ສຳນັກຂ່າວຕ່າງປະເທດລາຍງານ 24 ພຶດສະພາ 2017 ວ່າ: ທ່ານ ຫຼິວ ຈີອີ້ ເອກອັກຄະລັດຖະທູດຈີນປະຈຳສະຫະປະຊາຊາດ ກ່າວເມື່ອວັນອັງຄານທີ່ຜ່ານມາວ່າ ແນວທາງປະຕິບັດທີ່ເໝາະສົມທີ່ສຸດທີ່ຈະຊ່ວຍຜ່ອນຄາຍສະຖານະການຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ ຄືການເຈລະຈາ ບໍ່ແມ່ນການເດີນໜ້າໃຊ້ມາດຕະການຂວ້ຳບາດທາງເສດຖະກິດ ແລະ ສະຖານະການໃນຕອນນີ້ຄືສັນຍານທີ່ບົ່ງບອກຢ່າງຊັດເຈນແລ້ວວ່າ "ການເຈລະຈາຈຳເປັນຕ້ອງເກີດຂຶ້ນຕອນນີ້" ໂດຍບໍ່ມີເຫດຜົນຕ້ອງລໍຖ້າເວລາອີກ ແລະ ຈີນຍັງຄົງເຊື່ອໝັ້ນວ່າຄວາມຮ່ວມມືຈາກທຸກຝ່າຍທີ່ກ່ຽວຂ້ອງຈະສາມາດຟື້ນຟູການເຈລະຈາຂຶ້ນມາໄດ້ອີກຄັ້ງ.
ແຕ່ເຖິງຢ່າງໃດກໍ່ຕາມເອກະອັກຄະລັດຖະທູດຈີນບໍ່ໄດ້ປະຕິເສດຄວາມເປັນໄປໄດ້ທີ່ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຈະບໍ່ເພີ່ມມາດຕະການຂວ້ຳບາດຕໍ່ລັດຖະບານເກົາຫຼີເໜືອອີກ ເຊິ່ງການຂວ້ຳບາດລັດຖະບານເກົາຫຼີເໜືອເກີດຂຶ້ນຄັ້ງທຳອິດໃນປີ 2006 ເຊິ່ງເປັນປີທີ່ລັດຖະບານເກົາຫຼີເໜືອທົດລອງລະເບີດນິວເຄຼຍເປັນຄັ້ງທຳອິດ, ເຖິງວ່າສະຫະລັດ ແລະ ເກົາຫຼີເໜືອຕ່າງກໍ່ສະແດງທ່າທີວ່າການເຈລະນາສາມາດເກີດຂຶ້ນໄດ້ ແຕ່ຕ່າງຝ່າຍຕ່າງກໍ່ມີເງື່ອນໄຂຂອງຕົວເອງ ນັ້ນຄືລັດຖະບານເກົາຫຼີເໜືອຕ້ອງຢຸດໂຄງການນິວເຄຼຍ ແລະ ສະຫະລັດອາເມຣິກາຕ້ອງຢຸດຊ້ອມຮົບປະຈຳປີຮ່ວມກັບເກົາຫຼີໃຕ້.
สมัครสมาชิก:
ส่งความคิดเห็น (Atom)
ภูท้าว ภูนาง
กาลครั้งหนึ่ง มีนางยักษ์ตนหนึ่งชื่อว่ากินนา อาศัยอยู่ในบ้านหลังใหญ่ใกล้ภูเขา นางกินนายังเป็นสาวไม่มีผัว อยู่ตัวเดียวเดี่ยวโดด ทุก ๆ เช้าน...
-
ແມ່ນບໍ່ວ່າ ລັດທິມາກ - ເລນິນ “ມາຈາກ ພາຍນອກ, ເລີ່ມຈາກໂລກຕາເວັນຕົກ ດັ່ງນັ້ນ ຈຶ່ງບໍ່ສອດຄ່ອງກັບຫວຽດນາມ” ຫຼືແນວໃດ? ວ.ກ.ອອນໄລ - ຄວາມເປັນຈິງແຫ່...
-
ສຳນັກຂ່າວ ເອເອຟພີ ລາຍງານເຊົ້ານີ້ ວ່າ ກະຊວງການຕ່າງປະເທດ ເກົາຫຼີເໜືອ ໄດ້ສົ່ງຈົດໝາຍ ມາຍັງປະທານອາຊຽນ ເພື່ອຂໍແຮງສະໜັບສະໜູນຈາກ 10 ຊາດອາຊຽນຕໍ່ເກົາ...
-
ສຳນັກຂ່າວຕ່າງປະເທດລາຍງານ 24 ພຶດສະພາ 2017 ວ່າ: ທ່ານ ເອີເນສໂຕ ອະເບວລາ ໂຄສົກປະທານປະເທດຟິລິບປິນ ຖະແຫຼງວ່າ ທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປ...

ไม่มีความคิดเห็น:
แสดงความคิดเห็น