วันพุธที่ 26 เมษายน พ.ศ. 2560

ວິເຄາະລັດທິ

ແມ່ນບໍ່ວ່າ ລັດທິມາກ - ເລນິນ “ມາຈາກ ພາຍນອກ, ເລີ່ມຈາກໂລກຕາເວັນຕົກ ດັ່ງນັ້ນ ຈຶ່ງບໍ່ສອດຄ່ອງກັບຫວຽດນາມ” ຫຼືແນວໃດ?
ວ.ກ.ອອນ​ໄລ - ຄວາມ​ເປັນ​ຈິງ​ແຫ່ງ​ປະຫວັດສາດ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ມື້​ເປັນ​ຮູບ​ເປັນ​ຮ່າງ ຂະຫຍາຍຕົວ ແລະ ​​ກໍ່​ຕັ້ງ​ຂຶ້ນ ໃນ​ທ້າຍ​ສະຕະວັດ​ທີ XIX, ທິດ​ສະ​ດີ​ມາກ-ເລ​ນິນ
ແລະ ບັນດາມູນ​ຫຼັກ ກົດ​ເກນ​ເສດຖະກິດ-ສັງຄົມ ຊຶ່ງ​ທິດ​ສະ​ດີ​ດັ່ງກ່າວ​ຄົ້ນ​ເຜີຍ​ອອກ​ມາ​ນັ້ນ ນັບ​ມື້​ນັບ​ໄດ້​ຮັບ​ການ​ພິສູດຢັ້ງຢືນ​ ດ້ວຍ​ພຶດຕິ​ກຳ​ແຫ່ງ​ຊີ​ວິດ, ໄດ້​ຮັບ​ການ​ຮັບ​ຮູ້​ຢ່າງ​ກວ້າງຂວາງ ແລະ ກາຍ​ເປັນ​ຮາກ​ຖານ​ແນວ​ຄິດ ເປັນ​ເຂັມທິດ​ຊີ້​ທາງ ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປະຕິວັດ​ ຂອງ​ຊົນ​ຊັ້ນ​ກຳມະກອນ, ເປັນ​ອາວຸດ​ທິດ​ສະ​ດີ​ອັນ​ແຫຼມຄົມ ຂອງ​ຊົນ​ຊັ້ນ​ກຳມະກອນ ແລະ ປະຊາຊົນ​ຜູ້​ອອກ​ແຮງ​ງານ
ແລະ ຂອງ​ບັນດາ​ພັກ​ການ​ເມືອງ​ຜູ້ນຳ​ໜ້າ ທີ່​ແທ້​ຈິງ​ ຂອງ​ຊົນ​ຊັ້ນ​ດັ່ງກ່າວຢູ່​ໃນ​ໂລກ ຊຶ່ງ​​ໃນ​ນັ້ນ​ມີ​ຫວຽດນາມ.
ໃນ​ຕະຫຼອດ​ສະຕະວັດ​ທີ່​ຜ່ານ​ມາ, ເປັນ​ຕົ້ນ​ແມ່ນ​ໃນ​ສອງ​ສາມ​ທົດ​ສະ​ວັດ​ທ້າຍ​ສະຕະວັດ​ທີ XX, ພິ​ເສດ​ແມ່ນ​ພາຍຫຼັງ​ທີ່​ລັດທິ​ສັງຄົມ​ນິຍົມ
ເປັນ​ຈິງ ຢູ່​ສະຫະພາບ​ໂຊ​ວຽດ​ແລະ​ຢູ່​ບັນດາ​ປະ​ເທດ​ເອີຣົບຕາເວັນ​ອອກ ຖືກ​ພັງ​ທະລາຍລົງ, ລັດ​ທິມາກ - ເລ​ນິນ​ໄດ້​ຖືກ​ບິດ​ເບືອນ ເສກ​ສັນ​ປັ້ນ​ແຕ່ງ​ຢ່າງ​ສວຍ​ໂອກາດ ຫຼືຄຳ​ພີ​ຊີ​ຊົງ​ທຸກ​ຊະນິດ. ນັບ​ແຕ່​ຕົ້ນ​ສະຕະວັດທີ XXI ມາ​ເຖິງ​ປັດຈຸບັນ, ກົນອຸບາຍບິດ​ເບືອນ ເສກ​ສັນ​ປັ້ນ​ແຕ່ງ​ລັດ​ທິມາກ - ເລ​ນິນ​ ຊ້ຳພັດ​ເພີ່ມ​ທະວີ​ຂຶ້ນທາງດ້ານຂະໜາດ ກໍ່​ຄືຮູບ​ການ, ມີ​ລັກສະນະ​ອັນຕະລາຍ ແລະ​ໂຫດ​ຫ້ຽມ​ເລິກ​ແລບ​ກວ່າ​ເກົ່າ. ບັນດາ​ອິດ​ທິກຳລັງສັດຕູ​ມີ​ກົນອຸບາຍ​ບຸກ​ໂຈມ​ຕີ​ໂດຍ​ກົງ​ໃສ່ ທິດ​ສະ​ດີ​ວິທະຍາສາດ ແລະ​ປະຕິວັດ​ດັ່ງກ່າວ​ນັ້ນ ເພື່ອ​ແນ​ໃສ່​ຍຸບ​ຍອບ​ອິດ​ທິພົນ, ນັບ​ທັງ​ປ້າຍ​ສີ​ຊີວິດ​ສ່ວນ​ຕົວ ແລະ​ພາລະກິດ​ປະຕິວັດ​ຂອງ​ ກ.ມາກ, ຟ.ອັງ​ແກນ ແລະ ວ.ອີ.ເລ​ນິນ; ພວກ​ເຂົາ​ພະຍາຍາມ​ປະຕິບັດ​ກົນອຸບາຍປະຕິ​ເສດ ລົບ​ລ້າງລັດ​ທິມາກ - ເລ​ນິນ​ ທັງ​ໝັດ​ໃນ​ໂລກ, ຜິປອງ​ທຳລາຍ ມ້າງ​ເພຮາກ​ຖານ​ແນວ​ຄິດ​ການ​ເມືອງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ອາດ​ຈະ​ເຫັນ​ໄດ້​ຢ່າງ​ງ່າຍດາຍ​ວ່າ ພວກ​ເຂົາ​ກຳລັງ​ພະຍາຍາມ​ໂຄສະນາ ຕີ​ຄ້ອງ​ຮ້ອງ​ປ່າວ​ໃຫ້​ແກ່​ທັດສະນະ​ທີ່​ວ່າ: “ທິດ​ສະ​ດີ​ມາກ​ແມ່ນຜະລິດ​ຕະພັນ​ຂ​ອງສະຕະວັດ​ທີ XIX, ດັ່ງ​ນັ້ນ​ເມື່ອ​ເອົາ​ມາ​ຕັ້ງ​ໄວ້​ໃນ​ສະພາບ​ແວດ​ລ້ອມ​ຂອງ​ສະຕະວັດ​ທີ XXI ຖ້າ​ຫາກ​ມັນ​ບໍ່​ຫຼ້າ​ຫຼັງ ມັນ​ກໍ່​ບໍ່​ອາດ​​ເປັນ​ວິທະຍາສາດ​ໄດ້”(!); “ລັດ​ທິມາກ - ເລ​ນິນ​​ເປັນ​ສິ່ງ​ທີ່​ມາ​ຈາກ​ພາຍ​ນອກ, ເລີ່​ມຈາກ​ໂລກ​ຕາ​ເວັນ​ຕົກ ດັ່ງ​ນັ້ນ​ຈຶ່ງ​ບໍ່​ສອດຄ່ອງ​ກັບ​ຫວຽດນາມ”,
ໆ​ລໆ.. (!).
ແຕ່, ຄວາມ​ຈິງ​ແມ່ນ​ຄື​ກັບ​ສິ່ງທີ່​ບັນດາ​ອິດທິກຳລັງ​ສັດຕູ​ຂອງລັດ​ທິມາກ - ເລ​ນິນ​ ໄດ້​ໂຄສະນາ ຫຼື​ແນວ​ໃດ?
ກ.ມາກ, ຟ.ອັງ​ແກນ, ວ.ອີ.ເລ​ນິນ ແມ່ນ​ບັນດາ​ນັກວິທະຍາສາດ - ນັກ​ປະຕິວັດ. ອຸດົມ​ຄະຕິ​ຂອງ​ພວກ​ເພີ່ນ ແມ່ນ​ຄວາມ​ມຸ່ງ​ມາດ​ປາຖະໜາ ຂອງ​ມະນຸດຊາດ​ຜູ້​ກ້າວໜ້າ ນັ້ນ​ຄື: ມະ​ນຸດ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມບູນ​ໃຫ້​ພົ້ນ​ອອກ​ຈາກ​ການ​ກົດ​ຂີ່​ຂູດ​ຮີດ​ທຸກ​ຢ່າງ, ໄດ້​ກິນອິ່ມນຸ່ງ​ອຸ່ນສຸກ​ກາຍ​ສະ​ບາຍ​ໃຈ ມີ​ເສລີພາບ
ແລະ​ຜາ​ສຸກ. ຂໍ​ຖາມ​, ແມ່ນ​ບໍ່​ວ່າ ສິ່ງ​ສັກສິດ​ຄື​ແນວ​ນັ້ນ​ມີ​ພຽງ​ໂລກ​ຕາ​ເວັນ​ຕົກ​ຕ້ອງການ​ແຕ່​ຜູ້​ດຽວ ແລະ ອຸດົມ​ຄະຕິ​ຂອງ​ພວກ​ເພີ່ນ​ພຽງ​ແຕ່​ສອດຄ່ອງ​ກັບ​ໂລກ​ຕາ​ເວັນ​ຕົກ​ເທົ່າ​ນັ້ນ ຫຼື​ແນວ​ໃດ ຊຶ່ງລັດທິ​ທຶນ​ນິຍົມ ພວມ​ຢຽບ​ຢ່ຳ​ຍ່ຳ​ຍີ່​ຢ່າງ​ເລິກ​ແລບ​ແນບ​ນຽນ ໃສ່ຊາຕາກຳ​ຂອງ​ແຕ່ລະຄົນ ກໍ່​ຄື​ຂອງ​ບັນດາ​ຊົນ​ຊາດ? ທິດ​ສະ​ດີ​ທີ່​ພວກ​ເພີ່ນ​ກໍ່​ຕັ້ງ​ຂຶ້ນ
ແລະ​ພະຍາຍາມ​ປົກ​ປັກ​ຮັກສາ​ຢ່າງ​ບໍ່​ອິດ​ເໝື່ອຍນັ້ນ ແມ່ນ​ເພື່ອ​ແນ​ໃສ່​ຫັນ​ອຸດົມ​ຄະຕິ​ດັ່ງກ່າວ​ໃຫ້​ເປັນ​ຄວາມ​ຈິງ, ບົນ​ພື້ນຖານ​ປະຫວັດສາດ​ຕົວ​ຈິງ, ຢ່າງ​ພາວະ​ວິ​ໄສ​ຕາມ ໂລ​ຊິກ​ແຫ່ງ​ການ​ພັດທະນາ​ຈຳ​ເປັນ​ແນ່ນອນ​ຂອງ​ມະ​ຂຸດ​ຊາດ , ດ້ວຍ​ວິທີ “ຜ່າຕັດ” ແລະ​ຫັນປ່ຽນ​ປະຕິວັດ​ຕໍ່​ກັບ​ສັງຄົມ​​ໃນສະ​ໄໝ​ນັ້ນໆ. ເວົ້າ​ຢ່າງ​ອື່ນ, ທິດ​ສະ​ດີ​ຂອງ​ພວກ​ເພີ່ນ​ພຽງ​ແຕ່​ຊ່ວຍ​ໃຫ້​ມະ​ຂຸດ​ຊາດ ຄັດ​ເລືອກ​ເອົາ​ສິ່ງທີ່​ຄວນ ແລະ ຕ້ອງ​ໄປ​ຕາມ​ເສັ້ນທາງ​ ພາ​ໄປ​ເຖິງສັງຄົມ​ທີ່​ບໍ່​ມີ​ຄົນ​ຂູດ​ຮີດ​ຄົນ , ດ້ວຍ​ບັນດາ ກຳລັງ ຕັດສິນ​ເບື້ອງ​ຕົ້ນ ບັນດາ​ເງື່ອນ​ໄຂ ທີ່​ມີ​ລັກສະນະ​ຕ້ອງການ ແລະ​ພຽງພໍ, ເມື່ອຢືນ​ຢູ່ສາມ​ແຍກ​ປະຫວັດສາດ​ແຫ່ງ​ການ ຄັດ​ເລື​ອກ ແລະ​ຕ້ອງ​ຕັດສິນຕົກລົງ . ຂໍ​ຖາມ,
ໂລກ​ຕາ​ເວັນ​ອອກ ຊຶ່ງ​ເປັນ​ບ່ອນ​ທີ່​ລັດທິ​ລ່າ​ເມືອງ​ຂຶ້ນພວມ​ກົດ​ຂີ່​ຂົ່ມເຫັງ ບັນດາ​ປະຊາ​ຊາດນັ້ນ ຈະ​ຕ້ອງການ​ສິ່ງ​ດັ່ງກ່າວ​ຫຼື​ບໍ່? ຫຼື​ວ່າ ມີ​ພຽງ​ໂລກ​ຕາ​ເວັນ​ຕົກ ຊຶ່ງ​ເປັນ​ບ່ອນ​ທີ່​ປະຊາຊົນ​ຜູ້​ອອກ​ແຮງ​ງານ​ ໃນ​ບັນດາ​ປະ​ເທດ​ທຶນ​ນິຍົມ ກຳລັງ​ຖືກ​ຊົນ​ຊັ້ນ​ນາຍທຶນ ກົດ​ຂີ່​ຂູດ​ຮີດ, ຈຶ່ງ​ຕ້ອງການ​ສິ່ງ​ດັ່ງກ່າວ​ນັ້ນ?
ຄວາມ​ຕ້ອງການ, ຄວາມ​ສອດຄ່ອງ, ບົດບາດ​ເປັນ​ຮາກ​ຖານ, ພື້ນຖານ​​ແນວ​ຄິດ​ທິດ​ສະ​ດີ, ເປັນ​ເຂັມທິດ​ຊີ້​ທາງ​​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປະຕິວັດ ຂອງລັດ​ທິມາກ - ເລ​ນິນ​ ຕໍ່​ກັບ​ປະຫວັດສາດ​ແຫ່ງ​ການ​ຂະຫຍາຍຕົວ​ຂອງ​ການ​ປະຕິວັດ​ໂລກ ແລະ ຫວຽດນາມ​ນັ້ນ ອາດ​ຈະ​ສັງ​ລວມຢູ່​ໃນ​ບາງ​ຈຸດ​ຕົ້ນຕໍ​ລຸ່ມ​ນີ້ :
1- ການ​ເຄື່ອນ​ເໜັງ, ການ​ຂະຫຍາຍຕົວ​ແຕ່​ຍຸກ​ບູຮານ​ມາ​ເຖິງ​ປັດຈຸບັນ​ຂອງ​ມະນຸດຊາດ
ແລະ​ຂອງ​ປະຫວັດສາດ​ແຫ່ງ​ຊາດ​ຫວຽດນາມ
ເປັນ​ຫຼັກ​ຖານ​ພະຍານ​ອັນ​ຈະ​ແຈ້ງ​ ທີ່ຢືນ​ຢັນ​ວ່າ, ທິດ​ສະ​ດີ​ຮູບ​ຖານ​ເສດຖະກິດ-ສັງຄົມ​ຂອງລັດ​ທິມາກ - ເລ​ນິນ ແມ່ນ​ວິທະຍາສາດ ຖືກຕ້ອງ
ແລະ​ສ່ອງ​ແສງ​ຢ່າງ​ຊັດ​ເຈນ​ເຖິງ​ປະຫວັດສາດ​ແຫ່ງ​ການ​ເຄື່ອນ​ເໜັງ ຂະຫຍາຍຕົວ​ຈະ​ເລີ​ນກ້າວໜ້າ ຂອງ​ມະນຸດຊາດ​ທັງ​ໝົດ, ໃນ​ນັ້ນ​ມີ​ຊາດ​ຫວຽດນາມ.
ທຸກ​ຄົນ​ລ້ວນ​ແຕ່​ຮູ້​ແລ້ວ​ວ່າ, ທິດ​ສະ​ດີ​ຮູບ​ຖານ​ເສດຖະກິດ-ສັງຄົມ ແມ່ນ​ພື້ນຖານ​ທິດ​ສະ​ດີ
ແລະ​ວິທີ​ວິທະຍາ​ຂອງລັດ​ທິມາກ - ເລ​ນິນ​ ທີ່​​ໃຊ້​ເພື່ອ​ເຂົ້າ​ເຖິງ​ການ​ຄົ້ນຄວ້າ, ອະທິ​ບາຍ, ຄາດ​ຄະ​ເນ​ການ​ຂະຫຍາຍຕົວ​ທີ່​ມີ​ລັກສະນະ​ປະຫວັດສາດ - ທຳ​ມະ​ຊາດ ຂອງ​ສັງຄົມ​ມະນຸດ​ເວົ້າ​ລວມ, ຂອງ​ແຕ່​ລະ​ຊາດ​ເວົ້າ​ໂດຍ​ສະ​ເພາະ,
ໃນ​ນັ້ນ​ມີ​ການ​ຂະຫຍາຍຕົວ​ຂອງ​ປະຫວັດ​ສາດ​ຫວຽດນາມ. ທິດ​ສະ​ດີ​ດັ່ງກ່າວ​ໄດ້​ຊີ້​ແຈ້ງ:
- ປະຫວັດສາດ​ການ​ຂະຫຍາຍຕົວ​ຂອງ​ມະນຸດຊາດ ແມ່ນ​ປະຫວັດສາດ​ແຫ່ງ​ການ​ຂະຫຍາຍຕົວ ແລະ ປ່ຽນ​ແທນ​ຊຶ່ງ​ກັນ​ແລະ​ກັນ
ລະຫວ່າງ​ບັນດາ​ຮູບ​ຖານ​ເສດຖະກິດ-ສັງຄົມ,
ໃນ​ນັ້ນ ມີ​ການ​ຂະຫຍາຍຕົວ​ຂອງ​ບັນດາ​ການ​ພົວພັນ​ການ​ຜະລິດ ຕາມ​ທິດ​ກ້າວໜ້າ ທີ່​ເປັນ​ພື້ນຖານໂຄງ​ລ່າງ ຊຶ່ງ​ຢູ່​ເທິງ​ນັ້ນ ໂຄງ​ບົນ​ທີ່​ສອດຄ່ອງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ.
- ປະຫວັດສາດ​ສັງຄົມມະ​ນຸດ​ໄດ້ ແລະ ພວມ​ຜ່ານ 5 ຮູບ​ຖານ​ເສດຖະກິດ-ສັງຄົມ. ນັ້ນ​ແມ່ນ​ກົດ​ເກນ​ລວມ​ແຫ່ງການ​ຂະຫຍາຍຕົວ​ ຂອງ​ສັງຄົມ​ມະນຸດ; ສ່ວນສຳລັບ​ແຕ່ລະ​ປະຊາ​ຊາດ
ແມ່ນ​ອາດ​ຈະ​ປະ​ຂ້າມ​ຮູບ​ຖານ​ໃດ​ໜຶ່ງ ໂດ​ຍ​ແລ້ວ​ແຕ່​ເງື່ອນ​ໄຂ​ປະຫວັດສາ​ດຂອງ​ຍຸກ​ສະ​ໄໝ
ແລະ ຂອງ​ຊາດ. ຫວຽດນາມ​ປະ​ຂ້າມ​ການ​ຂະຫຍາຍຕົວ​ຂອງ​ຮູບ​ຖານ​ເສດຖະກິດ-ສັງຄົມ ກຳມະ​ສິດ​ຂ້າ​ທາດ ແລະ ຮູບ​ຖານ​ເສດຖະກິດ-ສັງ​ຄົມ​ທຶນ​ນິຍົມ ນັ້ນ​ແມ່ນ​ຄວາມ​ຈິງ​ປະຫວັດສາດ​ພາວະ​ວິ​ໄສ ທີ່​ບໍ່​ອາດ​ຈະ​ປະຕິ​ເສດ​ໄດ້.
ເປັນ​ອັນວ່າ, ບັນດາ​ຜູ້​ກໍ່​ຕັ້ງລັດ​ທິມາກ -
ເລ​ນິນ​ ບໍ່​ພຽງ​ແຕ່ “ຜ່າຕັດ” ບັນດາ​ຮູບ​ຖານ​ເສດຖະກິດ-ສັງຄົມ​​ແບບງ່າຍດາຍ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ວິ​ໄຈໄຈ້​ແຍກ​ໃຫ້​ເຫັນ​ແຈ້ງ​ທາດ​ແທ້
ແລະ ບັນດາ​ຄວາມ​ຂັດ​ແຍ່ງ​ພື້ນຖານ​ ຢູ່​ໃນ​ແຕ່ລະ​ຮູບ​ຖານ​​ເສດຖະກິດ-ສັງຄົມ ແລະ ສຸດ​ທ້າຍ ກໍ່​ໄດ້​ຄາດ​ຄະ​ເນ​ການ​ປ່ຽນ​ແທນ​ລະຫວ່າງ​ບັນດາ​ຮູ​ບຖານ​ເສດຖະກິດ-ສັງຄົມ ຈາກ​ຕ່ຳ​ຂຶ້ນ​ສູ່​ສູງ​ຕາມ​ລຳດັບ ຫຼື​ຕາມ​ແບບ​ກ້າວ​ກະ​ໂດດ​ຢ່າງ​ສັດຈະ​ວິພາກ, ຕາມ​ກົດ​ເກນ. ຢ່າງ​ເປັນ​ແບບ​ປະຫວັດສາດ - ທຳ​ມະ​ຊາດ, ຊຶ່ງ​ຄື​ກັນ​ກັບ​ການ​ກ້າວ​​ແຕ່​ລະບອບກອມ​ມູນິດ​ປະຖົມ​ບູຮານ ມະນຸດຊາດ​ໄດ້​ຂຶ້ນ​ສູ່​ລະບອບ​ກຳມະສິດ​ຂ້າ​ທາດ
ແລ້ວ​ຂຶ້ນ​ລະບອບ​ສັກດິນາ ແລະຂຶ້ນ​ສູ່​ລະບອບ​ທຶນ​ນິຍົມ, ດັ່ນນັ້ນ ຫຼັງ​ຈາກ​ຮູບ​ຖານ​ເສດຖະກິດ-ສັງຄົມທຶນ​ນິຍົມ ຕ້ອງ​ແມ່ນ​ຮູບ​ຖານ​ເສດຖະກິດ-ສັງຄົມ​ທີ່​ກ້າວໜ້າ​ກວ່າ, ນັ້ນ​ແມ່ນ​ສັງຄົມ​ກອມ​ມູນິດ​ນິຍົມ. ນັ້ນ​ແມ່ນ​ຄວາມ​ຈຳ​ເປັນ​ປະຫວັດສາດ​ທີ່​ຖືກກັບ​ກົດ​ເກນ ຊຶ່ງ​ວິທະຍາສາດ​ມາກ​ຊິດ​ໄດ້​ຊີ້​ອອກ.
ຍ້ອນລັດ​ທິມາກ - ເລ​ນິນ​ ແມ່ນ​ວິທະຍາສາດ ແລະ ປະຕິວັດ​ຢ່າງ​ເຖິງ​ຖອງ ດັ່ງ​ນັ້ນ ມັນ​ຈຶ່ງ​ແກ້​ໄຂຄວາມ​ຕຶກ​ຕອງ ຄວາມ​ຕ້ອງການ​ເພື່ອ​ກ້າວໜ້າ​ທຸກ​ຢ່າງ ຂອງ​ມະນຸດຊາດ​ຜູ້​ອອກ​ແຮງ​ງານ, ເຖິງ​ວ່າ​ຈະ​ຢູ່​ໂລກ​ຕາ​ເວັນ​ອອກ ຫຼື​ຢູ່​ໂລກ​ຕາ​ເວັນ​ຕົກກໍ່ຕາມ, ຄື​ທີ່ກະ​ໂຕມັນສ່ອງ​ແສງ​​ແຈ້ງ​ສະຫວ່າງ. ຄວາມ​ຈິງ​ແຫ່ງ​ປະຫວັດສາດ​​ໃຫ້​ເຫັນ​ວ່າ, ນັບ​ແຕ່​ເມື່ອ​ລັດທິ​ມາກ​ເປັນ​ຮູບ​ເປັນ​ຮ່າງ ແລະຂະຫຍາຍຕົວ​ ໃນ​ລະຫວ່າງ​ກາງ​ສະຕະວັດ​ທີ XIX, ລະບົບ​ບັນດາ​ແນວ​ຄິດ ທັດສະນະ ແລະບັນດາ​ມູນ​ຫຼັກ ກົກ​ເກນ​ເສດຖະກິດ-ສັງຄົມ ຊຶ່ງ​ລະບົບ​ວິທະຍາສາດ​ນັ້ນ​ຄົ້ນ​ເຜີຍ​ອອກ​ມາ ກໍ່​ນັບ​ມື້​ນັບ​ໄດ້​ຮັບ​ກາ​ນພິສູດ​ຢັ້ງຢືນ​ດ້ວຍ​ພຶດຕິ​ກຳ​ແຫ່ງ​ຊີວິດ​ການ​ເປັນ​ຢູ່, ໄດ້​ຮັບ​ການ​ຮັບ​ຮູ້​ຢ່າງ​ກວ້າງຂວາງ
ແລະກາຍ​ເປັນ​ຮາກ​ຖານ​ແນວ​ຄິດ ເປັນ​ເຂັມທິດ​ຊີ້​ທາງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປະຕິວັດ ຂອງ​ຊົນ​ຊັ້ນ​ກຳມະກອນ​ທົ່ວ​ໂລກ, ເປັນ​ອາວຸດ​ທິດ​ສະ​ດີ​ອັນ​ແຫຼມ​ຄົມ​ຂອງ​ຊົນ​ຊັ້ນ​ກຳມະກອນ ແລະ​ປະຊາຊົນ​ຜູ້​ອອກ​ແຮງ​ງານ ໃນ​ທະວີບ​ຕ່າງໆ ແລະ​ຂອງ​ບັນດາ​ພັກທີ່​ນຳ​ໜ້າ ແທ້​ຈິງ​ຂອງ​ຊົນ​ຊັ້ນ​ດັ່ງກ່າວ​ນັ້ນ, ໂດຍ​ບໍ່​ວ່າ​ຈະ​ຢູ່​ຫວຽດນາມ ຫຼື​ປະ​ເທດ​ອື່ນ​ໃດ, ຊາດ​ອື່ນ​ໃດ ຫຼື​ທະວີບ​ໃດ.
ໃຜໆ​ກໍ່​ອາດ​ຈະ​ເຫັນ​ວ່າ, ນັບ​ແຕ່​ເມື່ອ​ຫາ​ກໍ່​ເປັນ​ພຽງ “​ເງົາ​ຜີ” ຢູ່​ທະວີບ​ເອີຣົບ ລັດທິ​ກອມ​ມູນິດ​ວິທະຍາສາດ​ກໍ່​ໄດ້​ຮັບ​ການ​ທົດ​ລອງ​ໃນ​ພາກ​ປະຕິບັດ​ ດ້ວຍການ​ປະຕິວັດ​ກຳມາ​ຊີບ, ຊຶ່ງ​ໄດ້​ລະ​ເບີດ​ຂຶ້ນ ແລະສຳ​ເລັດ​ຜົນ, ອຳນາດ​ການ​ປົກຄອງ​ຂອງ​ກຳມະກອນ​ຊາວນາ ຖືກ​ສ້າງ​ຕັ້ງ​ຂຶ້ນ​ໃນ​ພາກ​ຕົວ​ຈິງ, ລັດ​ທິສັງຄົມ​ນິຍົມຕົວຈິງໄດ້​ຄົງ​ຕົວ​ຢູ່​ໃນ​ຖານະ​ນາມ​ເປັນ​ລະບົບ​ໜຶ່ງ​ ທີ່​ມີ​ລັກສະນະ​ດີ​ເດັ່ນທຸກ​ຢ່າງ ແລະ​ກຳລັງ​ຊີວິດ​ອັນ​ແຮງ​ກ້າ​ຂອງ​ມັນ ຢູ່​ໃນ​ໂລກ. ມັນ​ແມ່ນ​ວິນ​ຍານ​ຂອງ​ບັນດາ​ຂະ​ບວນການ​ກ້າ​ວໜ້າ, ຊ່ວຍ​ໃຫ້​ບັນດາ​ປະຊາ​ຊາດ​ທັບ​ມ້າງ​ລັດທິ​ຟາດ​ຊິດ, ປົດ​ປ່ອຍ​ຕົນ​ເອງ​​ອອກຈາກ​ແອກ​ຄອບ​ຄອງ​ ຂອງ​ລັດ​ທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ແລະ​ໃໝ່, ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ ສິດທິ​ພົນລະ​ເມືອງ ແລະ​ເສລີພາບ​ມາ​ໃຫ້​ມະນຸດຊາດ​ຜູ້​ອອກ​ແຮງ​ງານ​ທັງ​ໝົດ ໂດຍ​ບໍ່​ແມ່ນ​ໃຫ້​ພຽງ​ແຕ່​ພາກ​ຟ້າ​ໃດ​ໜຶ່ງ​ເທົ່າ​ນັ້ນ.
ກ.ມາກ ເປັນ​ນັກວິທະຍາສາດ​ທີ່​ປີ​ຊາ​ສາມາດ ແລະ​ເປັນ​ນັກ​ປະຕິວັດ​ທີ່​ເຖິງ​ຖອງ​ທີ່​ສຸດ
ເພີ່ນ​ໄດ້​ເຜີຍ​ແບ​ຢ່າງ​ຊັດ​ເຈນ​ທາດ​ແທ້​ຂູດ​ຮີດ ຂອງ​ລະບອບ​ທຶນນິຍົມ ຄື​ຂູດ​ຮີດ​ຄຸນຄ່າ​ສ່ວນ​ເກີນ ຊຶ່ງ​ເປັນ​ຕົວ​ການ​ທີ່​ໄດ້​ຄຸມ​ຂັງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ ຢູ່​ໃນ​ປະ​ເທດ​ມັນ​ເອງ ຫຼື​ຢູ່​ປະ​ເທດ​ເມືອງ​ຂຶ້ນ​ ຂອງຊົນ​ຊັ້ນ​ນາຍທຶນ, ຜູ້​ທີ່​ໄດ້​ຢຽບ​ຢ່ຳ​ຍ່ຳ​ຍີ່​ໃສ່​ເອກະລາດ ອິດສາ​ລະ​ພາບ ຂອງ​ບັນດາ​ປະຊາ​ຊາດ​ໃນ​ໂລກ. ທາດ​ແທ້​ຂູດ​ຮີດ​ຂອງ​ລັດທິ​ທຶນ​ນິຍົມ​ບໍ່​ມີ​ການ​ປ່ຽນ​ແປງ, ທາດ​ແທ້​ປະຕິ​ການ​ຮອບດ້ານ​ຂອງ​ພື້ນຖານ​ການ​ເມືອງ​ນາຍທຶນປັດ​ຈຸ​ບັນ​ຍັງ​ຄົງ​ຕົວ​ຢູ່, ທາດ​ແທ້​ຂັດ​ແຍ່ງ ວິ​ກິດ​ການ
ແລະ​ ທ່າ​ອຽງ​ຫາ​ຍະ​ນະ​ອັນ​ຈຳ​ເປັນ​ແນ່ນອນ
ຂອງລັດ​ທິ​ທຶນ​ນິຍົມ​ ຍັງ​ຄົງ​ເປັນ​ບັນຫາ​ສົດ​ໆ​ຮ້ອນໆ​ ຂອງ​ສະ​ໄໝ​ທີ່​ ກ.ມາກ ມີ​ຊີວິດ​ຢູ່ ກໍ່​ຄື​ຂອງ​ສະ​ໄໝ​ປັດຈຸບັນ. ວ.ອີ.​ເລ​ນິນ ຊີ້​ແຈ້ງວ່າ: “ທິດ​ສະ​ດີ​ຂອງ​ມາກ ແມ່ນທິດ​ສະ​ດີ​ທີ່​ສັກສິດ​ຮອບດ້ານ ຍ້ອນ​ວ່າ​ມັນ​ແມ່ນ​ທິດ​ວະ​ດີ​ທີ່​ຊັດ​ເຈນ (1) ” . ທ່ານ​ປະທານ​ໂຮ່ຈີ​ມິນ ຂຽນ​ວ່າ: “ລັດທິ​ເລ​ນິນ... ບໍ່​ພຽງ​ແຕ່​ເປັນ “ຕຳລາ” ທີ່​ສັກສິດ, ບໍ່​ພຽງ​ແຕ່​ເປັນ​ເຂັມທິດ​ຊີ້​ທາງ​ເທົ່າ​ນັ້ນ ຫາກ​ຍັງ​ເປັນດວງ​ຕາ​ເວັນ​ສ່ອງ​ເຍືອງ​ເສັ້ນທາງ​ໃຫ້​ພວກ​ເຮົາ​ໄປ​ເຖິງ​ໄຊຊະນະ​ສຸດ​ທ້າຍ, ໄປ​ເຖິງ​ລັດທິ​ສັງຄົມ​ນິຍົມ ແ
ລະ ສັງຄົມ​ກອມ​ມູນິດ” (2) .
ແຕ່​ວ່າ, ບັນດາ​ທັດສະນະ​ຜິ​ດພາດ ແລະ​ປະຕິ​ການ​ພັດ​ອີງ​ໃສ່​ການ​ພັງ​ທະລາ​ຍລົງ​ຂອງ​ຕົວ​ແບບ​ສັງຄົມ​ນິຍົມ ຢູ່​ເອີຣົບຕາ​ເວັນ​ອອກ ແລະ ສະຫະພາບ​ໂຊ​ວຽດ ເພື່ອ​ຕີ​ຄ້ອງ​ຮ້ອງ​ປ່າວ​ຂຶ້ນ​ວ່າ: “ລັດທິ​ມາກ​ຖືກ​ປະລາ​ໄຊ​ແລ້ວ”(!). ແລະ, ມື້​ນີ້, ພັດ​ແມ່ນ​ພວກ​ເຂົາ​ເອງ​ໄດ້​ເຜີຍ​ໃຫ້​ເຫັນ​ຄວາມ​ຮູ້​ແບບ “ຄັດ​ຖອດ​ສຳນວນ”, “ອ້າງ​ວາຈາ”, ດ້ານ​ດຽວ ແລະ​ຝືນ​ວິທະຍາສາດ ກ່ຽວ​ກັບ​ລັດທິ​ມາກ, ໃນ​ເວລາ​ທີ່​ລັດທິ​ທຶນ​ນິຍົມ​ພວມ​ດີ້ນຮົນ​ຢູ່​ໃນ​ບວກ​ຕົມ​ແຫ່ງ​ວິ​ກິດ​ການ, ຄື​ດັ່ງ​ທີ່​ ກ.ມາກ​ ໄດ້​ຄາດ​ຄະ​ເນ, ແລະ​ພວກ​ເຂົາ​ພະຍາຍາມ​ປິດ​ບັງ​ສະພາບ​ການ​ດັ່ງກ່າວ​ ດ້ວຍການ​ຂຶ້ນ​ລົງ​ຂອງ​ລັດທິ​ສັງຄົມ​ນິຍົມ. ຖ້ອຍ​ທຳນອງ “ກ່າວ​ອ້າງ” ຂອງ​ພວກ​ເຂົາ​ບໍ່​ອາດ​ລໍ້​ລວງ​ຜູ້​ໃດ​ໄດ້. ມະ​ໂນ​ທຳ​ຂອງ​ທະນຸ​ດຊາດ​ຍັງ​ຄົງ​ສ່ອງ​ໃສ​ທຸ່ນ​ທ່ຽງ ແລະ ສະຫຼາດ​ທີ່​ສຸດ​ເມື່ອ​ໃຫ້​ທັດສະນະ​ວ່າ “ລັດທິ​ມາກ​ຍັງ​ຄົງ​ຮັກສາ​ຄວາມ​ໝາຍ ແລະ​ຄວາມ​ສຳຄັນ​ຂອງ​ມັນ​ໄວ້​ໄດ້​ໃນ​ໂລກ​ທັນ​ສະ​ໄໝ...” (3) , “ຍາມ​ໃດ​ກໍ່​ເປັນ​ຫຼັກ​ຖານ​ເພື່ອ​ຕັດສິນ​ຕົກລົງ​ ໃຫ້​ແກ່​ບັນດາ​ການຈັດ​ຕັ້ງປະຕິວັດ​ ຂອງ​ຊົນ​ຊັ້ນ​ກຳມະກອນສາກົນ, ໃຫ້​ແກ່​ບັນດາ​ພັກ​ກອມ​ມູນິດ​ທີ່​ແທ້​ຈິງ​ ໃນ​ການວາງ​ແນວທາງ​ຍຸດທະ​ສາດ ຍຸດທະວິທີ​ປະຕິວັດ​ຂອງ​ຕົນ” (4) . ມັນ​ຂີດ​ໝາຍ​ການ​ຂະຫຍາຍ​ສະຕິ​ປັນຍາ​ຂອງ​ມະນຸດຊາດ
ໃນ​ສະ​ໄໝ​ຂ້າມ​ຜ່ານ​ຈາກ​ລັດ​ທະ​ທຶນ​ນິຍົມ ຂຶ້ນ​ສູ່​
ສັງຄົມ​ນິຍົມ. ຍິ່ງ​ກວ່າ​ນັ້ນ​ອີກ, ກະ​ໂຕ​ຜູ້​ທີ່​ໃສ່​ຮ້າຍ​ປ້າຍ​ສີ ບິດ​ເບືອນ ກ.​ມາກ ໄດ້​ຕັ້ງ​ໃຈ​ບໍ່​ຮູ້​​ເຫັນວ່າ ລັດ​ທິສັງຄົມ​ນິຍົມຢູ່​ສະຫະພາບ​ໂຊ​ວຽດ ແລະ ຢູ່​ເອີຣົບຕາ​ເວັນ​ອອກ (ກ່ອນ​ໜ້າ​ນີ້) ຖືກ​ພັງທະລາຍລົງ ບໍ່​ແມ່ນ​ຍ້ອນ​ແນວ​ຄິດ​ວິທະຍາສາດ​ຂອງລັດ​ທິມາກ - ເລ​ນິນ​ ບໍ່​ມີ​ລັກສະນະ​ຍຸກ​ສະ​ໄໝ​ອີກ ຫາກ​ແມ່ນ​ຍ້ອນການ​ລົ້ມ​ລະລາຍ​ຂອງ​ແນວທາງ​ທີ່​ຜິດພາດ ທີ່​ຕົກ​ໃສ່​ພະຍາດ​ອາດຍາ​ສິດ ຄຳ​ພີຕາ​ຍຕົວ ອັດຕະວິ​ໄສ
ເຈດ​ຈຳນົງ​ນິຍົມ ຊຶ່ງ​ເລີ່​ມ​ແຕ່​ຄວາມ​ຜິດພາດ​ໃນ​ການ​ສ້າງ​ແນວທາງ​ການ​ນຳ​ຂອງ​ພັກຜູ້​ກຳ​ອຳນາດ​ຢູ່​ນັ້ນ, ຍ້ອນ​ໄປ​ຜິດ​ກັບລັດ​ທິມາກ - ເລ​ນິນທີ່​ແທ້​ຈິງ, ຊ້ຳ​ບໍ່​ໜຳ​ ຍັງ​ໄດ້​ແກ້​ໃໝ່​ລັດທິ​ມາກ ແລະ​ທໍລະ​ຍົດ​ຕໍ່​ລັດທິ​ສັງຄົມ​ນິຍົມວິທະຍາສາດ; ພ້ອມ​ກັນ​ນັ້ນ ບໍ່​ອາດ​​ບໍ່​ນັບ​ທັງ​ກົນອຸບາຍອັນ​ໂຫດ​ຫ້ຽມ ໃນ​ຍຸດ​ທະ​ສາດ “ຫັນປ່ຽນ​ໂດຍ​ສັນຕິ” ທີ່​ລັດທິ​ຈັກກະພັດ​ສາກົນ​ນຳ​ໃຊ້. ສັດຕູ​ຂອງ​ບັນດາ​ພັກ​ກອມ​ມູນິດ ໄດ້​ສວຍ​ໃຊ້​ຢ່າງ​ສຸດ​ຂີດ ຄວາມ​ຜິດພາດ​ຕ່າງໆ​ໃນ​ແນວທາງ, ຂໍ້​ຂາດ​ຕົກ​ບົກພ່ອງຕ່າງໆ ທີ່​ບໍ່​ໄດ້​ແກ້​ໄຂ​ຢ່າງ​ທັນ​ການ​ໃນ​ການ​ນຳພາ ແລະ​ບໍລິຫານ​ບ້ານ​ເມືອງ​ຂອງ​ພັກ​ກຳ​ອຳນາດ​ຢູ່​ປະ​ເທດ​ເຫຼົ່າ​ນັ້ນ... ເພື່ອ​ຊື້​ຈ້າງຈອບ​ອອຍ ຍຸຍົງ ແລະ​ປຸກ​ກຳລັງ​ໃຈ​ພາກສ່ວນ​ສວຍ​ໂອກາດພາຍ​ໃນ​ປະ​ເທດ, ສົ່ງ​ເສີມການ​ເຄື່ອນ​ໄຫວ​ຝືນ​ປະຕິວັດ​ຢູ່​ພາຍ​ນອກ. ພວກ​ສັດຕູ​ຂອງ ກ.ມາກ ໄດ້​ຖິ້ມ​ໂທດ​ທັງ​ໝົດ​ນັ້ນ​ໃສ່ ກ.ມາກ,
ໃສ່ລັດ​ທິມາກ - ເລ​ນິນ​  (!).
ຜູ້​ໃດ​ຍັງ​ມີ​ຄວາມ​ລະ​ແວງ​ສົງ​ໄສ​ກ່ຽວ​ກັບ​ເລື່ອງ​ນັ້ນ ຂໍ​ໃຫ້​ອ່ານ​ບົດ​ໃນ​ເວັບ​ໄຊ htpp://vi.Wikipedia.org/wiki/KarlMarx : ປີ 1999, ມະຫາວິທະຍາ​ໄລ ແຄມ​ບຣິດ (University of Cambridge) ໄດ້​ປະກາດ​ການກວດ​ສອບ​ ນັກ​ແນວ​ຄິດອັນ​ດັບ​ໜຶ່ງ​ໃນ​ສະຫັດ​ສະ​ວັດ​ທີ 2, ຜົນ​ກໍ່​ຄື ກາກ ມາກ ນຳ​ໜ້າ, ອານ​ເບີດ ເອັນ​ສ​ເຕນ (Albert Einstein - ນັກວິທະຍາສາດ​ທີ່​ຍິ່ງ​ໃຫຍ່) ທີ 2. ແລະ​ໃນ​ມໍ່ໆ​ນີ້, ຕາມ​ການ​ສຳ​ຫຼວດຄວາມ​ເຫັນ​ຂອງ​ວາລະສານ Spiegel (​ເຢຍລະ​ມັນ), ກ.ມາກ ໄດ້​ຮັບ​ການ​ນິຍົມ​ຊົມ​ຊອບ​ຢ່າງ​ແປກ​ປະຫຼາດ - ປະຊາຊົນ​ເຢຍລະ​ມັນ​ກວ່າ 50% ເວົ້າ​ວ່າ “ການ​ຕຳ​ໜິວິພາກ​ຂອງ​ ກ.ມາກ ຕໍ່​ກັບ​ລັດທິ​ທຶນ​ນິຍົມ ປັດຈຸບັນ​ນີ້​ຍັງ​ມີ​ຄຸນຄ່າ​ຄື​ເກົ່າ”, ຊ້ຳ​ບໍ່​ໜຳ ກວ່າ 56% ໃຫ້​ທັດສະນະ​ວ່າ “ລັດທິ​ສັງຄົມ​ນິຍົມແມ່ນ​ແນວ​ຄິດ​ດີ ແຕ່​ປະຕິບັດ​ບໍ່​ດີ”; ແລະ ກ.ມາກ ຍັງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ໄວ​ໜຸ່ມ​ຫຼາຍ​ກວ່າ​ນັ້ນ​ອີກ. ແລະ,
ຕາມ​ບົດ​ຄວາມ​ທີ່​ລົງ​ໃນ http://ww.guardian.co.uk/politics/jul/17/comment.theo bserverl , ທ່ານ ຈ.​ໂຊຣອສ (G.Soros) ນັກທຸລະກິດອາ​ເມ​ລິ​ກາ ຜູ້​ຊຳນານ​ໃນ​ການ​ວິ​ເຄາະ​ຄ່າ​ເງິນ ແລະ​ລົງ​ທຶນຫຸ້ນ ໄດ້​ຂຽນວ່າ “ກ.ມາກ ແລະ ຟ.ອັງ​ແກນ ໄດ້​ໃຫ້ການ​ໄຈ້​ແຍກ​ດີ​ທີ່​ສຸດ​ ກ່ຽວ​ກັບ​ລະບົບ​ທຶນ​ນິຍົມ ກ່ອນ​ໜ້າ​ນີ້ 150 ປີ”. ວາລະສານ The New Yorker (ອາ​ເມລິກາ) ກໍ່​ໃຫ້​ທັດສະນະ​ວ່າ: ບັນດາ​ນັກ​ເສດຖະສາດ​ຍຸກ​ປັດຈຸບັນ​ພວນ “ກ້າວ​ໄປ​ຕາມ​ຮອຍ​ຕີນ​ຂອງ ກ.ມາກ ໂດຍ​ບໍ່​ຮູ້​ຕົວ” ໃນ​ຂະ​ບວນວິວັດ​ແຫ່ງ​ການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ພວກ​ເຂົາ​ຕ້ອງ​ປະ​ເຊີນ​ໜ້າ, ກ.ມາກ “​ໄດ້​ໄຈ້​ແຍກ​ລະບົບ​ຫາ​ຄວາມ​ລ້ຳ​ລວຍ​ນີ້ ດີກ​ວ່າ​ໝູ່​ໝົດ... ຄື​ດັ່ງ​ວ່າ ກ.ມາກ ໄດ້​ລຸກ​ຂຶ້ນ​ມາ​ຈາກ​ສຸສານ !”. ແລະ​ຄວາມ​ຈິງ​ພວມ​ພິສູດ​ຢັ້ງຢືນ​ວ່າ ກະ​ໂຕ​ລັດທິ​ທຶນ​ນິຍົມ ເຖິງ​ວ່າ​ຈະ​ຢູ່​​ໂລກຕາ​ເວັນ​ອອກ ຫຼື​ຢູ່​ໂລກ​ຕາ​ເວັນ​ຕົກກໍ່ຕາມ (ແຕ່​ຍີ່ປຸ່ນ ຈົນ​ເຖິງ​ເອີຣົບຕາ​ເວັນຕົກ ແລະ ອາ​ເມ​ລິ​ກາ...) ກໍ່​ໄດ້ ແລະພວມ​ໝູນ​ໃຊ້ລັດ​ທິມາກ - ເລ​ນິນ​ ​​ແນ​ໃສ່​ດັດສົມ ປັບ​ປ່ຽນ​ໃຫ້ຄ່ອງ​ຕົວ ເພື່ອດຳລົງຄົງ​ຕົວຢູ່​ໄດ້ ຫັ້ນ​ແຫຼະ.
ລັດ​ທິມາກ - ເລ​ນິນ​ ພວມ ແລະ​ຈະ​ພາ​ທາງ​ໃຫ້​ແກ່​ການ​ປະຕິວັດ​ຫວຽດນາມ​ຕະຫຼອດ​ໄປ, ພາຍ​ໄຕ້​ຄັນ​ທຸງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ເພື່ອ​ລັດທິ​ສັງຄົມ​ນິຍົມ ເພື່ອ​ອຸດົມຄະຕິ​ປະກອບສ່ວນ​ປົດ​ປ່ອຍ​ມະ​ນຸດ​ຊາດ​ຜູ້​ອອກ​ແຮງ​ງານ​ທັງ​ໝົດ ຄື​ທີ່​ທຸກ​ຄົນ​ລ້ວນ​ແຕ່​ເຫັນ​ແຈ້ງ!
2- ລັດ​ທິມາກ - ເລ​ນິນ​ ຊີ້​ບອກ​ກົດ​ເກນ​ພາວະ​ວິ​ໄສ ຂອງ​ຂະ​ບວນວິວັດ​ແຫ່ງ​ການກຳ​ເນີດ ຂະຫຍາຍຕົວ​ຂອງ​ລັດ​ທິສັງຄົມ​ນິຍົມ ລັດທິ​ກອມ​ມູນິດ; ພ້ອມ​ກັນ​ນັ້ນ​ກໍ່​ຊີ້​ໃຫ້​ເຫັນ​ເຖິງ​ເງື່ອນ​ໄຂ​ອັດຕະ​ວິ​ໄສທີ່​ຕັດສິນ​ຂອງ​ຂະ​ບວນວິວັດ​ດັ່ງກ່າວ​ນັ້ນ: ທິດ​ສະ​ດີ​ທີ່​ນຳ​ໜ້າ ແລະ​ພັກ​ນຳ​ໜ້າ​ຂອງ​ຊົນ​ຊັ້ນ​ກຳມະກອນ. ໃນຖະ​ແຫຼ​ງການ​ຂອງ​ພັກ​ກອມ​ມູນິດ, ກ.ມາກ - ຟ.ອັງ​ແກນ​ໄດ້​ຍົກ​ໃຫ້​ເຫັນ​ແຈ້ງ​ ແນວ​ຄິດ​ກ່ຽວ​ກັບ​ເງື່ອ​ນໄຂ​ເພື່ອ​ປົດ​ປ່ອຍ​ ຊົນ​ຊັ້ນ​ກຳມະກອນ ແລະ ປະຊາຊົນ​ຜູ້​ອອກ​ແຮງ​ງານ ນັ້ນ​ແມ່ນ​ຕ້ອງ​ມີ “ກອງ​ກຳລັງ​ນຳ​ໜ້າ ພ້ອມ​ດ້ວຍ​ທິດ​ສະ​ດີ​ນຳ​ໜ້າ ແລະ​ການກະ​ທຳ​ນຳ​ໜ້າ”. ກ.ມາກ
ແລະ ຟ.ອັງ​ແກນ​ໄດ້​ຂຽນ​ແຈ້ງວ່າ ຊາວ​ພັກ​ກອມ​ມູນິດ​ເດັດຂາດ​ບໍ່​ມີ​ຜົນ​ປະ​ໂຫຍ​ດອື່ນ​ໃດ​ ທີ່​ແຍກ​ອອກ​ຈາກ​ຜົນ​ປະ​ໂຫຍ​ດຂອງ​ຊົນ​ຊັ້ນ​ກຳມາ​ຊີບ. ທາງ​ດ້ານ​ພຶດຕິ​ກຳ, ຊາວ​ພັກ​ກອມ​ມູນິດ​ແມ່ນ​ພາກສ່ວນ​ທີ່​ເດັດດ່ຽວ​ທີ່​ສຸດ..., ເປັນ​ພາກສ່ວນ​ທີ່​ຍາມ​ໃດ​ກໍ​ຊຸກຍູ້​ໃຫ້​ຂະ​ບວນການ​ກ້າວ​ຂຶ້ນ; ທາງ​ດ້ານ​ທິດ​ສະ​ດີ, ພວກ​ເຂົາ​ລື່ນ​ກາຍ​ກວ່າ​ ພາກສ່ວນ​ທີ່​ຍັງ​ເຫຼືອ​ຂອງ​ຊົນ​ຊັ້ນ​ກຳມາ​ຊີບ ຍ້ອນ​ວ່າພວກ​ເຂົາ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ບັນດາ​ເງື່ອນ​ໄຂ ລຳດັບ​ດຳ​ເນີນ ແລະ​ໝາກຜົນ​ລວມຂອງ​ຊົນ​ຊັ້ນ​ກຳມາ​ຊີບ.
ໃນ​ນິພົນ “​ເຮັດຫຍັງ ?”, ວ.ອີ. ເລ​ນິນ​ໄດ້​ຢັ້ງຢືນ: “ບໍ່​ມີ​ທິດ​ສະ​ດີ​ປະຕິວັດ ກໍ່​​ບໍ່ອາດມີ​ຂະ​ບວນການ​ປະຕິວັດ” (5) ; “ມີ​ພຽງ​ພັກ​ໃດ​ທີ່​ມີ​ທິດ​ສະ​ດີ​ນຳ​ໜ້າ​ຊີ້​ນຳ​ເທົ່າ​ນັ້ນ ຈິ່ງ​ມີ​ຄວາມ​ສາມາດ​ເຮັດ​ລ້ອນພາລະ​ບົດບາດ​ນັກຮົບ​ນຳ​ໜ້າ ” (6 ).
ໄຊຊະນະ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ ປີ 1945 ຂອງ​ປະຊາຊົນ​ຫວຽດນາມ ພາຍ​ໄຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ໂດຍ​ແມ່ນ​ທ່ານ​ປະທານ​ໂຮ​ຈີ​ມິນ ເປັນ​ຜູ້​ກໍ່​ຕັ້ງ ຝຶກ​ຝົນ​ຫຼໍ່​ຫຼອມ ອົບຮົ​​ມສຶກສາ, ພັກ​ເອົາລັດ​ທິມາກ - ເລ​ນິນ ເປັນ​ຮາກ​ຖານ​ແນວ​ຄິດ ເປັນ​ເຂັມທິດ​ຊີ້​ທາງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ຕົນ​, ນັ້ນ​ເປັນ​ຫຼັກ​ຖານ​ອັນ​ໜັກ​ແໜ້ນ​ທີ່​ສຸດ​ທີ່​ພິສູດ​ຢັ້ງຢືນ​ວ່າ ລັດ​ທິມາກ - ເລ​ນິນ ໄດ້​ຖື​ບົດບາດ​ທິດ​ສະ​ດີ​ພາ​ທາງ​ອັນ​ແທ້​ຈິງ​ໃຫ້​ແກ່​ໄຊຊະນະ​ຂອງ​ການ​ປະຕິວັດ​ຫວຽດນາມ.
ປີ 1858, ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງຮຸກ​ຮານ​ຫວຽດນາມ. ໂດຍ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ​ຕ້ານ​ການ​ຮຸກ​ຮານ​ຈາກ​ພາຍ​ນອກ ປະຊາຊົນ​ຫວຽດນາມ​ໄດ້​ລຸກ​ຮື​ຂຶ້ນ​ຕໍ່ສູ້​ ຕ້ານ​ພວກ​ຮຸກ​ຮານ​ ໃນ​ເວລາກ​ວ່າ​ເຄິ່ງສະຕະວັດ ແຕ່​ບໍ່​ສຳ​ເລັດ​ຜົນ. ຕົ້ນ​ສະຕະວັດ​ທີ XX ຂະ​ບວນການ​ຮັກ​ຊາດ​ຕາມ​ທ່າ​ອຽງ​ນາຍທຶນ​ກໍ່​ປະລາ​ໄຊ​ຕາມ​ລຳດັບ​ມາ. ປະ​ເທດ​ຊາດ​ຄື​ວ່າ​ບໍ່​ມີ​ທາງ​ອອກ.
ປີ 1911, ອ້າຍຊາວ​ໜຸ່ມ ຫງວຽນ​ເຕິ​ດ​ແທ່ງ ດ້ວຍ​ຊື່​ຫຍໍ້ ອ້າຍ​ບາ ໄດ້​​ເດີນທາງໄປຕ່າງປະ​ເທດ​​ເພື່ອຊອກ​ຫາ​ເສັ້ນທາງ​ກູ້​ຊາດ. ພາຍຫຼັງ 10 ປີ (1911 - 1920) ແຫ່ງ​ການ​ພະ​ເນ​ຈອນ​ໃນ​ທົ່ວ​ທຸກ​ທະວີບ ທັງ​ຄົ້ນຄວ້າ​ທິດ​ສະ​ດີ ທັງ​ຄົ້ນຄວ້າ​ພຶດຕິ​ກຳ​ການປະຕິວັດ​ໃນ​ໂລກ, ທ່ານຫງວຽນ​ອາຍ​ກວັກ ໄດ້​ໄປ​ເຖິງ​ຂໍ້​ສະຫຼຸບ: “ມີ​ພຽງ​ລັດທິ​ສັງຄົມ​ນິຍົມ ແລະ​ລັດ​ທະ​ກອມ​ມູນິດ​ເທົ່າ​ນັ້ນ ຈິ່ງ​ສາມາດ​ປົດ​ປ່ອຍ​ບັນດາ​ປະຊາ​ຊາດ​ທີ່​ຖືກ​ກົດ​ຂີ່​ຂົ່ມ​ເຫັງ ຢ່າງ​ເຖິງ​ຖອງ​ໄດ້”. ຕໍ່​ຈາກ​ນັ້ນ ເພີ່ນ​ຕ້ອງ​​ໃຊ້ເວລາ 10 ປີ​ອີກ
ເພື່ອ​ກະກຽມ​ທັງ​ສາມ​ດ້ານ: ແນວ​ຄິດ​ທິດ​ສະ​ດີ
ແນວທາງ​ການ​ເມືອງ ການ​ຈັກ​ຕັ້ງ​ພະນັກງານ ຈິ່ງ​ພາ​ໄປ​ເຖິງ​ການ​ກຳ​ເນີ​ດ​ເກີດ​ຂຶ້ນ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ (ວັນ​ທີ 3 ກຸມພາ 1930). ກ່ຽວ​ກັບ​ບົດບາດ​ຂອງ​ພັກ​ກອມ​ມູນິດ ແລະ ຂອງທິດ​ສະ​ດີ, ໃນ​ນິພົນ “​ເສັ້ນທາງ​ປະຕິວັດ” ພິມ​ຈຳໜ່າຍ​ປີ 1927, ທ່ານ​ຫງວຽນ​ອາຍ​ກວັກ ໄດ້​ຄັດ​ຄຳ​ເວົ້າ​ລື​ຊື່​ຂອງ ວ.ອີ.​ເລ​ນິນ ໃນ​ນິພົນ “​ເຮັດ​ຫຍັງ?” ແລະ ເພີ່ນ​ຕັ້ງ​ຄຳ​ຖາມ​ວ່າ: “ກ່ອນ​ອື່ນ​ໝົດ ການ​ປະຕິວັດຈະ​ຕ້ອງ​ມີ​ຫຍັງ​ແດ່ ?”. ແລະ ເພີ່ນ​ຕອບ​ຢ່າງ​ຈະ​ແຈ້ງວ່າ: “ກ່ອນ​ອື່ນ​ໝົດ ຕ້ອງ​ມີ​ພັກ​ປະຕິວັດ... ພັກ​ໝັ້ນຄົງ ການ​ປະຕິວັດ​ຈິ່ງສຳ​ເລັດ... ພັກ​ຢາກໝັ້ນຄົງ​ຕ້ອງ​ມີ​ລັດທິ​ເປັນ​ເສົາ​ຄ້ຳ​, ໃນ​ພັກ ໃຜ​ກໍ່​​ເຂົ້າ​ໃຈ, ໃຜ​ກໍ່​ຕ້ອງ​ໄປ​ຕາມ​ລັດທິ​ດັ່ງກ່າວ​ນັ້ນ. ພັກ​​ບໍ່​ມີ​ລັດທິ ກໍ່​ບໍ່ຕ່າງ​ຫຍັງ​ກັບ​ຄົນ​ບໍ່​ມີ​ຄວາມ​ສະຫຼາດ​ ກ່ຳ​ປັນ​ບໍ່​ມີ​ເຂັມທິດ.
ດຽວ​ນີ້​ຫຼັກທິດ​ສະ​ດີ​ກໍ່ມີຫຼາຍ ລັດທິ​ກໍ່ມີຫຼາຍ, ແຕ່​ລັດທິ​ແທ້​ຈິງທີ່​ສຸດ ແນ່ນອນ​ທີ່​ສຸດ ປະຕິວັດ​ທີ່​ສຸດ ແມ່ນລັດທິເລ​ນິນ” (7) .
ໃນ​ບົດ​ໂອ້​ລົ​ມກັບ​ຊຸດ​ບຳລຸງ​ສະມາຊິກ​ພັກ​ໃໝ່ ໂດຍ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ຈັດ​ຕັ້ງ​ຂຶ້ນ​ເມື່ອ​ປີ 1966 ທ່ານ​ປະທານ​ໂຮ່ຈີ​ມິນ ສືບ​ຕໍ່​ຢັ້ງຢືນ​ວ່າ: “ບໍ່​ມີ​ທິດ​ສະ​ດີ​ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມວິທະຍາສາດ ກໍ່​ບໍ່​ອາດ​ມີ​ຫຼັກ​ໝັ້ນ​ຊົນ​ຊັ້ນ​ທີ່​ໜັກ​ແໜ້ນ​ໄດ້. ດັ່ງ​ນັ້ນ ພວກ​ນ້ອງ​ຈົ່ງ​ພະຍາຍາມ​ຮ່ຳຮຽນ​ທິດ​ສະ​ດີ​ມາກ - ເລ​ນິນ, ຮ່ຳຮຽນ​ແນວທາງ ນະ​ໂຍບາຍ​ຂອງ​ພັກ; ພ້ອມ​ກັນ​ນັ້ນ​ກໍ່​ຕ້ອງ​ຮ່ຳຮຽນ​ວັດທະນະທຳ ເຕັກນິກ ແລະ​ວິຊາ​ສະ​ເພາະ” (8) .
ໃນ​ຊຸມ​ປີ​ທ້າຍ​ຊີວິດ​ຂອງ​ຕົນ, ເມື່ອ​ຂຽນ ພິ​ໄນ​ກຳ, ລູງ​ໂຮ່ ສືບ​ຕໍ່​ຢັ້ງຢືນ​ແນວ​ຄິດ​ກ່ຽວ​ກັບ​ບົດບາດ​ຂອງລັດທິມາກ - ເລ​ນິນ​ ແລະ ຂອງ​ພັກ​ກອມ​ມູນິດ.
3- ວ.ອີ.​ເລ​ນິນ ໄດ້​ສືບ​ທອດ ຂະຫຍາຍ​ເພີ່ມ​ເຕີມ ແລະ ໝູນ​ໃຊ້​ຢ່າງ​ປະດິດ​ສ້າງ​ທິດ​ສະ​ດີ​ຂອງ
ກ.ມາກ ເຂົ້າ​ໃນ​ພຶດຕິ​ກຳ​ປະຕິວັດ​ຢູ່​ລັດ​ເຊຍ ແລະ ຢູ່​ໃນ​ໂລກ, ບົນ​ພື້ນຖານ​ນັ້ນ​ໄດ້​ວາງ​ທິດ​ສະ​ດີ​ກ່ຽວ​ກັບ​ການ​ປະຕິວັດ​ສັງຄົມ​ນິຍົມໃນ​ສະ​ໄໝ​ຈັກກະພັດ​ນິຍົມ​ ອອກ​ມາ.
ບົນ​ພື້ນຖານ​ການ​ຄົ້ນຄວ້າ ວິ​ເຄາະ​ໄຈ້​ແຍກ​ຕ່າງໆ ກ່ຽວ​ກັບ​ລັດທິ​ຈັກກະພັດ, ວ.ອີ.ເລ​ນິນ ໄດ້​ຄົ້ນ​ເຜີຍ​ກົດ​ເກນ​ການ​ຂະຫຍາຍຕົວ​ບໍ່​ສະໝ່ຳສະເໝີ​ກັນ ທາງ​ດ້ານ​ເສດຖະກິດ ແລະ ການ​ເມືອງ​ ຂອງ​ລັດທິ​ທຶນ​ນິຍົມ ໃນ​ສະ​ໄໝ​ຈັກກະພັດ​ນິຍົມ ແລະ ເພີ່ນ​ກໍ່​ໄດ້​ສະຫລຸບ​ວ່າ:
ການ​ປະຕິວັດ​ກຳມາ​ຊີບ​ອາດ​ຈະ​ໄດ້​ຮັບ​ໄຊຊະນະ​ໃນ​ບາງ​ປະ​ເທດ ຫຼື​ຊ້ຳ​ບໍ່​ໜຳ ໄດ້​ຮັບ​ໄຊຊະນະ​ໃນ​ປະ​ເທດ​ໜຶ່ງ​ເປັນ​ຕ່າງຫາກ ຊຶ່ງ​ເປັນ​ບ່ອນ​ທີ່​ລັດທິ​ທຶນ​ນິຍົມ​ຍັງ​ບໍ່ທັນ​ຂະຫຍາຍຕົວ​ກວ່າ​ໝູ່ ແຕ່​ເປັນ​ຂອດ​ທີ່​ອ່ອນ​ກວ່າ​ໝູ່ ໃນ​ສາຍພານ​ທຶນ​ນິຍົມ .
ໄຊຊະນະ​ຂອງ​ການ​ປະຕິວັດ​ເດືອນ​ຕຸລາ ແຫ່ງ​ລັດ​ເຊຍ ປີ 1917 ໄດ້ພິສູດ​ສິ່ງ​ດັ່ງ​ກ່າວນັ້ນ. ພ້ອມ​ກັນ​ນັ້ນ, ວ.ອີ.​ເລ​ນິນ ກໍ່​ໄດ້​ສະ​ເໜີ​ທິດ​ສະ​ດີ​ວິທະຍາສາດ ແລະ ປະຕິວັດ ກ່ຽວ​ກັບ​ການ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ ໂດຍ​ບໍ່​ຜ່າ​ນ​ໄລຍະ​ຂະຫຍາຍຕົວ​ຂອງລັດທິ​ທຶນ​ນິຍົມ.
ພາຍຫຼັງ​ທີ່​ໄດ້ສຳ​​ເລັດ​ການ​ປະຕິວັ​ດຊາດ ປະຊາ​ຕິ​ປະ​ໄຕ​ປະຊາຊົນ, ຫວຽດນາມກໍ່​ຫັນ​ມາ​ດຳ​ເນີນ​ການ​ປະຕິວັດ​ສັງຄົມ​ນິຍົມຢູ່​ພາກ​ເໜືອ (​ແຕ່​ປີ 1954) ແລະ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ (​ແຕ່​ປີ 1975). ໄຊຊະນະ​ຂອງ​ປະຊາຊົນຫວຽດນາມ​ໃນ​ການ​ຕໍ່ສູ້​ຕ້ານພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ແລະ​ຈັກກະພັດ​ອາ​ເມ​ລິ​ກາ​ຜູ້​ຮຸກ​ຮານ, ຮ່ວມ​ປະ​ເທດ​ຊາດ​ເຂົ້າເປັນ​ເອກະ​ພາບ, ທົ່ວ​ປະ​ເທດ​ພ້ອມ​ກັນ​ຂ້າມ​ຜ່ານ​ຂຶ້ນ​ສູ່ສັງຄົມ​ນິຍົມ ໂດຍ​ເລີ່ມ​ຈາກ​ພື້ນຖານ​ກະສິກຳ​ຫຼ້າ​ຫຼັງ ບໍ່​ຜ່ານ​ໄລຍະ​ຂະຫຍາຍຕົວ​ຂອງ​ລັດທິ​ທຶນ​ນິຍົມ, ນັ້ນ​ແມ່ນ​ຫຼັກ​ຖານ​ຕົວ​ຈິງ​ອັນ​ຈັບ​ໃຈ​ທີ່​ສຸດ ທີ່​ຢັ້ງຢືນ​ວ່າ ທິດ​ສະ​ດີ​ຂອງ ວ.ອີ.​ເລນິນ ກ່ຽວ​ກັບ​ການ​ປະຕິວັດ​ສັງຄົມ​ນິຍົມໃນ​ຍຸກ​ສະ​ໄໝ​ຈັກກະພັດ​ນິຍົມ ແມ່ນ​ຖືກຕ້ອງ​ໂດຍ​ສົມບູນ, ມັນ​ມີ​ພື້ນຖານ​ທິດ​ສະ​ດີ​ວິທະຍາສາດ ພື້ນຖານ​ພຶດຕິ​ກຳ, ສ່ອງ​ແສງ​ຢ່າງ​ຊັດ​ເຈນ​​ເຖິງບັນດາ​ຈຸດ​ໃຫຍ່ ພື້ນຖານຂອງ​ພຶດຕິ​ກຳ​ຫວຽດນາມ​ໃນ​ສະຕະວັດ​ທີ XX ແລະ​ໃນ​ປັດຈຸບັນ​ນີ້.
4- ບັນດາ​ຜົນສຳ​ເລັດ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ ມີ​ລັກສະນະ​ບາດ​ລ້ຽວ, ພິ​ເສດ​ແມ່ນ​ບັນດາ​ຜົນສຳ​​ເລັດ​ຂອງ​ການ​ປ່ຽນ​ແປງ​ໃໝ່​ໃນ​ເວລາ​ເກືອບ 30 ປີ ທີ່​ຫວຽດນາມ​ບັນລຸ​ໄດ້ນັ້ນ ມີ​ຫຼາຍສາ​ເຫດ ຊຶ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ຍ້ອນພັກ-ລັດ​ຫວຽດນາມ​ໄດ້​ໝູນ​ໃຊ້​ຢ່າງ​ປະດິດ​ສ້າງ​ ບັນດາ​ແນວ​ຄິດ ທັດສະນະ​ຂອງລັດ​ທິມາກ - ເລ​ນິນ, ໃນ​ນັ້ນ​ມີ​ນະ​ໂຍບາຍ​ເສດຖະກິດ​ແຜນ​ໃໝ່ (NEP) ຂອງ ວ.ອີ.​ເລ​ນິນ ໃນ​ໄລຍະ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​
ສັງຄົມ​ນິຍົມ.
​​ເປັນ​ອັນວ່າ, ດ້ວຍນະ​ໂຍບາຍ​ເສດຖະກິດ​ແຜນ​ໃໝ່ ວ.ອີ.​ເລ​ນິນ ໄດ້ຢັ້ງຢືນວ່າ ກ້າວ​ຂຶ້ນ​ສູ່​
ສັງຄົມ​ນິຍົມ ບໍ່​ແມ່ນ​ລົບ​ລ້າງ​ເສດຖະກິດ​ຕະຫຼາດ ຫາກ​ແມ່ນ​ຕ້ອງ​ນຳ​ໃຊ້​ເສດຖະກິດ​ຕະຫຼາດ; ແຕ່​ບໍ່​ແມ່ນ​ເສດຖະກິດ​ແກ່ງ​ແຍ້​ງ​ໂດຍ​ເສລີ​ແບບ​ທຶນ​ນິຍົມ ຫາກ​ມີ​ການ​ດັດສົມ​ຂອງ​ລັດ; ມັນ​ບໍ່​ແມ່ນ​ພື້ນ​ຖານເສດຖະກິດຂອງ​ພາກສ່ວນ​ເສດຖະກິດ​ໜຶ່ງ​ທີ່​ຜູກຂາດ ຫາກ​ແມ່ນ​ພຶ້ນຖານ​ເສດຖະກິດ​ຫຼາຍ​ພາກສ່ວນ ທີ່​ມີ​ຫຼາຍ​ຮູບ​ການ​ກຳມະສິດ,...
ການ​ໝູນ​ໃຊ້ລັດ​ທິມາກ-​ເລ​ນິນ ຢ່າງ​ປະດິດ​ສ້າງ ລະອຽດ​ແມ່ນນະ​ໂຍບາຍ​ເສດຖະກິດ​ແຜນ​ໃໝ່ຂອງ ວ.ອີ.ເລນິນ ເຂົ້າ​ໃນ​ສະພາບ​ແວດ​ລ້ອມ ເງື່ອນ​ໄຂ​ຫວຽດນາມ ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ເປັນ​ພິ​ເສດ​ ໃນ​ທັດສະນະ ແຜນ​ນະ​ໂຍບາຍ​ ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບການ​ຂະຫຍາຍ​ເສດຖະກິດ​ຕະຫຼາດຕາມ​ທິດ​ສັງຄົມ​ນິຍົມ ໃນ​ໄລຍະ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​
ສັງຄົມ​ນິຍົມ.
5- ບັນດາ​ຜົນສຳ​ເລັດທີ່​ຫວຽດນາມ​ຍາດ​ມາ​ໄດ້​ໃນ​​ແນວ​ຮົບ​ການ​ຕ່າງປະ​ເທດ ແມ່ນ​ຍ້ອນຫຼາຍສາ​ເຫດ ຊຶ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ຍ້ອນ ພວກ​ເຮົາ​ຮູ້ສົມທົບ​ກຳລັງ​ແຮງຂອງ​ຊາດ ກັບກຳລັງ​ແຮງ​ຍຸກ​ສະ​ໄໝ, ເປັນຕົ້ນ​ແມ່ນ​ໄດ້​ປະຕິບັດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ ເປັນ​ເຈົ້າ​ຕົນ​ເອງ ສັນຕິພາບ ການ​ຮ່ວມ​ມື ແລະ​ພັດທະນາ; ຫັນ​ການ​ພົວພັນ​ສາກົນ​ເປັນ​ຫຼາຍ​ທິດ ຫຼາຍ​ຮູບ​ຫຼາຍ​ແບບ; ເປັນ​ເຈົ້າ​ການ ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຫວຽດນາມ​ພ້ອມ​ແລ້ວ​ທີ່​ເປັນ​ເພື່ອນ
ເປັນ​ຄູ່​ຮ່ວມ​ມືທີ່​ໄວ້​ວາງ​ໃຈ​ໄດ້​ ຂອງ​ບັນດາ​ປະ​ເທດ​ໃນ​ໂລກ, ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ ຂອງປະຊາ​ຄົມ​ໂລກ, ສູ້​ຊົນ​ເພື່ອ​ສັນຕິພາບ
ເອກະລາດ​ແຫ່ງ​ຊາດ ການ​ພັດທະນາ​ຢ່າງ​ສະ​ເໝີ​ພາບ ກ້າວໜ້າ​ ຂອງ​ບັນດາ​ປະຊາ​ຊາດ. ພິຈາລະນາ​ທາງ​ດ້ານ​ທາດ​ແທ້, ແນວທາງ​ການ​ຕ່າງປະ​ເທດ​ເທິງ​ນີ້​ຂອງ​ຫວຽດນາມ ແມ່ນ​ຄວາມ​ປະດິດ​ສ້າງຂອງ​ພັກ-ລັດ​ເຮົາ ໃນ​ການ​ໝູນ​ໃຊ້​ທັດສະນະ​ຂອງ ວ.ອີ.​ເລ​ນິນ ກ່ຽວ​ກັບ “ພ້ອມ​ກັນ​ຄົງ​ຕົວ​ໂດຍ​ສັນຕິ” ລະຫວ່າງ​ບັນດາ​ປະ​ເທດ ທີ່​ມີ​ລະບອບການ​ເມືອງ​ສັງຄົມແຕກ​ຕ່າງ​ກັນ ເຂົ້າ​ໃນ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ຫວຽດນາມ,
ເຂົ້າ​ໃນ​ສະພາບ​ແວດ​ລ້ອມ​​ໃນ​ປະ​ເທດ ແລະ​ສາກົນ​ໃໝ່​ໃນ​ປັດຈຸບັນ.
ເປັນອັນ​ຈະ​ແຈ້ງວ່າ, ດ້ວຍ​ການ​ໄຈ້​ແຍກ​ເທິງ​ນີ້ ເຮັດ​ແນວ​ໃດ​ຈິ່ງ​ເວົ້າວ່າ ລັດ​ທິມາກ-​ເລ​ນິນ​ ແມ່ນ “ສິ່ງ​ແປກ​ຕ່າງ​ຫ່າງ​ໄກ”, ແມ່ນ “ບໍ່​ສອດຄ່ອງ” ກັບ​ຫວຽດນາມ (!).
ຈາກ​ການ​ໄຈ້​ແຍກ​ເທິງ​ນີ້ ມີ​ພື້ນຖານ​ເພື່ອ​ຢັ້ງຢືນ​ວ່າ:
ທີ​ໜຶ່ງ, ລັດ​ທິມາກ - ເລ​ນິນ​ ມີ​ກຳລັງ​ຊີວິດ​ອັນ​ແຮງ​ກ້າ ມີ​ຄຸນຄ່າ​ຍຸກ​ສະ​ໄໝ, ຍ້ອມ​ມັນ​ແມ່ນ​ທິດ​ສະ​ດີ​ວິທະຍາສາດ ແລະ ປະຕິວັດ. ທິດ​ສະ​ດີ​ດັ່ງກ່າວ​ແມ່ນ​ພື້ນຖານ​ໂລກ​ກະທັດ ພື້ນຖານ​ວິທີ​ວິທະຍາສາດ ຂອງ​ມະນຸດຊາດ ແລະ ເຈາ​ະຈິ້ມ​ໃຫ້​ແກ່​ການ​ຄົ້ນຄວ້າ​ຕໍ່​ໄປ​ໃນ​ອະນາຄົດ​ ຂ​ອງມະ​ນຸດ​ຊາດ. ລັດ​ທິມາກ - ເລ​ນິນ​ ພ້ອມ​ກັບ​ແນວ​ຄິດ​ໂຮ່ຈີ​ມິນ ໄດ້​ກາຍ​ເປັນ​ຮາກ​ຖານ​ແນວ​ຄິດ​ທິດ​ສະ​ດີ ເປັນ​ເຂັມທິດ​ຊີ້​ທາງ ​​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປະຕິວັດ ຂອງ​ພັກ​ເຮົາ ໃນ​ການ​ນຳພາ​ພາລະກິດສ້າງສາ ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຫວຽດນາມ​ສັງຄົມ​ນິຍົມ.
ທີ​ສອງ, ແມ່ນ​ທິດ​ສະ​ດີ​ວິທະຍາສາດ ແລະ​ຖືກຕ້ອງ, ແຕ່ລັດ​ທິມາກ - ເລ​ນິນ​ ກໍ່​ແມ່ນ​ຜະລິດ​ຕະພັນ​ຂອງ​ຍຸກ​ສະ​ໄໝ ຂອງ​ສະພາບ​ແວດ​ລ້ອມ​ປະຫວັດສາດ​ທີ່​​ແນ່ນອນ, ດັ່ງ​ນັ້ນ ມັນ​ຈິ່ງ​ບໍ່​ສາມາດ​ນຳ​ສະ​ເໜີ​ບັນດາ​ຄຳ​ຕອບ​ອັນ​ຄົບ​ຖ້ວນ ລະອຽດຖີ່​ຖ້ວນ ໃຫ້​ແກ່​ທຸກ​ບັນຫາ ໃນ​ທຸກ​ຍຸກ​ສະ​ໄໝ ຢູ່​ທຸກ​ປະ​ເທດ. ດັ່ນນັ້ນ ຕ້ອງ​ຖືລັດ​ທິມາກ-ເລ​ນິນ​ເປັນ​ທິດ​ສະ​ດີ​ເປີດ ຊຶ່ງ​ຕ້ອງ​ໄດ້​ຮັບ​ການ​ເພີ່ມ​ເຕີມ ຂະຫຍາຍຕົວ​ຕື່ມ​ອີກ​ຢ່າງ​ບໍ່​ຢຸດ​ຢັ້ງ ພ້ອມໆ​ກັບ​ວິວັດທະນາ​ການ​ແຫ່ງ​ການ​ຂະຫຍາຍ​ປັນຍາ​ຄວາມ​ຮູ້ ວິທະຍາສາດ ພຶດຕິ​ກຳ​ ຂອງ​ມະນຸດຊາດ. ເມື່ອ​ໝູນ​​ໃຊ້ບັນດາ​ມູນ​ຫຼັກພື້ນຖານ​ຂອງ​ທິດ​ສະ​ດີ​ນີ້ ຈຳ​ເປັນ​ຕ້ອງ​ອີງ​ໃສ່​ເງື່ອນ​ໄຂ​ປະຫວັດສາດ - ລະອຽດ​ຕົວ​ຈິງ​ ຂອງ​ແຕ່ລະ​ປະ​ເທດ ເພື່ອ​ໝູນ​ໃຊ້​ຢ່າງ​ປະດິດ​ສ້າງ. ບັນດາ​ໄຊຊະນະທີ່​ມີ​ລັກສະນະ​ປະຫວັດສາດ
ຂອງ​ການ​ປະຕິ​ວັດ​ຫວຽດນາມ ນັບ​ແຕ່​ເມື່ອ​ມີ​ພັກ​ກອມ​ມູນິດ​ນຳພາ ​​ເປັນ​ສິ່ງ​ຢັ້ງຢືນ​ທີ່​ຈັບ​ໃຈ​ທີ່​ສຸດ
ກ່ຽວ​ກັບ​ການ​ໝູນ​ໃຊ້​ຢ່າງ​ປະດິດ​ສ້າງ
ແລະການ​ປະກອບສ່ວນ​ເຂົ້າ​ໃນ​ການ​ຂະຫຍາຍລັດ​ທິມາກ - ເລ​ນິນ​ ຂອງ​ພັກ ຂອງ​ປະຊາຊົນ​ຫວຽດນາມ.
ທີ​ສາມ, ການ​ໝູນ​​ໃຊ້​ທິດ​ສະ​ດີ​ເຂົ້າ​ໃນ​ພຶດຕິ​ກຳ ແມ່ນ​ເສັ້ນທາງ​ທີ່​ຫຍຸ້ງຍາກ ລະ​ອິດ​ລະ​ອ້ຽວ, ຕ້ອງ​ມີ​ກົນ​ໄກ​ທີ່​ເໝາະ​ສົມ ແລະ​ ມັນ​ຮຽກຮ້ອງຕ້ອງການທ່າ​ທີ່​ພາວະ​ວິ​ໄສ ວິທະຍາສາດ ຊື່ສັດ ຈິ່ງ​ສຳ​ເລັດ​ຜົນ​ໄດ້.
ຂໍ້​ສະຫລຸບ​ຕ່າງໆ​ເທິງ​ນີ້ ກໍ່​ຖືກຕ້ອງ​ໂດຍ​ສົມ​ບູນກັບ​ການ​ຄົ້ນຄວ້າ ໝູນ​ໃຊ້ ແລະ​ຂະຫຍາຍ​ຢ່າງ​ປະດິດ​ສ້າງລັດ​ທິມາກ - ເລ​ນິນ​ ຢູ່​ຫວຽດນາມ.
ຢູ່​ຫວຽດນາມ, ນັບ​ແຕ່ “​ເສັ້ນທາງ​ປະຕິວັດ” ໂດຍ​ແມ່ນ​ທ່ານ​ປະທານ​ໂຮ່ຈີ​ມິນ​ເປັນ​ຜູ້​ແຕ່ງ ແລະ ໂຄງການ​ການ​ເມືອງ ໂດຍ​ແມ່ນ​ກອງ​ປະຊຸມ​ສູນ​ກາງ​ພັກ ເດືອນ​ຕຸລາ​ປີ 1930 ຮັບຮອງ​ຜ່ານ ມາ​ເຖິງ​ປັດຈຸບັນ, ພັກ​ລ້ວນ​ແຕ່​ຢືນຢັນ ລັດ​ທິມາກ - ເລ​ນິນ​ ເປັນ​ຮາກ​ຖານ​ແນວ​ຄິດ ແລະ​ເຂັມທິດ​ຊີ້​ທາງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ພັກ. ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII ຂອງ​ພັກ ມາ​ເຖິງ​ດຽວ​ນີ້ ໄດ້​ມີ​ການ​ເພີ່ມ​ເຕີມ​ໃໝ່: “ພັກ​ຖືລັດ​ທິມາກ - ເລ​ນິນ ແລະ​ແນວ​ຄິດ​ໂຮ່ຈີ​ມິນ ເປັນ​ຮາກ​ຖານ​ແນວ​ຄິດ​ຂອງ​ພັກ...” . ແຕ່​ປີ 1991, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII ກໍ່​ໄດ້​ຢືນຢັນ​ແລ້ວ​ວ່າ: “...​ແນວ​ຄິດ​ໂຮ່ຈີ​ມິນ​ແມ່ນ​ໝາກຜົນ​ແຫ່ງ​ການ​ໝູນ​ໃຊ້​ຢ່າງ​ປະ​ດິດສ້າງ ລັດ​ທິມາກ - ເລ​ນິນ​ ໃນ​ເງື່ອນ​ໄຂ​ອັນ​ລະອຽດ​ຂອງ​ປະ​ເທດ​ເຮົາ, ແລະ ໃນ​ພາກ​ຕົວ​ຈິງ ແນວ​ຄິດ​ໂຮ່ຈີ​ມິນ​ໄດ້​ກາຍເປັນຊັບ​ສົມບັດ​ຈິດ​ໃຈ​ອັນ​ລ້ຳ​ຄ່າ​ຂອງ​ພັກ ແລະ ຂອງ​ຊາດ​ເຮົາ​ທັງ​ໝົດ; ພັກ​ກອມ​ມູນິດ​ຫວຽດນາມ​ແມ່ນ​ຜະລິດ​ຕະພັນຂອງ​ການ​ສົມທົບລັດ​ທິມາກ - ເລ​ນິນ​ ກັບ​ຂະ​ບວນການ​ກຳມະກອນ ແລະ​ຂະ​ບວນການ​ຮັກ​ຊາດ ຂອງ​ປະຊາຊົນ​ຫວຽດນາມ. ປະທານໂຮ່ຈີ​ມິນ ແມ່ນຮູບ​ປະກົດ​ທີ່​ຄົບ​ຖ້ວນ​ທີ່​ສຸດ​ ຂອງ​ການ​ສົມທົບ​ດັ່ງກ່າວ​ນັ້ນ, ເປັນ​ຕົວ​ແທນທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼືອມ​ໃຫ້​ແກ່​ການ​ສົມທົບ​ລະຫວ່າງ​ຊົນ​ຊັ້ນ ແລະ ຊົນ​ຊາດ, ປະຊາ​ຊາດ ແລະ ສາກົນ, ເອກະລາດ​ແຫ່ງ​ຊາດ ແລະ ລັດທິ​
ສັງຄົມ​ນິຍົມ” (9) .
ກ້າວ​ເຂົ້າ​ສູ່​ສະຕະວັດ​ທີ XXI, ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ​ຂອງ​ວິທະຍາສາດ ເຕັກ​ໂນ​ໂລ​ຊີ, ທ່າ​ອຽງ​ໂລກາ​ພິວັດ ດ້ວຍ​ກຳລັງ​ຊຸກ​ດັນ​ຂອງ​ເສດຖະກິດ​ພູມ​ປັນຍາ ທີ່​ພວມ​ກ້າວ​ດ້ວຍ​ຄວາມ​ໄວ “ມື້ໜຶ່ງ​ເທົ່າ​ກັບ​ຮ້ອຍ​ປີ” ຊຶ່ງໄດ້ ແລ​ະພວມວາງ​ໜ້າ​ທີ່​ຮັບຜິດຊອບ​ອັນ​ສຳຄັນ​ໃໝ່ ທີ່​ນັບ​ມື້​ນັບ​ໃຫຍ່​ຫຼວງ ສັບສົນ ແລະ​ຫຍຸ້ງຍາກ​ກວ່າ​ເກົ່າ ອອກ​ມາ​​ໃຫ້​ທົ່ວ​ພັກ ທົ່ວ​ປວງ​ຊົນ ແລະ​ທົ່ວກອງທັບ​ເຮົາ. ເວົ້າ​ແບບ​ອື່ນ,
ເມື່ອ​ປະຫວັດສາດ​ໂລກ​ກ້າວ​ເຂົ້າ​ສູ່​ສະ​ໄໝ​ແຫ່ງ​ກາ​ນຂະຫຍາຍຕົວ​ຢ່າງ​ແຂງ​ແຮງ, ກວ່າ​ເວລາ​ໃດ​ໝົດ, ມີ​ຫຼາຍ​ບັນຫາ​ເປັນ​ລວາ​ດໆ ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ ທັງ​ພື້ນຖານ ທັງ​ຮີບ​ດ່ວນ ກ່ຽວ​ພັນ​ເຖິງ​ຊາຕາກຳ ອະນາຄົດຂອງ​ຊາດ ທີ່​ຮຽກຮ້ອງ​ໃຫ້​ພັກ​ເຮົາ​ຕ້ອງ​ຊອກ​ຫາ​ຄຳ​ຕອບ​ອັນ​ສັກສິດ​ໂດຍ​ໄວ ຊຶ່ງ​ຕໍ່​ກັບ​ບັນດາ​ບັນຫາ​​ໃໝ່ ແລະ​ຫຍຸ້ງຍາກ​ນັ້ນ ບັນດາ​ນັກ​ກໍ່​ຕັ້ງ​ລັດທິ​ມາກ - ເລ​ນິນ​ບໍ່​ໄດ້​ໃຫ້​ຄຳ​ຕອບ ແລະ ກໍ່ບໍ່​ອາດ​ມີ​ຄຳ​ອະທິບາຍ ຄຳ​ຕອບ​ອັນ​ລະອຽດ​ໃດ​ເລີຍ.
ເປັນ​ທຳ​ມະ​ດາ​ວ່າ, ຄື​ດັ່ງ​ທີ່​ໄດ້​ສະ​ເໜີ​ມາ​ຂ້າງ​ເທິງ, ພວກ​ເຮົາ​ບໍ່​ອາດ​ປະຕິ​ເສດບັນຫາ​ໜຶ່ງ​ຄື ໃນ​ບັນດາ​ທົດ​ສະວັດທີ 7, 8 ເປັນ​ຕົ້ນ​ແມ່ນ​ໃນຊຸມ​ປີ​ຕົ້ນ​ທົດ​ສະ​ວັດ​ທີ 9 ຂອງ​ສະຕະວັດ​ທີ XX,
ໃນ​ຂະ​ບວນວິວັດ​ແຫ່ງ​ການ​ຫັນ​ທິດ​ສະ​ດີ​ມາກ​ຊິດ​ນັ້ນ​ເປັນພາກ​ຕົວ​ຈິງ ຊາ​ວພັກ​ກອມ​ມູນິດ​ພົບ​ຄວາມ​ຫຍຸ້ງຍາກ​ອັນ​ໃຫຍ່​ຫຼວງ. ພິ​ເສດ, ເມື່ອ​ປະຫວັດສາດ​ຂະຫຍາຍຕົວ ມະນຸດຊາດ​ຢູ່​ໃນ​ສະຖານະ​ການ​ທີ່​ມີ​ລັກສະນະ​ຫົວລ້ຽວຫົວ​ຕໍ່,
ເມື່ອທ່າ​ອຽງ​ໂລກາ​ພິວັດກາຍ​ເປັນອັນ​ແຜ່​ຫຼາຍ​ທົ່ວ​ໄປ ດ້ວຍ​ບັນດາ​ກຳລັງ​ຊຸກ​ດັນ​ທີ່​ແຂງ​ແຮງ, ວຽກ​ງານ​ດັ່ງກ່າວ​ຍິ່ງ​ຫຍຸ້ງຍາກ​ກວ່າ​ເກົ່າ​ຕັ້ງ​ຫຼາຍ​ເທົ່າ. ຊົນ​ຊັ້ນ​ກຳມະກອນ ທີ່​ນຳ​ໜ້າ​ໂດຍ​ພັກ​ປະຕິວັດ​ຂອງ​ມັນ ໄດ້ ພວມ ແລະ​ສືບ​ຕໍ່​ມີ​ກຳລັງ​ພຽງພໍ​ ເພື່ອແບກ​ຫາບ​ໜ້າ​ທີ່​ຮັບຜິດຊອບ​ອັນສຳຄັນ​ດັ່ງກ່າວ​ ຂອງ​ປະວັດ​ສາດສັງຄົມ​ນິຍົມ,
ເມື່ອ​ຮູ້​ອີງ​ໃສ່​ການ ຊີ້​ບອກ ຂອງປະຫວັດສາດຂະ​ບວນການສັງຄົມ​ນິຍົມ, ຮູ້ວິທີ​ຜ່ານ​ຜ່າບັນດາ ສິ່ງ​ທ້າ​ທາຍ ທີ່​ມີ​ລັກສະນະ “​ເປັນ, ຕາຍ” ຂອງ​ຍຸກ​ສະ​ໄໝ, ແລະ​ປະການ​ສຳຄັນ​ພື້ນຖານ ມີ​ຄວາມ​ໝາຍ​ຕັດສິນ​ທີ່​ສຸດ ແມ່ນ​ຕ້ອງ​ຮູ້ ກັບ​ຄືນ​ມາ ສູ່ລັດ​ທິມາກ - ເລ​ນິນ​ ຢ່າງ​ໝັ້ນຄົງ ແລະ​ປະດິດ​ສ້າງ.
ສະ​ນັ້ນ, ໃນ​ການ​ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມ
ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປັດຈຸບັນ, ພວກ​ເຮົາ​ຍິ່ງ​ຕ້ອງ​ກັບ​ຄືນ​ມາສູ່ລັດ​ທິມາກ - ເລ​ນິນ, ແນວ​ຄິດ​ໂຮ່ຈີ​ມິນ​ຢ່າງ​ຊື່​ຕົງ​ບໍລິສຸດ ແລະ​ປະດິດ​ສ້າງ. ຫຼັກການ​ທີ່​ບໍ່​ຂະຫຍັບຂະຫຍາຍ​ຄື ຕ້ອງ​ຄົ້ນຄວ້າ ແລະ​ຊາບ​ຊືມມັນ​ດ້ວຍ​ຖານະ​ທີ່​ບໍ່​ພຽງ​ແຕ່​ເປັນ ຮາກ​ຖານ​ທິດ​ສະ​ດີກາ​ນ​ເມືອງ
ທາງ​ດ້ານ​ການ​ເມືອງ-ສັງຄົມ, ເປັນໂຄງການ​ການ​ເມືອງ-ວິທະຍາສາດ ທາງ​ດ້ານການ​ເຄື່ອນ​ໄຫວ​ປະຕິວັດ, ເປັນເອກະ​ພົບ​ອັນ​ຄົບ​ຖ້ວນ​ໜຶ່ງ ທາງ​ດ້າ​ໂຄງ​ປະກອບ​ລະບົບ, ເປັນ​ເນື້ອຕົວ​ຈິງ​ໜຶ່ງ​ທີ່​ເຄື່ອນ​ເໜັງ ແລະ​ເປັນ​ເອກະ​ພາບ ທາງ​ດ້ານ​ວິທະຍາສາດ-ພຶດຕິ​ກຳ ເທົ່າ​ນັ້ນ ຫາກ​ຍັງ​ເປັນທິດ​ສະ​ດີ-ພຶດຕິ​ກຳ​​ເປີດ ທາງ​ດ້ານ​ສັງຄົມ-ປະຫວັດສາດ ແລະ ເປັນສັງລວມວິທີ​ວິທະຍາສາດ ແລະປະຕິວັດ, ຄື​ກະ​ໂຕລັດ​ທິມາກ - ເລ​ນິນ​ໄດ້​ກວມ​ລວມ ແລະ ສະ​ແດງ​ອອກ.
ຜ່ານ​ການ​ທົດ​ສອບ ແລະ​ກວດ​ພິສູດ​ຂອງ​ພຶດຕິ​ກຳ​​ແຫ່ງ​ປະຫວັດສາດ, ສິ່ງ​ທີ່​ນັບ​ມື້​ຍິ່ງ​ກະຈ່າງ​ແຈ້ງ​ຄື, ຍ້ອນ​ການ​ຮ່ວມ​ເປັນ​ຜົນ​ຜະລຶກ​ ຂອງ​ບັນດາ​ຄຸນສົມບັດ​ແລະ​ທາດ​ແທ້​ເຫຼົ່ານັ້ນ, ລັດ​ທິມາກ - ເລ​ນິນ​ ໂດຍ​ມັນ​ເອງ ມັນ​ໄດ້​ເປັນວິທະຍາສາດ​ທີ່​ມີ​ລັກສະນະປະຕິວັດ​ຢ່າງ​ເລິກ​ເຊິ່ງ. ເພາະວ່າ, ມັນ​ແມ່ນ​ທິດ​ສະ​ດີ​ທີ່​ບໍ່​ພຽງ​ແຕ່​ແນ​ໃສ່ ອະທິບາຍ ໂລກ​ເທົ່າ​ນັ້ນ ຫາກ​ສຳຄັນ​ກວ່າ​ນັ້ນ​ແມ່ນ ແນ​ໃສ່ ດັດ​ສ້າງ ໂລກ. ເວົ້າ​ແບບ​ອື່ນ, ລັດ​ທິມາກ - ເລ​ນິນ ບໍ່​ແມ່ນ​ປະ​ເພດ​ວິທະຍາສາດ​​ເພື່ອ​ໂຕມັນ​ເອງ​ເປັນອັນຂາດ ຫາກ​ແມ່ນ​ວິທະຍາສາດ​ກ່ຽວ​ກັບ​ການ​ປະຕິ​ວັດ, ວິທະຍາສາດ​ຂອງ​ພຶດຕິ​ກຳ ແລະ ຍ້ອນ​ພຶດຕິ​ກຳ​ປະຫວັດສາດ​ການ​ປະຕິວັດ ແນ​ໃສ່​ຈຸດໝາຍ​ປົດ​ປ່ອຍ​ມະນຸດ​ ອອກ​ຈາກ​ການ​ຄອບ​ງຳ ຂອງ “ອານາຈັກ​ແຫ່ງ​ຄວາມ​ຈຳ​ເປັນ” ເພື່ອ​ກ້າວ​ໄປ​ສູ່ “ອານາຈັກ​ແຫ່ງ​ອິດສະຫຼະ​ເສລີ”. ຍ້ອນ​​ແນວ​ນັ້ນ, ມັນ​ໄດ້ກວມ​ລວມຄວາມ​ສາມາດຂະຫຍາຍຕົວ​ດ້ວຍ​ຕົນ​ເອງ ປະດິດ​ສ້າງ​ດ້ວຍ​ຕົນ​ເອງ ຢ່າງ​ບໍ່​ຢຸດ​ຢັ້ງ ໂດຍ​ຜ່ານ​ການ​ປະຕິວັດ. ເວົ້າ​ວ່າ​ຕັ້ງ​ໝັ້ນ​ໃນ​ລັດທິມາກ - ເລ​ນິນ​ ກໍ່​ໝາຍ​ຄວາມ​ວ່າ​ຕ້ອງ​ຂະຫຍາຍ​ມັນ​ຢ່າງ​ບໍ່​ຢຸດ​ຢັ້ງ ດ້ວຍ​ພຶດຕິ​ກຳ​ປະຕິວັດ​ປະດິດ​ສ້າງ; ພ້ອມ​ກັນ​ນັ້ນ ກໍ່​ຕ້ອງ​ຍົກ​ສູງ​ສະຕິ​ລະວັງ​ຕົວ ຕ້ານ​ຄືນ​ຢ່າງທັນ​ການ ແລະ​ມີ​ປະສິດທິ​ຜົນ ຕໍ່​ທຸກໆ​ປະກົດ​ການ ຂອງ​ລັດທິ​ອັດຖະ​ປະ​ໂຫຍ​ດ ລັດທິ​ສວຍ​ໂອກາດ ແລະ​ລັດທິ​ແກ້ ທີ່​ກໍ່ຄວາມ​ເປື້ອນ​ເປິະ ບິດ​ເບືອນ ແລະ​ໃສ່​ຮ້າຍ​ປ້າຍ​ສີ​ລັດ​ທະ​ມາກ-​ເລ​ນິນ.
ດັ່ງ​ນັ້ນ, ເນື້ອ​ແທ້​ຂອງການ​ສື​ບຕໍ່​ຄົ້ນຄວ້າ ຂະຫຍາຍລັດ​ທິມາກ - ເລ​ນິນ​ ແມ່ນ ຄົ້ນຄວ້າ ຄົ້ນ​ເຜີຍ ແລະ ສະຫລຸບ​ສັງ​ລວ​ມບັນດາ​ບັນຫາ​ທີ່​ມີ​ລັກສະນະ​ກົດ​ເກນ, ບັນດາ​ກົດ​ເກນ​​ແຫ່ງ​ການ​ເຄື່ອນ​ເໜັງ​ສັງຄົມ ຢ່າງ​ກວມ​ລວມ, ມີ​ລັກສະນະ​ລວ​ມທີ່​ສຸດ, ມີ​ລັກສະນະ​ຈຳ​ເປັນ​ແນ່ນ​ອນ ແຕ່​ພັດ​ໄດ້​ບັນຈຸ​ແລະ​ໄດ້​ສະ​ແດງ​ອອກ​ຢ່າງ​ມີ​ຊີວິດ​ຊີ​ວາ ຢູ່​ໃນ​ບັນດາ​ໄລຍະ​ປະຫວັດສາດ​ອັນ​ລະອຽດ ທີ່​ແນ່ນອນ, ໂດຍ​ພິຈາລະນາ​ໃນ​​ວິວັດທະນາ​ການທັງ​ໝົດ​ແຫ່ງ​ການ​ພັດທະນາ​ປະຫວັດສາດ - ທຳ​ມະ​ຊາດ ຂອງ​ມະນຸດຊາດ,
ເພື່ອ​ການ​ດຳລົງ​ຄົງ​ຕົວ ແລະ ຂະຫຍາຍຕົວ​ຂອງ​ລັດທິ​ສັງຄົມ​ນິຍົມໃນ​ສະຕະວັດ​ທີ XXI .
ຕາມ​ນັ້ນ, ເນື້ອ​ແທ້​ຂອງ​ການ​ຄົ້ນຄວ້າ​ທິດ​ສະ​ດີກາ​ນ​ເມືອງ​ທັງ​ໝົດ​ຂອງ​ພວກ​ເຮົາ​ ແມ່ນ​ແນໃສ່ ຈຸດໝາຍ​ປະກອບສ່ວນ​ສ້າງ​ແນວທາງ​ການ​ເມືອງ ທີ່​ເປັນ​ເອກະລາດ ເປັນ​ເຈົ້າ​ຕົນ​ເອງ ຖືກຕ້ອງ ແລະ ປະດິດ​ສ້າງ ເພື່ອນຳພາ ຊີ້ນຳ​ໄຊຊະນະ​ຂອງ​ການ​ກໍ່ສ້າງ​ລັດ​ທິສັງຄົມ​ນິຍົມ ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ຢູ່​ປະ​ເທດ​ເຮົາ​ໃນ​ປັດຈຸບັນ ບົນພື້ນຖານລັດ​ທິມາກ - ເລ​ນິນ​, ແນວ​ຄິດ​ໂຮ່ຈີ​ມິນ. ແຕ່​ໃນ​ພາກ​ພຶດຕິ​ກຳ, ບໍ່​ແມ່ນ​ເມື່ອ​ເວົ້າ​ເຖິງການ​ກຳນົດ​ທິດ​ສັງຄົມ​ນິຍົມ ໃນ​ວຽກ​ງານ​ຄົ້ນຄວ້າ​ທິດ​ສະ​ດີກາ​ນ​ເມືອງ ກໍ່​ຈະ​ມີ​ທິດ​ສະ​ດີ​ທີ່​ຖືກຕ້ອງ​ໃນ​ທັນ​ທິທັນ​ໃດ ກ່ຽວ​ກັບ​ພາລະກິດ​ການ​ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມ, ລະອຽດ​ຄື​ແນວທາງ​ການ​ເມືອງ​ກໍ່ສ້າງ​ລັດ​ທິສັງຄົມ​ນິຍົມ ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດທີ່​ຖືກຕ້ອງ. ຍ້ອນ​ວ່າ, ດ້ານ​ໜຶ່ງ, ທາງ​ດ້ານ​ວິທີ​ວິທະຍາ, ມີ​ການ​ກຳນົດ​ທິດ​ກໍ່​ຈະ​ມີ​ການຜີກ​​ຈາກ​ທິດ​ໝາຍ (ຫຼົງ​ທິດ), ພິຈາລະນາ​ທາງ​ດ້າມະຫາ​ພາກ ກໍ່​ຄື​ຈູ​ນລະ​ພາກ, ໃນ​ຂະໜາດ​ທົ່ວ​ທັງ​ໝົດ ກໍ່​ຄື​ໃນ​ພາກສ່ວນ; ດ້ານ​ອື່ນ, ທາງ​ດ້ານ​ການຈັດ​ຕັ້ງ​ພຶດຕິ​ກຳ, ຕົວ​ມັນ​ເອງ​ໄດ້​ມີ​ຄວາມ​ບໍ່​ສອດຄ່ອງ​ສອງ​ປະການ: ວາງ​ແນວທາງ​ການ​ເມືອງ​ຜິດ​ກັບ​ກົດ​ເກນ ແລະ ຈັດ​ຕັ້ງ​ການ​ປະຕິບັດ​ແນວທາງ​ການ​ເມືອງ​ຢ່າງ​ຜິດ​ເຂ​ວ. ໃນ​ອະດີດຕະການ, ຄວາມ​ຜິດພາດ​ທາງ​ດ້ານ​ພຶດຕິ​ກຳ​ໄດ້​ສະ​ແດງ​ໃຫ້​ເຫັນ​ສອງ​ປະການ​ດັ່ງກ່າວ. ເພາະສະ​ນັ້ນ, ໃນ​ກອງ​ປະ​ຊຸມ​​ກາງ​ສະ​ໄໝ ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ VII (​ເດືອນ​ມັງກອນ​ ປີ 1994), ພັກ​ເຮົາ​ໄດ້​ກ່າວ​ເຕື່ອນ ແລະ ເປັນ​ຫ່ວງ​ເປັນ​​ໃຍ​ທີ່​ສຸດ ກ່ຽວ​ກັບ​ໄພ​ອັນຕະລາຍ​ແຫ່ງ​ການ​ຜີກ​ຈາກ​ທິດ​
ສັງຄົມ​ນິຍົມ, ຖື​ວ່າ​ນີ້​ແມ່ນ​ ໄພ​ອັນຕະລາຍ​ອັນ​ດັບ​ໜຶ່ງ ໃນ​ໄພ​ອັນຕະລາຍ​ສີ່​ຢ່າງ, ທີ່ມີຢູ່​ທັງ​ສອງ​ດ້ານ ການວາງ​ແນວທາງ ແລະ ການຈັດ​ຕັ້ງ​ປະຕິບັດ​ແນວທາງ​ການ​ເມືອງ​ ຂອງ​ພັກ.
ເວົ້າ​ຄື​ແນວ​ນັ້ນ ເພື່ອ​ໃຫ້​ຮັບ​ຮູ້​ຢ່າງ​ເລິ​ກ​ເຊິ່ງວ່າ ບັນຫາ​ຢຶດໝັ້ນ​ທິດ​ທາງ​ສັງຄົມ​ນິຍົມໃນ​ການ​ຄົ້ນຄວ້າ​ທິດ​ສະ​ດີກາ​ນ​ເມືອງ ບົນ​ພື້ນ​ຖານລັດ​ທິມາກ - ເລ​ນິນ​ ມີ​ຄວາມ​ໝາຍ​ສຳຄັນ​ເປັນ​ພິ​ເສດ, ຕັດສິນ​ເຖິງ​ຜົນສຳ​ເລັດ​ຂອງ​ພັກ​ເຮົາ, ຂອງ​ພາລະກິດ​ກໍ່ສ້າງ​ສັງຄົມ​ນິຍົມ ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຂອງ​ພວກ​ເຮົາ​ໃນ​ປັດຈຸບັນ
ແລະ​ຂອງ​ຊາດ ຂອງ​ປະ​ເທດ​ເຮົາ​ໃນ​ອະນາຄົດ. ນັ້ນ​ແມ່ນ​ບົດຮຽນ​ແຫ່ງ​ຜົນສຳ​ເລັດ ຫຼື​ປະລາ​ໄຊ​ຂອງ​ພວກ​ເຮົາ ໃນ​ພຶດຕິ​ກຳ​ແຫ່ງ​ການ​ກໍ່ສ້າງສັງຄົມ​ນິຍົມ ຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ; ນັ້ນກໍ່ແມ່ນບົດຮຽນແຫ່ງຄວາມປະລາໄຊ ຂອງ​ບັນດາ​ພັກ​ກອມ​ມູນິດ​ຜູ້​ກຳ​ອຳນາດ ຢູ່​ບັນດາ​ປະ​ເທດສັງຄົມ​ນິຍົມ ຢູ່​ສະຫະພາບ​ໂຊ​ວຽດ ແລະ​ເອີຣົບຕາ​ເວັນ​ອອກ ໃນ​ທົດ​ສະ​ວັດ​ສຸດ​ທ້າຍ​ ຂອງ​ສະຕະວັດ​ທີ XX, ເມື່ອ​ຜີກ​ຈາກ​ທິດ​ໝາຍ ຫຼື​ຫຼົງ​ທິດ​ໃນ​ການ​ວາງ​ແນວທາງ​ການ​ເມືອງ, ກວ້າງ​ກວ່ານັ້ນ​ແມ່ນ​ທິດ​ສະ​ດີກາ​ນ​ເມືອງ. ກະ​ໂຕ​ການ​ຂະຫຍາຍຕົວ​ຢ່າງ​ສັບສົນ ແລະ​ຫຍຸ້ງຍາກ​ຂອງ​ພຶດຕິ​ກຳ​ປະຕິວັດ​ໄດ້​ໃຫ້​ເຫັນ​ວ່າ ບໍ່​ມີ​ສິ່ງ​ໃດ​ທີ່​ອາດ​ຈະ​ພຶດຕິ​ກຳ​ກວ່າ ເມື່​ອພວກ​ເຮົາ​ມີທິດ​ສະ​ດີວິທະຍາສາດ ແລະ​ປະຕິວັດ ພາ​ທາງ. ຢູ່ບ່ອນ​ໃດ ແລະ​ໃນ​ເວລາ​ໃດ​ທີ່​ວຽກ​ງານ​ທິດ​ສະ​ດີ​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຖືກ​ລະດັບ ແມ່ນ​ຢູ່​ບ່ອນ​ນັ້ນ​ແລະ​ໃນ​ເວລາ​ນັ້ນ ຈະ​ເກີດ​ວິ​ກິດ​ການ​ດ້ານ​ທິດ​ສະ​ດີ ແລະ​ທິດ​ສະ​ດີ​ຖືກ​ຖອຍຫຼັງ; ຕາມ​ນັ້ນ, ວຽກ​ງານ​ຈັດ​ຕັ້ງ​ພຶດຕິ​ກຳ​ກໍ່​ຈະ​ສັບ​ສົນ​ວຸ້ນວາຍ, ຊ້ຳ​ບໍ່​ໜຳ​ຍັງ​ຖືກ​ຫຍຸ້ງຍາກ​ຕິກ​ຂັດ ແລະ​ລົ້ມ​ຈົມ. ພຶດຕິ​ກຳ​ໄດ້​ຢືນຢັນ​ແລ້ວ​ວ່າ, ມີ​ພຽງ
ເລິີ່ມຈາກລັດ​ທິມາກ - ເລ​ນິນ, ແນວ​ຄິດ​ໂຮ່ຈີ​ມິນ, ຈັດ​ຕັ້ງ​ພຶດຕິ​ກຳ​ເປັນ​ຢ່າງ​ດີ, ສະຫລຸບ​ສັງ​ລວມບົດຮຽນ​ພຶດຕິ​ກຳ​ປະຕິວັດ ຢ່າງ​ທັນ​ການ​ແລະ​ເປັນ​ປະຈຳ ແມ່ນ​ເສັ້ນທາງ​ໜຶ່ງ​ດຽວ​ທີ່​ຖືກຕ້ອງ
ເພື່ອ​ຂະຫຍາຍ ແລະ​ປົກ​ປ້ອງ​ທິດ​ສະ​ດີ​ປະ​ຕິ​ວັດ
ຈິ່ງ​ສືບ​ຕໍ່​ນຳ​ເອົາ​ພາລະກິດ​ການ​ປະຕິວັດ​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.
ນັ້ນ​ແມ່ນ ຈຸດປະສົງ ເສັ້ນທາງ ສິ່ງ​ແວດ​ລ້ອມ, ແມ່ນ​ບາດກ້າວ ໄມ້​ຫຼາ​ວັດ​ແທກ​ປະສິດທິ​ຜົນ, ແມ່ນ​ສິ່ງ​ທ້າ​ທາຍ ໂອກາດ​ດີ​ໃນ​ການ​ພັດທະນາ ແລະ ແມ່ນ​ຂອບ​ຟ້າ​ແຫ່ງ​ການ​ປະດິດ​ສ້າງ ຂອງ​ວຽກ​ງານ​ທິດ​ສະ​ດີ​ໃນປັດຈຸບັນ
ເພື່ອ​ແນ​ໃສ່​ກໍ່ສ້າງ ແລະ​ຂະຫຍາຍ​ຮາກ​ຖານ​ແນວ​ຄິດ​ການ​ເມືອງ ທີ່ພາ​ທາງ​ໃຫ້​ແກ່​ພາລະກິດ​ການ​ປ່ຽນ​ແປງ​ໃໝ່ ກໍ່ສ້າງ​ສັງຄົມ​ນິຍົມ ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ ໄປ​ສູ່​ອະນາຄົດ; ພ້ອມ​ກັນ​ນັ້ນ ກໍ່​ຮັບຮອງ ທ່າ​ທີ່ ຄວາມ​ເດັດດ່ຽວ ຄວາມ​ສາມາດ ແລະ ສິນ​ທຳ ຂອງ​ພວກ​ເຮົາ​ຕໍ່​ກັບ​ທິດ​ສະ​ດີ​ມາກ​ຊິດ.
ຍ້ອນ​ວ່າ, ພິຈາລະນາ​ຈົນ​ສຸດ​, ວຽກ​ງານ​ທິດ​ສະ​ດີ​ທັງ​ໝົດ​ຂອງ​ພວກ​ເຮົາ ທາງ​ດ້ານ​ເນື້ອ​ແທ້​ແມ່ນ​ແນ​ໃສ່ ຈຸດປະສົງ​ກໍ່ສ້າງ​ແນວທາງ​ການ​ເມືອງ​ທີ່​ປັນ​ເອກະລາດ ເປັນ​ເຈົ້າ​ຕົນ​ເອງ​ ແລະ ປະດິດ​ສ້າງທາງ​ດ້ານ​ທິດ​ສະ​ດີ​ຂອງ​ພັກ ເພື່ອ​ຊີ້​ນຳ​ໄຊຊະນະ ໃນ​ການ​ສ້າງສາສັງຄົມ​ນິຍົມ ຢູ່​ໃນ​ປະ​ເທດ​ເຮົາ , ຕາມລັດ​ທິມາກ - ເລ​ນິນ​, ແນວ​ຄິດ​​ໂຮ່ຈີ​ມິນ. ປະຫວັດສາດພັກ​ເຮົາ ໃນ 84 ປີ​ທີ່​ຜ່ານ​ມາ​ໄດ້ຢັ້ງຢືນ​ວ່າ: ຍ້ອນ​ຕັ້ງ​ໝັ້ນ ແລະ ໝູນ​ໃຊ້ລັດ​ທິມາກ - ເລ​ນິນ​, ແນວ​ຄິດ​ໂຮ່ຈີ​ມິນ ຢ່າງ​ໄຫວ​ພິບ ປະດິດ​ສ້າງ, ຈາກ​ນັ້ນ​ຊອກ​ຫາ​ໄດ້​ ທາດ​ແທ້ ກົດ​ເກນ​ການ​ເຄື່ອນ​​ເໜັງ​ພິ​ເສດສະ​ເພາະ ຂອງ​ສັງຄົມ​ຫວຽດນາມ ແລະ ທ່າ​ອຽງ​ແຫ່ງ​ການ​ເຄື່ອນ​ເໜັງອັນ​ຈຳ​ເປັນ​ແນ່ນ​ອນຂອງ​ຍຸກ​ສະ​ໄໝ ; ພ້ອມ​ກັນ​ນັ້ນ, ຕໍ່ສູ້​ ຢ່າງ​ເດັດດ່ຽວ ຕ້ານ​ກັບ​ທຸກໆ​ປະ​ກົດ​ການ​ຂອງ​ລັດທິ​ອັດຖະ​ປະ​ໂຫຍ​ດ ລັດທິ​ຄຳ​ພີຕາ​ຍຕົວ ລັດທິ​ສວຍ​ໂອກາດ..., ພັກ​ເຮົາ​ໄດ້​ສຳ​ເລັດຜົນ ໃນ​ການ​ກໍ່ສ້າງ​ແນວທາງ​ປະຕິວັດ​ທີ່​ເປັນ​ເອກະລາດ ເປັນ​ເຈົ້າ​ຕົນ​ເອງ ແລະ​ປະດິດ​ສ້າງ​ ຂອງ​ການ​ປະຕິວັດ​ຢູ່​ປະ​ເທດ​ເຮົາ.
ໃນ​ລະດັບ​ມະຫາ​ພາກ, ວຽກ​ງານ​ທິດ​ສະ​ດີ​ໄດ້​ປະ​ກອຍ​ສ່ວນ​ອັນ​ສຳຄັນ​ ໃນ​ການ​ອະທິບາຍ​ທຳ​ຄວາມ​ກະຈ່າງ​ແຈ້ງ ຫຼາຍ​ໆບັນຫາ​ວິທະຍາສາດ-ພຶດຕິ​ກຳທີ່​ເປັນ​ພື້ນຖານ ແລະ​ສຳຄັນ​ທີ່​ສູດ, ສືບ​ຕໍ່​ພາ​ປະ​ເທດ​ຊາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍຕ່າງໆ ແລະ​ສືບ​ຕໍ່​ຂະຫຍາຍຕົວ​ບົນ​ເສັ້ນທາງ​ສັງຄົມ​ນິຍົມ, ພາຍ​ໃຕ້​ແສງ​ສະຫວ່າງ​ຂອງລັດ​ທິມາກ - ເລ​ນິນ​, ແນວ​ຄິດ​ໂຮ່ຈີ​ມິນ. ນັ້ນ​ແມ່ນ​ບັນດາ​ບັນຫາ​ກ່ຽວ​ກັບ​ຈຸດ​ພິ​ເສດ ເນື້ອ​ໃນຂອງ​ຍຸກ​ສະ​ໄໝ​ປັດຈຸບັນ; ກ່ຽວ​ກັບ​ຕົວ​ແບບ ແລະ​ເສັ້ນທາງ​ສັງຄົມ​ນິຍົມຢູ່​ຫວຽດນາມ; ກ່ຽວ​ກັບ​ພາລະກິດ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ; ກ່ຽວກັບການ​ພັດທະນາ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ; ກ່ຽວກັບການ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ກ່ຽວກັບ​ການກໍ່ສ້າງ​ພື້ນຖານ​ວັດທະນະທຳ​ຫວຽດນາມ​ທີ່​ກ້າວໜ້າ
ແລະ​ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ; ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ແລະ ສາມັກຄີ​ສາກົນ; ກ່ຽວ​ກັບ​ການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມຫວຽດນາມ; ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃຫ້​ທຽບ​ເທົ່າ​ກັບ​ພາລະກິດ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ,... ຄວາມ​ມານະ​ພະຍາຍາມ​ທັງ​ໝົດ​ນັ້ນ​ ຂອງ​ວຽກ​ງານ​ທິດ​ສະ​ດີ ໄດ້​ປະກອບສ່ວນ​ໂດຍ​ກົງ​ ເຂົ້າ​ໃນ​ການ​ເຮັດ​​ໃຫ້ “​ເສັ້ນທາງ​ກ້າວ​ຂຶ້ນ​ສັງຄົມ​ນິຍົມຢູ່​ຫວຽດນາມ ນັບ​ມື້​ນັບ​ໄດ້​​ກຳນົດຢ່າງ​ຈະ​ແຈ້ງ​ກວ່າ​ອີກ” , ພາໃຫ້​ປະ​ເທດຫລຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ​ເສດຖະກິດ - ສັງຄົມ ທີ່​ໜັກໜ່ວງ​ແກ່ຍາວ​ໃນ​ສອງ​ທົດ​ສະ​ວັດ​ສຸດ​ທ້າຍ​ ຂອງ​ສະຕະວັດ​ທີ XX, ກ້າວ​ເຂົ້າ​ສູ່​ສະ​ໄໝ​ແຫ່ງ​ການ​ພັດທະນາ​ໃໝ່ ໃນ​ສະຕະວັດ​ທີ XXI ດ້ວຍ​ທ່ວງທ່າ ແລະ ກຳລັງ​ແຮງ​ໃໝ່, ດ້ວຍ​ອັດຕາຄວາມ​ໄວ​ໃໝ່ ຄື​ດັ່ງ​ທີ່​ທຸກ​ຄົນ​ໄດ້​ເຫັນ​ມາ.
ນັ້ນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ ບົດ​ຮຽນປະຫວັດສາດ​ອັນ​ລ້ຳ​ຄ່າ ທີ່​ປະ​ກອບສ້າງ​ໄຊຊະນະ​ຂອງ​ການ​ປະຕິວັດ​ຫວຽດນາມ, ປະກອບສ່ວນ​ເຂົ້າ​ໃນ ການ​ຂະຫຍາຍ​ເພີ່ມ​ເຕີ​ມຢ່າງ​ປະດິດ​ສ້າງ ແລະ ປົກ​ປ້ອງ​ຢ່າງ​ສຳ​ເລັດ​ຜົນ
ລັດ​ທິມາກ - ເລ​ນິນ​, ແນວ​ຄິດ​ໂຮ່ຈີ​ມິນ, ບົນ​ພື້ນຖານ​ຮັບປະກັນ ຄວາມ​ເປັນ​ເອກະ​ພາບ​ລະຫວ່າງ​ທິດ​ສະ​ດີ​ປະຕິວັດ ແລະ ພຶດຕິ​ກຳ​ປະຕິວັດ ເພື່ອ​ແນ​ໃສ່​ທັງ​ຍົກ​ສູງ​ລະດັບ​ທິດ​ສະ​ດີ ທັງ​ຍູ້​ແຮງ​ຄວາມ​ສາມາດ​ຈັດ​ຕັ້ງ​ພຶດຕິ​ກຳ​ປະຕິວັດ./.
ໂດຍ: ຮສ.ດຣ. ຫວູວັນ​ຝຸກ
ບັນນາທິການ​ໃຫຍ່​ວາລະສານ​ກອມ​ມູນິດ
* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 855 (​ເດືອນ​ມັງກອນ 2014

ไม่มีความคิดเห็น:

แสดงความคิดเห็น

ภูท้าว​ ภูนาง

กาลครั้งหนึ่ง มีนางยักษ์ตนหนึ่งชื่อว่ากินนา อาศัยอยู่ในบ้านหลังใหญ่ใกล้ภูเขา  นางกินนายังเป็นสาวไม่มีผัว  อยู่ตัวเดียวเดี่ยวโดด  ทุก ๆ เช้าน...