັດທິມາກຖືກປະລາໄຊແລ້ວ”(!). ແລະ, ມື້ນີ້, ພັດແມ່ນພວກເຂົາເອງໄດ້ເຜີຍໃຫ້ເຫັນຄວາມຮູ້ແບບ “ຄັດຖອດສຳນວນ”, “ອ້າງວາຈາ”, ດ້ານດຽວ ແລະຝືນວິທະຍາສາດ ກ່ຽວກັບລັດທິມາກ, ໃນເວລາທີ່ລັດທິທຶນນິຍົມພວມດີ້ນຮົນຢູ່ໃນບວກຕົມແຫ່ງວິກິດການ, ຄືດັ່ງທີ່ ກ.ມາກ ໄດ້ຄາດຄະເນ, ແລະພວກເຂົາພະຍາຍາມປິດບັງສະພາບການດັ່ງກ່າວ ດ້ວຍການຂຶ້ນລົງຂອງລັດທິສັງຄົມນິຍົມ. ຖ້ອຍທຳນອງ “ກ່າວອ້າງ” ຂອງພວກເຂົາບໍ່ອາດລໍ້ລວງຜູ້ໃດໄດ້. ມະໂນທຳຂອງທະນຸດຊາດຍັງຄົງສ່ອງໃສທຸ່ນທ່ຽງ ແລະ ສະຫຼາດທີ່ສຸດເມື່ອໃຫ້ທັດສະນະວ່າ “ລັດທິມາກຍັງຄົງຮັກສາຄວາມໝາຍ ແລະຄວາມສຳຄັນຂອງມັນໄວ້ໄດ້ໃນໂລກທັນສະໄໝ...” (3) , “ຍາມໃດກໍ່ເປັນຫຼັກຖານເພື່ອຕັດສິນຕົກລົງ ໃຫ້ແກ່ບັນດາການຈັດຕັ້ງປະຕິວັດ ຂອງຊົນຊັ້ນກຳມະກອນສາກົນ, ໃຫ້ແກ່ບັນດາພັກກອມມູນິດທີ່ແທ້ຈິງ ໃນການວາງແນວທາງຍຸດທະສາດ ຍຸດທະວິທີປະຕິວັດຂອງຕົນ” (4) . ມັນຂີດໝາຍການຂະຫຍາຍສະຕິປັນຍາຂອງມະນຸດຊາດ
ໃນສະໄໝຂ້າມຜ່ານຈາກລັດທະທຶນນິຍົມ ຂຶ້ນສູ່
ສັງຄົມນິຍົມ. ຍິ່ງກວ່ານັ້ນອີກ, ກະໂຕຜູ້ທີ່ໃສ່ຮ້າຍປ້າຍສີ ບິດເບືອນ ກ.ມາກ ໄດ້ຕັ້ງໃຈບໍ່ຮູ້ເຫັນວ່າ ລັດທິສັງຄົມນິຍົມຢູ່ສະຫະພາບໂຊວຽດ ແລະ ຢູ່ເອີຣົບຕາເວັນອອກ (ກ່ອນໜ້ານີ້) ຖືກພັງທະລາຍລົງ ບໍ່ແມ່ນຍ້ອນແນວຄິດວິທະຍາສາດຂອງລັດທິມາກ - ເລນິນ ບໍ່ມີລັກສະນະຍຸກສະໄໝອີກ ຫາກແມ່ນຍ້ອນການລົ້ມລະລາຍຂອງແນວທາງທີ່ຜິດພາດ ທີ່ຕົກໃສ່ພະຍາດອາດຍາສິດ ຄຳພີຕາຍຕົວ ອັດຕະວິໄສ
ເຈດຈຳນົງນິຍົມ ຊຶ່ງເລີ່ມແຕ່ຄວາມຜິດພາດໃນການສ້າງແນວທາງການນຳຂອງພັກຜູ້ກຳອຳນາດຢູ່ນັ້ນ, ຍ້ອນໄປຜິດກັບລັດທິມາກ - ເລນິນທີ່ແທ້ຈິງ, ຊ້ຳບໍ່ໜຳ ຍັງໄດ້ແກ້ໃໝ່ລັດທິມາກ ແລະທໍລະຍົດຕໍ່ລັດທິສັງຄົມນິຍົມວິທະຍາສາດ; ພ້ອມກັນນັ້ນ ບໍ່ອາດບໍ່ນັບທັງກົນອຸບາຍອັນໂຫດຫ້ຽມ ໃນຍຸດທະສາດ “ຫັນປ່ຽນໂດຍສັນຕິ” ທີ່ລັດທິຈັກກະພັດສາກົນນຳໃຊ້. ສັດຕູຂອງບັນດາພັກກອມມູນິດ ໄດ້ສວຍໃຊ້ຢ່າງສຸດຂີດ ຄວາມຜິດພາດຕ່າງໆໃນແນວທາງ, ຂໍ້ຂາດຕົກບົກພ່ອງຕ່າງໆ ທີ່ບໍ່ໄດ້ແກ້ໄຂຢ່າງທັນການໃນການນຳພາ ແລະບໍລິຫານບ້ານເມືອງຂອງພັກກຳອຳນາດຢູ່ປະເທດເຫຼົ່ານັ້ນ... ເພື່ອຊື້ຈ້າງຈອບອອຍ ຍຸຍົງ ແລະປຸກກຳລັງໃຈພາກສ່ວນສວຍໂອກາດພາຍໃນປະເທດ, ສົ່ງເສີມການເຄື່ອນໄຫວຝືນປະຕິວັດຢູ່ພາຍນອກ. ພວກສັດຕູຂອງ ກ.ມາກ ໄດ້ຖິ້ມໂທດທັງໝົດນັ້ນໃສ່ ກ.ມາກ,
ໃສ່ລັດທິມາກ - ເລນິນ (!).
ຜູ້ໃດຍັງມີຄວາມລະແວງສົງໄສກ່ຽວກັບເລື່ອງນັ້ນ ຂໍໃຫ້ອ່ານບົດໃນເວັບໄຊ htpp://vi.Wikipedia.org/wiki/KarlMarx : ປີ 1999, ມະຫາວິທະຍາໄລ ແຄມບຣິດ (University of Cambridge) ໄດ້ປະກາດການກວດສອບ ນັກແນວຄິດອັນດັບໜຶ່ງໃນສະຫັດສະວັດທີ 2, ຜົນກໍ່ຄື ກາກ ມາກ ນຳໜ້າ, ອານເບີດ ເອັນສເຕນ (Albert Einstein - ນັກວິທະຍາສາດທີ່ຍິ່ງໃຫຍ່) ທີ 2. ແລະໃນມໍ່ໆນີ້, ຕາມການສຳຫຼວດຄວາມເຫັນຂອງວາລະສານ Spiegel (ເຢຍລະມັນ), ກ.ມາກ ໄດ້ຮັບການນິຍົມຊົມຊອບຢ່າງແປກປະຫຼາດ - ປະຊາຊົນເຢຍລະມັນກວ່າ 50% ເວົ້າວ່າ “ການຕຳໜິວິພາກຂອງ ກ.ມາກ ຕໍ່ກັບລັດທິທຶນນິຍົມ ປັດຈຸບັນນີ້ຍັງມີຄຸນຄ່າຄືເກົ່າ”, ຊ້ຳບໍ່ໜຳ ກວ່າ 56% ໃຫ້ທັດສະນະວ່າ “ລັດທິສັງຄົມນິຍົມແມ່ນແນວຄິດດີ ແຕ່ປະຕິບັດບໍ່ດີ”; ແລະ ກ.ມາກ ຍັງໄດ້ຮັບຄວາມເຫັນດີເຫັນພ້ອມຈາກໄວໜຸ່ມຫຼາຍກວ່ານັ້ນອີກ. ແລະ,
ຕາມບົດຄວາມທີ່ລົງໃນ http://ww.guardian.co.uk/politics/jul/17/comment.theo bserverl , ທ່ານ ຈ.ໂຊຣອສ (G.Soros) ນັກທຸລະກິດອາເມລິກາ ຜູ້ຊຳນານໃນການວິເຄາະຄ່າເງິນ ແລະລົງທຶນຫຸ້ນ ໄດ້ຂຽນວ່າ “ກ.ມາກ ແລະ ຟ.ອັງແກນ ໄດ້ໃຫ້ການໄຈ້ແຍກດີທີ່ສຸດ ກ່ຽວກັບລະບົບທຶນນິຍົມ ກ່ອນໜ້ານີ້ 150 ປີ”. ວາລະສານ The New Yorker (ອາເມລິກາ) ກໍ່ໃຫ້ທັດສະນະວ່າ: ບັນດານັກເສດຖະສາດຍຸກປັດຈຸບັນພວນ “ກ້າວໄປຕາມຮອຍຕີນຂອງ ກ.ມາກ ໂດຍບໍ່ຮູ້ຕົວ” ໃນຂະບວນວິວັດແຫ່ງການແກ້ໄຂບັນດາບັນຫາທີ່ພວກເຂົາຕ້ອງປະເຊີນໜ້າ, ກ.ມາກ “ໄດ້ໄຈ້ແຍກລະບົບຫາຄວາມລ້ຳລວຍນີ້ ດີກວ່າໝູ່ໝົດ... ຄືດັ່ງວ່າ ກ.ມາກ ໄດ້ລຸກຂຶ້ນມາຈາກສຸສານ !”. ແລະຄວາມຈິງພວມພິສູດຢັ້ງຢືນວ່າ ກະໂຕລັດທິທຶນນິຍົມ ເຖິງວ່າຈະຢູ່ໂລກຕາເວັນອອກ ຫຼືຢູ່ໂລກຕາເວັນຕົກກໍ່ຕາມ (ແຕ່ຍີ່ປຸ່ນ ຈົນເຖິງເອີຣົບຕາເວັນຕົກ ແລະ ອາເມລິກາ...) ກໍ່ໄດ້ ແລະພວມໝູນໃຊ້ລັດທິມາກ - ເລນິນ ແນໃສ່ດັດສົມ ປັບປ່ຽນໃຫ້ຄ່ອງຕົວ ເພື່ອດຳລົງຄົງຕົວຢູ່ໄດ້ ຫັ້ນແຫຼະ.
ລັດທິມາກ - ເລນິນ ພວມ ແລະຈະພາທາງໃຫ້ແກ່ການປະຕິວັດຫວຽດນາມຕະຫຼອດໄປ, ພາຍໄຕ້ຄັນທຸງຂອງພັກກອມມູນິດຫວຽດນາມ, ເພື່ອລັດທິສັງຄົມນິຍົມ ເພື່ອອຸດົມຄະຕິປະກອບສ່ວນປົດປ່ອຍມະນຸດຊາດຜູ້ອອກແຮງງານທັງໝົດ ຄືທີ່ທຸກຄົນລ້ວນແຕ່ເຫັນແຈ້ງ!
2- ລັດທິມາກ - ເລນິນ ຊີ້ບອກກົດເກນພາວະວິໄສ ຂອງຂະບວນວິວັດແຫ່ງການກຳເນີດ ຂະຫຍາຍຕົວຂອງລັດທິສັງຄົມນິຍົມ ລັດທິກອມມູນິດ; ພ້ອມກັນນັ້ນກໍ່ຊີ້ໃຫ້ເຫັນເຖິງເງື່ອນໄຂອັດຕະວິໄສທີ່ຕັດສິນຂອງຂະບວນວິວັດດັ່ງກ່າວນັ້ນ: ທິດສະດີທີ່ນຳໜ້າ ແລະພັກນຳໜ້າຂອງຊົນຊັ້ນກຳມະກອນ. ໃນຖະແຫຼງການຂອງພັກກອມມູນິດ, ກ.ມາກ - ຟ.ອັງແກນໄດ້ຍົກໃຫ້ເຫັນແຈ້ງ ແນວຄິດກ່ຽວກັບເງື່ອນໄຂເພື່ອປົດປ່ອຍ ຊົນຊັ້ນກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານ ນັ້ນແມ່ນຕ້ອງມີ “ກອງກຳລັງນຳໜ້າ ພ້ອມດ້ວຍທິດສະດີນຳໜ້າ ແລະການກະທຳນຳໜ້າ”. ກ.ມາກ
ແລະ ຟ.ອັງແກນໄດ້ຂຽນແຈ້ງວ່າ ຊາວພັກກອມມູນິດເດັດຂາດບໍ່ມີຜົນປະໂຫຍດອື່ນໃດ ທີ່ແຍກອອກຈາກຜົນປະໂຫຍດຂອງຊົນຊັ້ນກຳມາຊີບ. ທາງດ້ານພຶດຕິກຳ, ຊາວພັກກອມມູນິດແມ່ນພາກສ່ວນທີ່ເດັດດ່ຽວທີ່ສຸດ..., ເປັນພາກສ່ວນທີ່ຍາມໃດກໍຊຸກຍູ້ໃຫ້ຂະບວນການກ້າວຂຶ້ນ; ທາງດ້ານທິດສະດີ, ພວກເຂົາລື່ນກາຍກວ່າ ພາກສ່ວນທີ່ຍັງເຫຼືອຂອງຊົນຊັ້ນກຳມາຊີບ ຍ້ອນວ່າພວກເຂົາເຂົ້າໃຈແຈ້ງກ່ຽວກັບບັນດາເງື່ອນໄຂ ລຳດັບດຳເນີນ ແລະໝາກຜົນລວມຂອງຊົນຊັ້ນກຳມາຊີບ.
ໃນນິພົນ “ເຮັດຫຍັງ ?”, ວ.ອີ. ເລນິນໄດ້ຢັ້ງຢືນ: “ບໍ່ມີທິດສະດີປະຕິວັດ ກໍ່ບໍ່ອາດມີຂະບວນການປະຕິວັດ” (5) ; “ມີພຽງພັກໃດທີ່ມີທິດສະດີນຳໜ້າຊີ້ນຳເທົ່ານັ້ນ ຈິ່ງມີຄວາມສາມາດເຮັດລ້ອນພາລະບົດບາດນັກຮົບນຳໜ້າ ” (6 ).
ໄຊຊະນະຂອງການປະຕິວັດເດືອນສິງຫາ ປີ 1945 ຂອງປະຊາຊົນຫວຽດນາມ ພາຍໄຕ້ການນຳພາຂອງພັກກອມມູນິດຫວຽດນາມ ໂດຍແມ່ນທ່ານປະທານໂຮຈີມິນ ເປັນຜູ້ກໍ່ຕັ້ງ ຝຶກຝົນຫຼໍ່ຫຼອມ ອົບຮົມສຶກສາ, ພັກເອົາລັດທິມາກ - ເລນິນ ເປັນຮາກຖານແນວຄິດ ເປັນເຂັມທິດຊີ້ທາງໃຫ້ແກ່ການເຄື່ອນໄຫວປະຕິວັດຂອງຕົນ, ນັ້ນເປັນຫຼັກຖານອັນໜັກແໜ້ນທີ່ສຸດທີ່ພິສູດຢັ້ງຢືນວ່າ ລັດທິມາກ - ເລນິນ ໄດ້ຖືບົດບາດທິດສະດີພາທາງອັນແທ້ຈິງໃຫ້ແກ່ໄຊຊະນະຂອງການປະຕິວັດຫວຽດນາມ.
ປີ 1858, ພວກລ່າເມືອງຂຶ້ນຝະລັ່ງຮຸກຮານຫວຽດນາມ. ໂດຍເສີມຂະຫຍາຍມູນເຊື້ອຮັກຊາດຕ້ານການຮຸກຮານຈາກພາຍນອກ ປະຊາຊົນຫວຽດນາມໄດ້ລຸກຮືຂຶ້ນຕໍ່ສູ້ ຕ້ານພວກຮຸກຮານ ໃນເວລາກວ່າເຄິ່ງສະຕະວັດ ແຕ່ບໍ່ສຳເລັດຜົນ. ຕົ້ນສະຕະວັດທີ XX ຂະບວນການຮັກຊາດຕາມທ່າອຽງນາຍທຶນກໍ່ປະລາໄຊຕາມລຳດັບມາ. ປະເທດຊາດຄືວ່າບໍ່ມີທາງອອກ.
ປີ 1911, ອ້າຍຊາວໜຸ່ມ ຫງວຽນເຕິດແທ່ງ ດ້ວຍຊື່ຫຍໍ້ ອ້າຍບາ ໄດ້ເດີນທາງໄປຕ່າງປະເທດເພື່ອຊອກຫາເສັ້ນທາງກູ້ຊາດ. ພາຍຫຼັງ 10 ປີ (1911 - 1920) ແຫ່ງການພະເນຈອນໃນທົ່ວທຸກທະວີບ ທັງຄົ້ນຄວ້າທິດສະດີ ທັງຄົ້ນຄວ້າພຶດຕິກຳການປະຕິວັດໃນໂລກ, ທ່ານຫງວຽນອາຍກວັກ ໄດ້ໄປເຖິງຂໍ້ສະຫຼຸບ: “ມີພຽງລັດທິສັງຄົມນິຍົມ ແລະລັດທະກອມມູນິດເທົ່ານັ້ນ ຈິ່ງສາມາດປົດປ່ອຍບັນດາປະຊາຊາດທີ່ຖືກກົດຂີ່ຂົ່ມເຫັງ ຢ່າງເຖິງຖອງໄດ້”. ຕໍ່ຈາກນັ້ນ ເພີ່ນຕ້ອງໃຊ້ເວລາ 10 ປີອີກ
ເພື່ອກະກຽມທັງສາມດ້ານ: ແນວຄິດທິດສະດີ
ແນວທາງການເມືອງ ການຈັກຕັ້ງພະນັກງານ ຈິ່ງພາໄປເຖິງການກຳເນີດເກີດຂຶ້ນຂອງພັກກອມມູນິດຫວຽດນາມ (ວັນທີ 3 ກຸມພາ 1930). ກ່ຽວກັບບົດບາດຂອງພັກກອມມູນິດ ແລະ ຂອງທິດສະດີ, ໃນນິພົນ “ເສັ້ນທາງປະຕິວັດ” ພິມຈຳໜ່າຍປີ 1927, ທ່ານຫງວຽນອາຍກວັກ ໄດ້ຄັດຄຳເວົ້າລືຊື່ຂອງ ວ.ອີ.ເລນິນ ໃນນິພົນ “ເຮັດຫຍັງ?” ແລະ ເພີ່ນຕັ້ງຄຳຖາມວ່າ: “ກ່ອນອື່ນໝົດ ການປະຕິວັດຈະຕ້ອງມີຫຍັງແດ່ ?”. ແລະ ເພີ່ນຕອບຢ່າງຈະແຈ້ງວ່າ: “ກ່ອນອື່ນໝົດ ຕ້ອງມີພັກປະຕິວັດ... ພັກໝັ້ນຄົງ ການປະຕິວັດຈິ່ງສຳເລັດ... ພັກຢາກໝັ້ນຄົງຕ້ອງມີລັດທິເປັນເສົາຄ້ຳ, ໃນພັກ ໃຜກໍ່ເຂົ້າໃຈ, ໃຜກໍ່ຕ້ອງໄປຕາມລັດທິດັ່ງກ່າວນັ້ນ. ພັກບໍ່ມີລັດທິ ກໍ່ບໍ່ຕ່າງຫຍັງກັບຄົນບໍ່ມີຄວາມສະຫຼາດ ກ່ຳປັນບໍ່ມີເຂັມທິດ.
ດຽວນີ້ຫຼັກທິດສະດີກໍ່ມີຫຼາຍ ລັດທິກໍ່ມີຫຼາຍ, ແຕ່ລັດທິແທ້ຈິງທີ່ສຸດ ແນ່ນອນທີ່ສຸດ ປະຕິວັດທີ່ສຸດ ແມ່ນລັດທິເລນິນ” (7) .
ໃນບົດໂອ້ລົມກັບຊຸດບຳລຸງສະມາຊິກພັກໃໝ່ ໂດຍຄະນະພັກນະຄອນຮ່າໂນ້ຍ ຈັດຕັ້ງຂຶ້ນເມື່ອປີ 1966 ທ່ານປະທານໂຮ່ຈີມິນ ສືບຕໍ່ຢັ້ງຢືນວ່າ: “ບໍ່ມີທິດສະດີກ່ຽວກັບລັດທິສັງຄົມນິຍົມວິທະຍາສາດ ກໍ່ບໍ່ອາດມີຫຼັກໝັ້ນຊົນຊັ້ນທີ່ໜັກແໜ້ນໄດ້. ດັ່ງນັ້ນ ພວກນ້ອງຈົ່ງພະຍາຍາມຮ່ຳຮຽນທິດສະດີມາກ - ເລນິນ, ຮ່ຳຮຽນແນວທາງ ນະໂຍບາຍຂອງພັກ; ພ້ອມກັນນັ້ນກໍ່ຕ້ອງຮ່ຳຮຽນວັດທະນະທຳ ເຕັກນິກ ແລະວິຊາສະເພາະ” (8) .
ໃນຊຸມປີທ້າຍຊີວິດຂອງຕົນ, ເມື່ອຂຽນ ພິໄນກຳ, ລູງໂຮ່ ສືບຕໍ່ຢັ້ງຢືນແນວຄິດກ່ຽວກັບບົດບາດຂອງລັດທິມາກ - ເລນິນ ແລະ ຂອງພັກກອມມູນິດ.
3- ວ.ອີ.ເລນິນ ໄດ້ສືບທອດ ຂະຫຍາຍເພີ່ມເຕີມ ແລະ ໝູນໃຊ້ຢ່າງປະດິດສ້າງທິດສະດີຂອງ
ກ.ມາກ ເຂົ້າໃນພຶດຕິກຳປະຕິວັດຢູ່ລັດເຊຍ ແລະ ຢູ່ໃນໂລກ, ບົນພື້ນຖານນັ້ນໄດ້ວາງທິດສະດີກ່ຽວກັບການປະຕິວັດສັງຄົມນິຍົມໃນສະໄໝຈັກກະພັດນິຍົມ ອອກມາ.
ບົນພື້ນຖານການຄົ້ນຄວ້າ ວິເຄາະໄຈ້ແຍກຕ່າງໆ ກ່ຽວກັບລັດທິຈັກກະພັດ, ວ.ອີ.ເລນິນ ໄດ້ຄົ້ນເຜີຍກົດເກນການຂະຫຍາຍຕົວບໍ່ສະໝ່ຳສະເໝີກັນ ທາງດ້ານເສດຖະກິດ ແລະ ການເມືອງ ຂອງລັດທິທຶນນິຍົມ ໃນສະໄໝຈັກກະພັດນິຍົມ ແລະ ເພີ່ນກໍ່ໄດ້ສະຫລຸບວ່າ:
ການປະຕິວັດກຳມາຊີບອາດຈະໄດ້ຮັບໄຊຊະນະໃນບາງປະເທດ ຫຼືຊ້ຳບໍ່ໜຳ ໄດ້ຮັບໄຊຊະນະໃນປະເທດໜຶ່ງເປັນຕ່າງຫາກ ຊຶ່ງເປັນບ່ອນທີ່ລັດທິທຶນນິຍົມຍັງບໍ່ທັນຂະຫຍາຍຕົວກວ່າໝູ່ ແຕ່ເປັນຂອດທີ່ອ່ອນກວ່າໝູ່ ໃນສາຍພານທຶນນິຍົມ .
ໄຊຊະນະຂອງການປະຕິວັດເດືອນຕຸລາ ແຫ່ງລັດເຊຍ ປີ 1917 ໄດ້ພິສູດສິ່ງດັ່ງກ່າວນັ້ນ. ພ້ອມກັນນັ້ນ, ວ.ອີ.ເລນິນ ກໍ່ໄດ້ສະເໜີທິດສະດີວິທະຍາສາດ ແລະ ປະຕິວັດ ກ່ຽວກັບການຂ້າມຜ່ານຂຶ້ນສູ່ລັດທິສັງຄົມນິຍົມ ໂດຍບໍ່ຜ່ານໄລຍະຂະຫຍາຍຕົວຂອງລັດທິທຶນນິຍົມ.
ພາຍຫຼັງທີ່ໄດ້ສຳເລັດການປະຕິວັດຊາດ ປະຊາຕິປະໄຕປະຊາຊົນ, ຫວຽດນາມກໍ່ຫັນມາດຳເນີນການປະຕິວັດສັງຄົມນິຍົມຢູ່ພາກເໜືອ (ແຕ່ປີ 1954) ແລະໃນຂອບເຂດທົ່ວປະເທດ (ແຕ່ປີ 1975). ໄຊຊະນະຂອງປະຊາຊົນຫວຽດນາມໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະຈັກກະພັດອາເມລິກາຜູ້ຮຸກຮານ, ຮ່ວມປະເທດຊາດເຂົ້າເປັນເອກະພາບ, ທົ່ວປະເທດພ້ອມກັນຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ ໂດຍເລີ່ມຈາກພື້ນຖານກະສິກຳຫຼ້າຫຼັງ ບໍ່ຜ່ານໄລຍະຂະຫຍາຍຕົວຂອງລັດທິທຶນນິຍົມ, ນັ້ນແມ່ນຫຼັກຖານຕົວຈິງອັນຈັບໃຈທີ່ສຸດ ທີ່ຢັ້ງຢືນວ່າ ທິດສະດີຂອງ ວ.ອີ.ເລນິນ ກ່ຽວກັບການປະຕິວັດສັງຄົມນິຍົມໃນຍຸກສະໄໝຈັກກະພັດນິຍົມ ແມ່ນຖືກຕ້ອງໂດຍສົມບູນ, ມັນມີພື້ນຖານທິດສະດີວິທະຍາສາດ ພື້ນຖານພຶດຕິກຳ, ສ່ອງແສງຢ່າງຊັດເຈນເຖິງບັນດາຈຸດໃຫຍ່ ພື້ນຖານຂອງພຶດຕິກຳຫວຽດນາມໃນສະຕະວັດທີ XX ແລະໃນປັດຈຸບັນນີ້.
4- ບັນດາຜົນສຳເລັດທີ່ມີຄວາມໝາຍປະຫວັດສາດ ມີລັກສະນະບາດລ້ຽວ, ພິເສດແມ່ນບັນດາຜົນສຳເລັດຂອງການປ່ຽນແປງໃໝ່ໃນເວລາເກືອບ 30 ປີ ທີ່ຫວຽດນາມບັນລຸໄດ້ນັ້ນ ມີຫຼາຍສາເຫດ ຊຶ່ງສຳຄັນທີ່ສຸດແມ່ນຍ້ອນພັກ-ລັດຫວຽດນາມໄດ້ໝູນໃຊ້ຢ່າງປະດິດສ້າງ ບັນດາແນວຄິດ ທັດສະນະຂອງລັດທິມາກ - ເລນິນ, ໃນນັ້ນມີນະໂຍບາຍເສດຖະກິດແຜນໃໝ່ (NEP) ຂອງ ວ.ອີ.ເລນິນ ໃນໄລຍະຂ້າມຜ່ານຂຶ້ນສູ່ລັດທິ
ສັງຄົມນິຍົມ.
ເປັນອັນວ່າ, ດ້ວຍນະໂຍບາຍເສດຖະກິດແຜນໃໝ່ ວ.ອີ.ເລນິນ ໄດ້ຢັ້ງຢືນວ່າ ກ້າວຂຶ້ນສູ່
ສັງຄົມນິຍົມ ບໍ່ແມ່ນລົບລ້າງເສດຖະກິດຕະຫຼາດ ຫາກແມ່ນຕ້ອງນຳໃຊ້ເສດຖະກິດຕະຫຼາດ; ແຕ່ບໍ່ແມ່ນເສດຖະກິດແກ່ງແຍ້ງໂດຍເສລີແບບທຶນນິຍົມ ຫາກມີການດັດສົມຂອງລັດ; ມັນບໍ່ແມ່ນພື້ນຖານເສດຖະກິດຂອງພາກສ່ວນເສດຖະກິດໜຶ່ງທີ່ຜູກຂາດ ຫາກແມ່ນພຶ້ນຖານເສດຖະກິດຫຼາຍພາກສ່ວນ ທີ່ມີຫຼາຍຮູບການກຳມະສິດ,...
ການໝູນໃຊ້ລັດທິມາກ-ເລນິນ ຢ່າງປະດິດສ້າງ ລະອຽດແມ່ນນະໂຍບາຍເສດຖະກິດແຜນໃໝ່ຂອງ ວ.ອີ.ເລນິນ ເຂົ້າໃນສະພາບແວດລ້ອມ ເງື່ອນໄຂຫວຽດນາມ ໄດ້ສະແດງອອກຢ່າງຈະແຈ້ງເປັນພິເສດ ໃນທັດສະນະ ແຜນນະໂຍບາຍ ຂອງພັກກອມມູນິດຫວຽດນາມ ກ່ຽວກັບການຂະຫຍາຍເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໃນໄລຍະຂ້າມຜ່ານຂຶ້ນສູ່ລັດທິ
ສັງຄົມນິຍົມ.
5- ບັນດາຜົນສຳເລັດທີ່ຫວຽດນາມຍາດມາໄດ້ໃນແນວຮົບການຕ່າງປະເທດ ແມ່ນຍ້ອນຫຼາຍສາເຫດ ຊຶ່ງສຳຄັນທີ່ສຸດແມ່ນຍ້ອນ ພວກເຮົາຮູ້ສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຍຸກສະໄໝ, ເປັນຕົ້ນແມ່ນໄດ້ປະຕິບັດຢ່າງສະເໝີຕົ້ນສະເໝີປາຍ ແນວທາງການຕ່າງປະເທດເອກະລາດ ເປັນເຈົ້າຕົນເອງ ສັນຕິພາບ ການຮ່ວມມື ແລະພັດທະນາ; ຫັນການພົວພັນສາກົນເປັນຫຼາຍທິດ ຫຼາຍຮູບຫຼາຍແບບ; ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມພ້ອມແລ້ວທີ່ເປັນເພື່ອນ
ເປັນຄູ່ຮ່ວມມືທີ່ໄວ້ວາງໃຈໄດ້ ຂອງບັນດາປະເທດໃນໂລກ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບ ຂອງປະຊາຄົມໂລກ, ສູ້ຊົນເພື່ອສັນຕິພາບ
ເອກະລາດແຫ່ງຊາດ ການພັດທະນາຢ່າງສະເໝີພາບ ກ້າວໜ້າ ຂອງບັນດາປະຊາຊາດ. ພິຈາລະນາທາງດ້ານທາດແທ້, ແນວທາງການຕ່າງປະເທດເທິງນີ້ຂອງຫວຽດນາມ ແມ່ນຄວາມປະດິດສ້າງຂອງພັກ-ລັດເຮົາ ໃນການໝູນໃຊ້ທັດສະນະຂອງ ວ.ອີ.ເລນິນ ກ່ຽວກັບ “ພ້ອມກັນຄົງຕົວໂດຍສັນຕິ” ລະຫວ່າງບັນດາປະເທດ ທີ່ມີລະບອບການເມືອງສັງຄົມແຕກຕ່າງກັນ ເຂົ້າໃນເງື່ອນໄຂຕົວຈິງຂອງຫວຽດນາມ,
ເຂົ້າໃນສະພາບແວດລ້ອມໃນປະເທດ ແລະສາກົນໃໝ່ໃນປັດຈຸບັນ.
ເປັນອັນຈະແຈ້ງວ່າ, ດ້ວຍການໄຈ້ແຍກເທິງນີ້ ເຮັດແນວໃດຈິ່ງເວົ້າວ່າ ລັດທິມາກ-ເລນິນ ແມ່ນ “ສິ່ງແປກຕ່າງຫ່າງໄກ”, ແມ່ນ “ບໍ່ສອດຄ່ອງ” ກັບຫວຽດນາມ (!).
ຈາກການໄຈ້ແຍກເທິງນີ້ ມີພື້ນຖານເພື່ອຢັ້ງຢືນວ່າ:
ທີໜຶ່ງ, ລັດທິມາກ - ເລນິນ ມີກຳລັງຊີວິດອັນແຮງກ້າ ມີຄຸນຄ່າຍຸກສະໄໝ, ຍ້ອມມັນແມ່ນທິດສະດີວິທະຍາສາດ ແລະ ປະຕິວັດ. ທິດສະດີດັ່ງກ່າວແມ່ນພື້ນຖານໂລກກະທັດ ພື້ນຖານວິທີວິທະຍາສາດ ຂອງມະນຸດຊາດ ແລະ ເຈາະຈິ້ມໃຫ້ແກ່ການຄົ້ນຄວ້າຕໍ່ໄປໃນອະນາຄົດ ຂອງມະນຸດຊາດ. ລັດທິມາກ - ເລນິນ ພ້ອມກັບແນວຄິດໂຮ່ຈີມິນ ໄດ້ກາຍເປັນຮາກຖານແນວຄິດທິດສະດີ ເປັນເຂັມທິດຊີ້ທາງ ໃຫ້ແກ່ການເຄື່ອນໄຫວປະຕິວັດ ຂອງພັກເຮົາ ໃນການນຳພາພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ.
ທີສອງ, ແມ່ນທິດສະດີວິທະຍາສາດ ແລະຖືກຕ້ອງ, ແຕ່ລັດທິມາກ - ເລນິນ ກໍ່ແມ່ນຜະລິດຕະພັນຂອງຍຸກສະໄໝ ຂອງສະພາບແວດລ້ອມປະຫວັດສາດທີ່ແນ່ນອນ, ດັ່ງນັ້ນ ມັນຈິ່ງບໍ່ສາມາດນຳສະເໜີບັນດາຄຳຕອບອັນຄົບຖ້ວນ ລະອຽດຖີ່ຖ້ວນ ໃຫ້ແກ່ທຸກບັນຫາ ໃນທຸກຍຸກສະໄໝ ຢູ່ທຸກປະເທດ. ດັ່ນນັ້ນ ຕ້ອງຖືລັດທິມາກ-ເລນິນເປັນທິດສະດີເປີດ ຊຶ່ງຕ້ອງໄດ້ຮັບການເພີ່ມເຕີມ ຂະຫຍາຍຕົວຕື່ມອີກຢ່າງບໍ່ຢຸດຢັ້ງ ພ້ອມໆກັບວິວັດທະນາການແຫ່ງການຂະຫຍາຍປັນຍາຄວາມຮູ້ ວິທະຍາສາດ ພຶດຕິກຳ ຂອງມະນຸດຊາດ. ເມື່ອໝູນໃຊ້ບັນດາມູນຫຼັກພື້ນຖານຂອງທິດສະດີນີ້ ຈຳເປັນຕ້ອງອີງໃສ່ເງື່ອນໄຂປະຫວັດສາດ - ລະອຽດຕົວຈິງ ຂອງແຕ່ລະປະເທດ ເພື່ອໝູນໃຊ້ຢ່າງປະດິດສ້າງ. ບັນດາໄຊຊະນະທີ່ມີລັກສະນະປະຫວັດສາດ
ຂອງການປະຕິວັດຫວຽດນາມ ນັບແຕ່ເມື່ອມີພັກກອມມູນິດນຳພາ ເປັນສິ່ງຢັ້ງຢືນທີ່ຈັບໃຈທີ່ສຸດ
ກ່ຽວກັບການໝູນໃຊ້ຢ່າງປະດິດສ້າງ
ແລະການປະກອບສ່ວນເຂົ້າໃນການຂະຫຍາຍລັດທິມາກ - ເລນິນ ຂອງພັກ ຂອງປະຊາຊົນຫວຽດນາມ.
ທີສາມ, ການໝູນໃຊ້ທິດສະດີເຂົ້າໃນພຶດຕິກຳ ແມ່ນເສັ້ນທາງທີ່ຫຍຸ້ງຍາກ ລະອິດລະອ້ຽວ, ຕ້ອງມີກົນໄກທີ່ເໝາະສົມ ແລະ ມັນຮຽກຮ້ອງຕ້ອງການທ່າທີ່ພາວະວິໄສ ວິທະຍາສາດ ຊື່ສັດ ຈິ່ງສຳເລັດຜົນໄດ້.
ຂໍ້ສະຫລຸບຕ່າງໆເທິງນີ້ ກໍ່ຖືກຕ້ອງໂດຍສົມບູນກັບການຄົ້ນຄວ້າ ໝູນໃຊ້ ແລະຂະຫຍາຍຢ່າງປະດິດສ້າງລັດທິມາກ - ເລນິນ ຢູ່ຫວຽດນາມ.
ຢູ່ຫວຽດນາມ, ນັບແຕ່ “ເສັ້ນທາງປະຕິວັດ” ໂດຍແມ່ນທ່ານປະທານໂຮ່ຈີມິນເປັນຜູ້ແຕ່ງ ແລະ ໂຄງການການເມືອງ ໂດຍແມ່ນກອງປະຊຸມສູນກາງພັກ ເດືອນຕຸລາປີ 1930 ຮັບຮອງຜ່ານ ມາເຖິງປັດຈຸບັນ, ພັກລ້ວນແຕ່ຢືນຢັນ ລັດທິມາກ - ເລນິນ ເປັນຮາກຖານແນວຄິດ ແລະເຂັມທິດຊີ້ທາງໃຫ້ແກ່ການເຄື່ອນໄຫວປະຕິວັດຂອງພັກ. ແຕ່ກອງປະຊຸມໃຫຍ່ຄັ້ງທີ VII ຂອງພັກ ມາເຖິງດຽວນີ້ ໄດ້ມີການເພີ່ມເຕີມໃໝ່: “ພັກຖືລັດທິມາກ - ເລນິນ ແລະແນວຄິດໂຮ່ຈີມິນ ເປັນຮາກຖານແນວຄິດຂອງພັກ...” . ແຕ່ປີ 1991, ກອງປະຊຸມໃຫຍ່ຄັ້ງທີ VII ກໍ່ໄດ້ຢືນຢັນແລ້ວວ່າ: “...ແນວຄິດໂຮ່ຈີມິນແມ່ນໝາກຜົນແຫ່ງການໝູນໃຊ້ຢ່າງປະດິດສ້າງ ລັດທິມາກ - ເລນິນ ໃນເງື່ອນໄຂອັນລະອຽດຂອງປະເທດເຮົາ, ແລະ ໃນພາກຕົວຈິງ ແນວຄິດໂຮ່ຈີມິນໄດ້ກາຍເປັນຊັບສົມບັດຈິດໃຈອັນລ້ຳຄ່າຂອງພັກ ແລະ ຂອງຊາດເຮົາທັງໝົດ; ພັກກອມມູນິດຫວຽດນາມແມ່ນຜະລິດຕະພັນຂອງການສົມທົບລັດທິມາກ - ເລນິນ ກັບຂະບວນການກຳມະກອນ ແລະຂະບວນການຮັກຊາດ ຂອງປະຊາຊົນຫວຽດນາມ. ປະທານໂຮ່ຈີມິນ ແມ່ນຮູບປະກົດທີ່ຄົບຖ້ວນທີ່ສຸດ ຂອງການສົມທົບດັ່ງກ່າວນັ້ນ, ເປັນຕົວແທນທີ່ຮຸ່ງເຮືອງເຫຼືອງເຫຼືອມໃຫ້ແກ່ການສົມທົບລະຫວ່າງຊົນຊັ້ນ ແລະ ຊົນຊາດ, ປະຊາຊາດ ແລະ ສາກົນ, ເອກະລາດແຫ່ງຊາດ ແລະ ລັດທິ
ສັງຄົມນິຍົມ” (9) .
ກ້າວເຂົ້າສູ່ສະຕະວັດທີ XXI, ການພັດທະນາແບບກ້າວກະໂດດຂອງວິທະຍາສາດ ເຕັກໂນໂລຊີ, ທ່າອຽງໂລກາພິວັດ ດ້ວຍກຳລັງຊຸກດັນຂອງເສດຖະກິດພູມປັນຍາ ທີ່ພວມກ້າວດ້ວຍຄວາມໄວ “ມື້ໜຶ່ງເທົ່າກັບຮ້ອຍປີ” ຊຶ່ງໄດ້ ແລະພວມວາງໜ້າທີ່ຮັບຜິດຊອບອັນສຳຄັນໃໝ່ ທີ່ນັບມື້ນັບໃຫຍ່ຫຼວງ ສັບສົນ ແລະຫຍຸ້ງຍາກກວ່າເກົ່າ ອອກມາໃຫ້ທົ່ວພັກ ທົ່ວປວງຊົນ ແລະທົ່ວກອງທັບເຮົາ. ເວົ້າແບບອື່ນ,
ເມື່ອປະຫວັດສາດໂລກກ້າວເຂົ້າສູ່ສະໄໝແຫ່ງການຂະຫຍາຍຕົວຢ່າງແຂງແຮງ, ກວ່າເວລາໃດໝົດ, ມີຫຼາຍບັນຫາເປັນລວາດໆ ທີ່ມີຄວາມໝາຍຍຸດທະສາດ ທັງພື້ນຖານ ທັງຮີບດ່ວນ ກ່ຽວພັນເຖິງຊາຕາກຳ ອະນາຄົດຂອງຊາດ ທີ່ຮຽກຮ້ອງໃຫ້ພັກເຮົາຕ້ອງຊອກຫາຄຳຕອບອັນສັກສິດໂດຍໄວ ຊຶ່ງຕໍ່ກັບບັນດາບັນຫາໃໝ່ ແລະຫຍຸ້ງຍາກນັ້ນ ບັນດານັກກໍ່ຕັ້ງລັດທິມາກ - ເລນິນບໍ່ໄດ້ໃຫ້ຄຳຕອບ ແລະ ກໍ່ບໍ່ອາດມີຄຳອະທິບາຍ ຄຳຕອບອັນລະອຽດໃດເລີຍ.
ເປັນທຳມະດາວ່າ, ຄືດັ່ງທີ່ໄດ້ສະເໜີມາຂ້າງເທິງ, ພວກເຮົາບໍ່ອາດປະຕິເສດບັນຫາໜຶ່ງຄື ໃນບັນດາທົດສະວັດທີ 7, 8 ເປັນຕົ້ນແມ່ນໃນຊຸມປີຕົ້ນທົດສະວັດທີ 9 ຂອງສະຕະວັດທີ XX,
ໃນຂະບວນວິວັດແຫ່ງການຫັນທິດສະດີມາກຊິດນັ້ນເປັນພາກຕົວຈິງ ຊາວພັກກອມມູນິດພົບຄວາມຫຍຸ້ງຍາກອັນໃຫຍ່ຫຼວງ. ພິເສດ, ເມື່ອປະຫວັດສາດຂະຫຍາຍຕົວ ມະນຸດຊາດຢູ່ໃນສະຖານະການທີ່ມີລັກສະນະຫົວລ້ຽວຫົວຕໍ່,
ເມື່ອທ່າອຽງໂລກາພິວັດກາຍເປັນອັນແຜ່ຫຼາຍທົ່ວໄປ ດ້ວຍບັນດາກຳລັງຊຸກດັນທີ່ແຂງແຮງ, ວຽກງານດັ່ງກ່າວຍິ່ງຫຍຸ້ງຍາກກວ່າເກົ່າຕັ້ງຫຼາຍເທົ່າ. ຊົນຊັ້ນກຳມະກອນ ທີ່ນຳໜ້າໂດຍພັກປະຕິວັດຂອງມັນ ໄດ້ ພວມ ແລະສືບຕໍ່ມີກຳລັງພຽງພໍ ເພື່ອແບກຫາບໜ້າທີ່ຮັບຜິດຊອບອັນສຳຄັນດັ່ງກ່າວ ຂອງປະວັດສາດສັງຄົມນິຍົມ,
ເມື່ອຮູ້ອີງໃສ່ການ ຊີ້ບອກ ຂອງປະຫວັດສາດຂະບວນການສັງຄົມນິຍົມ, ຮູ້ວິທີຜ່ານຜ່າບັນດາ ສິ່ງທ້າທາຍ ທີ່ມີລັກສະນະ “ເປັນ, ຕາຍ” ຂອງຍຸກສະໄໝ, ແລະປະການສຳຄັນພື້ນຖານ ມີຄວາມໝາຍຕັດສິນທີ່ສຸດ ແມ່ນຕ້ອງຮູ້ ກັບຄືນມາ ສູ່ລັດທິມາກ - ເລນິນ ຢ່າງໝັ້ນຄົງ ແລະປະດິດສ້າງ.
ສະນັ້ນ, ໃນການກໍ່ສ້າງລັດທິສັງຄົມນິຍົມ
ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ, ພວກເຮົາຍິ່ງຕ້ອງກັບຄືນມາສູ່ລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນຢ່າງຊື່ຕົງບໍລິສຸດ ແລະປະດິດສ້າງ. ຫຼັກການທີ່ບໍ່ຂະຫຍັບຂະຫຍາຍຄື ຕ້ອງຄົ້ນຄວ້າ ແລະຊາບຊືມມັນດ້ວຍຖານະທີ່ບໍ່ພຽງແຕ່ເປັນ ຮາກຖານທິດສະດີການເມືອງ
ທາງດ້ານການເມືອງ-ສັງຄົມ, ເປັນໂຄງການການເມືອງ-ວິທະຍາສາດ ທາງດ້ານການເຄື່ອນໄຫວປະຕິວັດ, ເປັນເອກະພົບອັນຄົບຖ້ວນໜຶ່ງ ທາງດ້າໂຄງປະກອບລະບົບ, ເປັນເນື້ອຕົວຈິງໜຶ່ງທີ່ເຄື່ອນເໜັງ ແລະເປັນເອກະພາບ ທາງດ້ານວິທະຍາສາດ-ພຶດຕິກຳ ເທົ່ານັ້ນ ຫາກຍັງເປັນທິດສະດີ-ພຶດຕິກຳເປີດ ທາງດ້ານສັງຄົມ-ປະຫວັດສາດ ແລະ ເປັນສັງລວມວິທີວິທະຍາສາດ ແລະປະຕິວັດ, ຄືກະໂຕລັດທິມາກ - ເລນິນໄດ້ກວມລວມ ແລະ ສະແດງອອກ.
ຜ່ານການທົດສອບ ແລະກວດພິສູດຂອງພຶດຕິກຳແຫ່ງປະຫວັດສາດ, ສິ່ງທີ່ນັບມື້ຍິ່ງກະຈ່າງແຈ້ງຄື, ຍ້ອນການຮ່ວມເປັນຜົນຜະລຶກ ຂອງບັນດາຄຸນສົມບັດແລະທາດແທ້ເຫຼົ່ານັ້ນ, ລັດທິມາກ - ເລນິນ ໂດຍມັນເອງ ມັນໄດ້ເປັນວິທະຍາສາດທີ່ມີລັກສະນະປະຕິວັດຢ່າງເລິກເຊິ່ງ. ເພາະວ່າ, ມັນແມ່ນທິດສະດີທີ່ບໍ່ພຽງແຕ່ແນໃສ່ ອະທິບາຍ ໂລກເທົ່ານັ້ນ ຫາກສຳຄັນກວ່ານັ້ນແມ່ນ ແນໃສ່ ດັດສ້າງ ໂລກ. ເວົ້າແບບອື່ນ, ລັດທິມາກ - ເລນິນ ບໍ່ແມ່ນປະເພດວິທະຍາສາດເພື່ອໂຕມັນເອງເປັນອັນຂາດ ຫາກແມ່ນວິທະຍາສາດກ່ຽວກັບການປະຕິວັດ, ວິທະຍາສາດຂອງພຶດຕິກຳ ແລະ ຍ້ອນພຶດຕິກຳປະຫວັດສາດການປະຕິວັດ ແນໃສ່ຈຸດໝາຍປົດປ່ອຍມະນຸດ ອອກຈາກການຄອບງຳ ຂອງ “ອານາຈັກແຫ່ງຄວາມຈຳເປັນ” ເພື່ອກ້າວໄປສູ່ “ອານາຈັກແຫ່ງອິດສະຫຼະເສລີ”. ຍ້ອນແນວນັ້ນ, ມັນໄດ້ກວມລວມຄວາມສາມາດຂະຫຍາຍຕົວດ້ວຍຕົນເອງ ປະດິດສ້າງດ້ວຍຕົນເອງ ຢ່າງບໍ່ຢຸດຢັ້ງ ໂດຍຜ່ານການປະຕິວັດ. ເວົ້າວ່າຕັ້ງໝັ້ນໃນລັດທິມາກ - ເລນິນ ກໍ່ໝາຍຄວາມວ່າຕ້ອງຂະຫຍາຍມັນຢ່າງບໍ່ຢຸດຢັ້ງ ດ້ວຍພຶດຕິກຳປະຕິວັດປະດິດສ້າງ; ພ້ອມກັນນັ້ນ ກໍ່ຕ້ອງຍົກສູງສະຕິລະວັງຕົວ ຕ້ານຄືນຢ່າງທັນການ ແລະມີປະສິດທິຜົນ ຕໍ່ທຸກໆປະກົດການ ຂອງລັດທິອັດຖະປະໂຫຍດ ລັດທິສວຍໂອກາດ ແລະລັດທິແກ້ ທີ່ກໍ່ຄວາມເປື້ອນເປິະ ບິດເບືອນ ແລະໃສ່ຮ້າຍປ້າຍສີລັດທະມາກ-ເລນິນ.
ດັ່ງນັ້ນ, ເນື້ອແທ້ຂອງການສືບຕໍ່ຄົ້ນຄວ້າ ຂະຫຍາຍລັດທິມາກ - ເລນິນ ແມ່ນ ຄົ້ນຄວ້າ ຄົ້ນເຜີຍ ແລະ ສະຫລຸບສັງລວມບັນດາບັນຫາທີ່ມີລັກສະນະກົດເກນ, ບັນດາກົດເກນແຫ່ງການເຄື່ອນເໜັງສັງຄົມ ຢ່າງກວມລວມ, ມີລັກສະນະລວມທີ່ສຸດ, ມີລັກສະນະຈຳເປັນແນ່ນອນ ແຕ່ພັດໄດ້ບັນຈຸແລະໄດ້ສະແດງອອກຢ່າງມີຊີວິດຊີວາ ຢູ່ໃນບັນດາໄລຍະປະຫວັດສາດອັນລະອຽດ ທີ່ແນ່ນອນ, ໂດຍພິຈາລະນາໃນວິວັດທະນາການທັງໝົດແຫ່ງການພັດທະນາປະຫວັດສາດ - ທຳມະຊາດ ຂອງມະນຸດຊາດ,
ເພື່ອການດຳລົງຄົງຕົວ ແລະ ຂະຫຍາຍຕົວຂອງລັດທິສັງຄົມນິຍົມໃນສະຕະວັດທີ XXI .
ຕາມນັ້ນ, ເນື້ອແທ້ຂອງການຄົ້ນຄວ້າທິດສະດີການເມືອງທັງໝົດຂອງພວກເຮົາ ແມ່ນແນໃສ່ ຈຸດໝາຍປະກອບສ່ວນສ້າງແນວທາງການເມືອງ ທີ່ເປັນເອກະລາດ ເປັນເຈົ້າຕົນເອງ ຖືກຕ້ອງ ແລະ ປະດິດສ້າງ ເພື່ອນຳພາ ຊີ້ນຳໄຊຊະນະຂອງການກໍ່ສ້າງລັດທິສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດ, ພາຍໃຕ້ການນຳພາຂອງພັກຢູ່ປະເທດເຮົາໃນປັດຈຸບັນ ບົນພື້ນຖານລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ. ແຕ່ໃນພາກພຶດຕິກຳ, ບໍ່ແມ່ນເມື່ອເວົ້າເຖິງການກຳນົດທິດສັງຄົມນິຍົມ ໃນວຽກງານຄົ້ນຄວ້າທິດສະດີການເມືອງ ກໍ່ຈະມີທິດສະດີທີ່ຖືກຕ້ອງໃນທັນທິທັນໃດ ກ່ຽວກັບພາລະກິດການກໍ່ສ້າງລັດທິສັງຄົມນິຍົມ, ລະອຽດຄືແນວທາງການເມືອງກໍ່ສ້າງລັດທິສັງຄົມນິຍົມ ແລະປົກປັກຮັກສາປະເທດຊາດທີ່ຖືກຕ້ອງ. ຍ້ອນວ່າ, ດ້ານໜຶ່ງ, ທາງດ້ານວິທີວິທະຍາ, ມີການກຳນົດທິດກໍ່ຈະມີການຜີກຈາກທິດໝາຍ (ຫຼົງທິດ), ພິຈາລະນາທາງດ້າມະຫາພາກ ກໍ່ຄືຈູນລະພາກ, ໃນຂະໜາດທົ່ວທັງໝົດ ກໍ່ຄືໃນພາກສ່ວນ; ດ້ານອື່ນ, ທາງດ້ານການຈັດຕັ້ງພຶດຕິກຳ, ຕົວມັນເອງໄດ້ມີຄວາມບໍ່ສອດຄ່ອງສອງປະການ: ວາງແນວທາງການເມືອງຜິດກັບກົດເກນ ແລະ ຈັດຕັ້ງການປະຕິບັດແນວທາງການເມືອງຢ່າງຜິດເຂວ. ໃນອະດີດຕະການ, ຄວາມຜິດພາດທາງດ້ານພຶດຕິກຳໄດ້ສະແດງໃຫ້ເຫັນສອງປະການດັ່ງກ່າວ. ເພາະສະນັ້ນ, ໃນກອງປະຊຸມກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກຊຸດທີ VII (ເດືອນມັງກອນ ປີ 1994), ພັກເຮົາໄດ້ກ່າວເຕື່ອນ ແລະ ເປັນຫ່ວງເປັນໃຍທີ່ສຸດ ກ່ຽວກັບໄພອັນຕະລາຍແຫ່ງການຜີກຈາກທິດ
ສັງຄົມນິຍົມ, ຖືວ່ານີ້ແມ່ນ ໄພອັນຕະລາຍອັນດັບໜຶ່ງ ໃນໄພອັນຕະລາຍສີ່ຢ່າງ, ທີ່ມີຢູ່ທັງສອງດ້ານ ການວາງແນວທາງ ແລະ ການຈັດຕັ້ງປະຕິບັດແນວທາງການເມືອງ ຂອງພັກ.
ເວົ້າຄືແນວນັ້ນ ເພື່ອໃຫ້ຮັບຮູ້ຢ່າງເລິກເຊິ່ງວ່າ ບັນຫາຢຶດໝັ້ນທິດທາງສັງຄົມນິຍົມໃນການຄົ້ນຄວ້າທິດສະດີການເມືອງ ບົນພື້ນຖານລັດທິມາກ - ເລນິນ ມີຄວາມໝາຍສຳຄັນເປັນພິເສດ, ຕັດສິນເຖິງຜົນສຳເລັດຂອງພັກເຮົາ, ຂອງພາລະກິດກໍ່ສ້າງສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດຂອງພວກເຮົາໃນປັດຈຸບັນ
ແລະຂອງຊາດ ຂອງປະເທດເຮົາໃນອະນາຄົດ. ນັ້ນແມ່ນບົດຮຽນແຫ່ງຜົນສຳເລັດ ຫຼືປະລາໄຊຂອງພວກເຮົາ ໃນພຶດຕິກຳແຫ່ງການກໍ່ສ້າງສັງຄົມນິຍົມ ຫຼາຍທົດສະວັດທີ່ຜ່ານມາ; ນັ້ນກໍ່ແມ່ນບົດຮຽນແຫ່ງຄວາມປະລາໄຊ ຂອງບັນດາພັກກອມມູນິດຜູ້ກຳອຳນາດ ຢູ່ບັນດາປະເທດສັງຄົມນິຍົມ ຢູ່ສະຫະພາບໂຊວຽດ ແລະເອີຣົບຕາເວັນອອກ ໃນທົດສະວັດສຸດທ້າຍ ຂອງສະຕະວັດທີ XX, ເມື່ອຜີກຈາກທິດໝາຍ ຫຼືຫຼົງທິດໃນການວາງແນວທາງການເມືອງ, ກວ້າງກວ່ານັ້ນແມ່ນທິດສະດີການເມືອງ. ກະໂຕການຂະຫຍາຍຕົວຢ່າງສັບສົນ ແລະຫຍຸ້ງຍາກຂອງພຶດຕິກຳປະຕິວັດໄດ້ໃຫ້ເຫັນວ່າ ບໍ່ມີສິ່ງໃດທີ່ອາດຈະພຶດຕິກຳກວ່າ ເມື່ອພວກເຮົາມີທິດສະດີວິທະຍາສາດ ແລະປະຕິວັດ ພາທາງ. ຢູ່ບ່ອນໃດ ແລະໃນເວລາໃດທີ່ວຽກງານທິດສະດີບໍ່ໄດ້ຮັບຄວາມເອົາໃຈໃສ່ຢ່າງຖືກລະດັບ ແມ່ນຢູ່ບ່ອນນັ້ນແລະໃນເວລານັ້ນ ຈະເກີດວິກິດການດ້ານທິດສະດີ ແລະທິດສະດີຖືກຖອຍຫຼັງ; ຕາມນັ້ນ, ວຽກງານຈັດຕັ້ງພຶດຕິກຳກໍ່ຈະສັບສົນວຸ້ນວາຍ, ຊ້ຳບໍ່ໜຳຍັງຖືກຫຍຸ້ງຍາກຕິກຂັດ ແລະລົ້ມຈົມ. ພຶດຕິກຳໄດ້ຢືນຢັນແລ້ວວ່າ, ມີພຽງ
ເລິີ່ມຈາກລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ, ຈັດຕັ້ງພຶດຕິກຳເປັນຢ່າງດີ, ສະຫລຸບສັງລວມບົດຮຽນພຶດຕິກຳປະຕິວັດ ຢ່າງທັນການແລະເປັນປະຈຳ ແມ່ນເສັ້ນທາງໜຶ່ງດຽວທີ່ຖືກຕ້ອງ
ເພື່ອຂະຫຍາຍ ແລະປົກປ້ອງທິດສະດີປະຕິວັດ
ຈິ່ງສືບຕໍ່ນຳເອົາພາລະກິດການປະຕິວັດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ນັ້ນແມ່ນ ຈຸດປະສົງ ເສັ້ນທາງ ສິ່ງແວດລ້ອມ, ແມ່ນບາດກ້າວ ໄມ້ຫຼາວັດແທກປະສິດທິຜົນ, ແມ່ນສິ່ງທ້າທາຍ ໂອກາດດີໃນການພັດທະນາ ແລະ ແມ່ນຂອບຟ້າແຫ່ງການປະດິດສ້າງ ຂອງວຽກງານທິດສະດີໃນປັດຈຸບັນ
ເພື່ອແນໃສ່ກໍ່ສ້າງ ແລະຂະຫຍາຍຮາກຖານແນວຄິດການເມືອງ ທີ່ພາທາງໃຫ້ແກ່ພາລະກິດການປ່ຽນແປງໃໝ່ ກໍ່ສ້າງສັງຄົມນິຍົມ ແລະປົກປັກຮັກສາປະເທດຊາດຫວຽດນາມ ໄປສູ່ອະນາຄົດ; ພ້ອມກັນນັ້ນ ກໍ່ຮັບຮອງ ທ່າທີ່ ຄວາມເດັດດ່ຽວ ຄວາມສາມາດ ແລະ ສິນທຳ ຂອງພວກເຮົາຕໍ່ກັບທິດສະດີມາກຊິດ.
ຍ້ອນວ່າ, ພິຈາລະນາຈົນສຸດ, ວຽກງານທິດສະດີທັງໝົດຂອງພວກເຮົາ ທາງດ້ານເນື້ອແທ້ແມ່ນແນໃສ່ ຈຸດປະສົງກໍ່ສ້າງແນວທາງການເມືອງທີ່ປັນເອກະລາດ ເປັນເຈົ້າຕົນເອງ ແລະ ປະດິດສ້າງທາງດ້ານທິດສະດີຂອງພັກ ເພື່ອຊີ້ນຳໄຊຊະນະ ໃນການສ້າງສາສັງຄົມນິຍົມ ຢູ່ໃນປະເທດເຮົາ , ຕາມລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ. ປະຫວັດສາດພັກເຮົາ ໃນ 84 ປີທີ່ຜ່ານມາໄດ້ຢັ້ງຢືນວ່າ: ຍ້ອນຕັ້ງໝັ້ນ ແລະ ໝູນໃຊ້ລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ ຢ່າງໄຫວພິບ ປະດິດສ້າງ, ຈາກນັ້ນຊອກຫາໄດ້ ທາດແທ້ ກົດເກນການເຄື່ອນເໜັງພິເສດສະເພາະ ຂອງສັງຄົມຫວຽດນາມ ແລະ ທ່າອຽງແຫ່ງການເຄື່ອນເໜັງອັນຈຳເປັນແນ່ນອນຂອງຍຸກສະໄໝ ; ພ້ອມກັນນັ້ນ, ຕໍ່ສູ້ ຢ່າງເດັດດ່ຽວ ຕ້ານກັບທຸກໆປະກົດການຂອງລັດທິອັດຖະປະໂຫຍດ ລັດທິຄຳພີຕາຍຕົວ ລັດທິສວຍໂອກາດ..., ພັກເຮົາໄດ້ສຳເລັດຜົນ ໃນການກໍ່ສ້າງແນວທາງປະຕິວັດທີ່ເປັນເອກະລາດ ເປັນເຈົ້າຕົນເອງ ແລະປະດິດສ້າງ ຂອງການປະຕິວັດຢູ່ປະເທດເຮົາ.
ໃນລະດັບມະຫາພາກ, ວຽກງານທິດສະດີໄດ້ປະກອຍສ່ວນອັນສຳຄັນ ໃນການອະທິບາຍທຳຄວາມກະຈ່າງແຈ້ງ ຫຼາຍໆບັນຫາວິທະຍາສາດ-ພຶດຕິກຳທີ່ເປັນພື້ນຖານ ແລະສຳຄັນທີ່ສູດ, ສືບຕໍ່ພາປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ ສິ່ງທ້າທາຍຕ່າງໆ ແລະສືບຕໍ່ຂະຫຍາຍຕົວບົນເສັ້ນທາງສັງຄົມນິຍົມ, ພາຍໃຕ້ແສງສະຫວ່າງຂອງລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ. ນັ້ນແມ່ນບັນດາບັນຫາກ່ຽວກັບຈຸດພິເສດ ເນື້ອໃນຂອງຍຸກສະໄໝປັດຈຸບັນ; ກ່ຽວກັບຕົວແບບ ແລະເສັ້ນທາງສັງຄົມນິຍົມຢູ່ຫວຽດນາມ; ກ່ຽວກັບພາລະກິດການຫັນເປັນອຸດສາຫະກຳ ທັນສະໄໝ; ກ່ຽວກັບການພັດທະນາເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ; ກ່ຽວກັບການເປັນເຈົ້າການ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ; ກ່ຽວກັບການກໍ່ສ້າງພື້ນຖານວັດທະນະທຳຫວຽດນາມທີ່ກ້າວໜ້າ
ແລະເຂັ້ມຂົ້ນໄປດ້ວຍສີສັນຊາດ; ກ່ຽວກັບການເສີມຂະຫຍາຍກຳລັງແຮງແຫ່ງຄວາມສາມັກຄີປວງຊົນທັງຊາດ ແລະ ສາມັກຄີສາກົນ; ກ່ຽວກັບການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ; ກ່ຽວກັບການກໍ່ສ້າງພັກໃຫ້ທຽບເທົ່າກັບພາລະກິດປ່ຽນແປງໃໝ່ປະເທດຊາດ,... ຄວາມມານະພະຍາຍາມທັງໝົດນັ້ນ ຂອງວຽກງານທິດສະດີ ໄດ້ປະກອບສ່ວນໂດຍກົງ ເຂົ້າໃນການເຮັດໃຫ້ “ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ ນັບມື້ນັບໄດ້ກຳນົດຢ່າງຈະແຈ້ງກວ່າອີກ” , ພາໃຫ້ປະເທດຫລຸດພົ້ນອອກຈາກວິກິດການເສດຖະກິດ - ສັງຄົມ ທີ່ໜັກໜ່ວງແກ່ຍາວໃນສອງທົດສະວັດສຸດທ້າຍ ຂອງສະຕະວັດທີ XX, ກ້າວເຂົ້າສູ່ສະໄໝແຫ່ງການພັດທະນາໃໝ່ ໃນສະຕະວັດທີ XXI ດ້ວຍທ່ວງທ່າ ແລະ ກຳລັງແຮງໃໝ່, ດ້ວຍອັດຕາຄວາມໄວໃໝ່ ຄືດັ່ງທີ່ທຸກຄົນໄດ້ເຫັນມາ.
ນັ້ນແມ່ນໜຶ່ງໃນບັນດາ ບົດຮຽນປະຫວັດສາດອັນລ້ຳຄ່າ ທີ່ປະກອບສ້າງໄຊຊະນະຂອງການປະຕິວັດຫວຽດນາມ, ປະກອບສ່ວນເຂົ້າໃນ ການຂະຫຍາຍເພີ່ມເຕີມຢ່າງປະດິດສ້າງ ແລະ ປົກປ້ອງຢ່າງສຳເລັດຜົນ
ລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ, ບົນພື້ນຖານຮັບປະກັນ ຄວາມເປັນເອກະພາບລະຫວ່າງທິດສະດີປະຕິວັດ ແລະ ພຶດຕິກຳປະຕິວັດ ເພື່ອແນໃສ່ທັງຍົກສູງລະດັບທິດສະດີ ທັງຍູ້ແຮງຄວາມສາມາດຈັດຕັ້ງພຶດຕິກຳປະຕິວັດ./.
ໂດຍ: ຮສ.ດຣ. ຫວູວັນຝຸກ
ບັນນາທິການໃຫຍ່ວາລະສານກອມມູນິດ
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 855 (ເດືອນມັງກອນ 2014

สมัครสมาชิก:
บทความ (Atom)
ภูท้าว ภูนาง
กาลครั้งหนึ่ง มีนางยักษ์ตนหนึ่งชื่อว่ากินนา อาศัยอยู่ในบ้านหลังใหญ่ใกล้ภูเขา นางกินนายังเป็นสาวไม่มีผัว อยู่ตัวเดียวเดี่ยวโดด ทุก ๆ เช้าน...
-
ແມ່ນບໍ່ວ່າ ລັດທິມາກ - ເລນິນ “ມາຈາກ ພາຍນອກ, ເລີ່ມຈາກໂລກຕາເວັນຕົກ ດັ່ງນັ້ນ ຈຶ່ງບໍ່ສອດຄ່ອງກັບຫວຽດນາມ” ຫຼືແນວໃດ? ວ.ກ.ອອນໄລ - ຄວາມເປັນຈິງແຫ່...
-
ສຳນັກຂ່າວ ເອເອຟພີ ລາຍງານເຊົ້ານີ້ ວ່າ ກະຊວງການຕ່າງປະເທດ ເກົາຫຼີເໜືອ ໄດ້ສົ່ງຈົດໝາຍ ມາຍັງປະທານອາຊຽນ ເພື່ອຂໍແຮງສະໜັບສະໜູນຈາກ 10 ຊາດອາຊຽນຕໍ່ເກົາ...
-
ສຳນັກຂ່າວຕ່າງປະເທດລາຍງານ 24 ພຶດສະພາ 2017 ວ່າ: ທ່ານ ເອີເນສໂຕ ອະເບວລາ ໂຄສົກປະທານປະເທດຟິລິບປິນ ຖະແຫຼງວ່າ ທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປ...